ພະນັກງານສູນການຄ້າໄດ້ຮັບການປຸກພະລັງສູ່ຄວາມສຳເລັດ

76

ພະນັກງານ ບໍລິສັດ ພັດທະນາເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ, ສູນການຄ້າວຽງຈັນເຊັນເຕີ ໄດ້ຮັບການຍົກລະດັບຄວາມຮູ້ – ຄວາມສາມາດ, ວິທີຮັບມືແກ້ໄຂໃນການເຮັດວຽກ ແລະ ການດຳລົງຊີວິດປະຈຳວັນໃນຍຸກປັດຈຸບັນ ໃຫ້ສອດຄ່ອງກັບໜ້າວຽກເພື່ອກ້າວໄປສູ່ຄວາມສຳເລັດໃນອະນາຄົດ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 18 ພຶດສະພາ 2019 ທີ່ໂຮງແຮມແລນມາກ ເຂົ້າຮ່ວມໂດຍ ທ່ານ ນາງ ອໍລະໄທ    ສັນຕິຄົງຄາ ປະທານ ບໍລິສັດ ກິດຕະພົງ ກຣຸບ ຜູ້ອຳນວຍການໃຫຍ່ໂຮງແຮມແລນມາກ, ບັນຍາຍໂດຍ ທ່ານ ອາຈານ ກາບແກ້ວ ທຳມະວົງ ນັກເວົ້າສ້າງແຮງບັນດານໃຈ, ມີປະທານ ບໍລິສັດ ມິສທີນກ້າວໜ້າລາວ, ຮອງຜູ້ອຳນວຍການວຽງຈັນເຊັນເຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສຳມະນາກອນຈຳນວນ 70 ກວ່າຄົນ.

ທ່ານ ນາງ ເສິນຫາຍຫົວ ຕາງໜ້າ ບໍລິສັດ ພັດທະນາເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ ວຽງຈັນເຊັນເຕີ ກ່າວວ່າ: ຈຸດປະສົງການຈັດງານຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານໄດ້ຮຽນຮູ້ ແລະ ຮັບມືແກ້ໄຂໃນການເຮັດວຽກ, ການດຳລົງຊີວິດປະຈຳວັນທີ່ພວກເຮົາໄດ້ພົບກັບຄວາມກົດດັນ, ຄວາມຜິດພາດ ແລະ ຄວາມລໍາບາກຫຼາຍຢ່າງ, ຈະເຮັດແນວໃດເພື່ອຈັດການ ແລະ ຮັບມືກັບບັນຫາເຫຼົ່ານັ້ນ, ມື້ນີ້ຈຶ່ງໄດ້ມີໂອກາດເຊື້ອເຊີນອາຈານທີ່ມີຊື່ສຽງລະດັບປະເທດ ທ່ານ ອາຈານ ກາບແກ້ວ ມາແບ່ງປັນປະສົບການ, ບັນຫາທີ່ພົບພໍ້ ແລະ ວິທີແກ້ໄຂບັນຫາຕ່າງໆຂອງເພິ່ນ, ໃຫ້ບັນດາບຸກຄະລາກອນທຸກຄົນກໍ່ໃຫ້ເກີດປັນຍາ, ຮູ້ຈັກເບິ່ງ ແລະ ແກ້ໄຂບັນຫາທີ່ຕົນເອງພົບພໍ້ຢ່າງຖືກວິທີ, ເພີ່ມແງ່ມູມການເບິ່ງໂລກໃນແງ່ບວກ, ມີຄວາມເປັນເຈົ້າການຕື່ນຕົວໃນການເຮັດວຽກ ແລະ ການດຳລົງຊີວິດ, ປະເມີນຄ່າທຸກຢ່າງໃນແນວທາງທີ່ຖືກຕ້ອງ.

ທ່ານ ອາຈານ ກາບແກ້ວ ບັນຍາຍໃນຫົວຂໍ້: “ ປຸກພະລັງສູ່ຄວາມສຳເລັດ ” ບາງຕອນໃຫ້ຮູ້ວ່າ: ຖ້າຫາກທຸກຄົນຢາກສຳເລັດຈົ່ງໃຊ້ຊີວິດເໝືອນດັ່ງໂຕບົ້ງນ້ອຍໆທີ່ຄານໄປສູ່ເປົ້າໝາຍດ້ວຍພະລັງກາຍ ແລະ ໃຈ ເຖິງຈະຄານໄປໄດ້ພຽງແຕ່ 5 ແມັດຕໍ່ມື້ ກໍບໍ່ສຳຄັນເພາະທີ່ສຳຄັນແມ່ນຢ່າຢຸດຄານ ແລະ ໃນໄລຍະທີ່ກຳລັງຄານໄປກໍຈົ່ງສຳລານຈິດໃຈກັບຊີວິດ ແລະ ພັດທະນາຕົນຈົນເມື່ອຮອດຈຸດໆໜຶ່ງຈຶ່ງລອກຄາບກາຍເປັນແມງກະເບື້ອ ເພື່ອບິນໄປສູ່ເປົ້າໝາຍຕາມໃຈ ບິນໄປຊົມເກສອນດອກໄມ້ທີ່ຫອມຫວານ ນັ້ນລະຄືຄວາມສຳເລັດ.

ທ່ານ ນາງ ອໍລະໄທ ສັນຕິຄົງຄາ ມີຄຳເຫັນວ່າ: ງານສຳມະນາຄັ້ງນີ້ແມ່ນການໃຫ້ແນວຄວາມຄິດ, ໃຫ້ທາງອອກແກ່ພະນັກງານບຸກຄະລາກອນກ້າວໄປສູ່ຄວາມສຳເລັດ ເພາະຄົນທີ່ຈະປະສົບຜົນສຳເລັດໃນຈຳນວນຄົນເປັນລ້ານ ຈະມີພຽງແຕ່ 5% ທີ່ປະສົບຜົນສຳເລັດ.

ສະນັ້ນ, ຈຶ່ງຢາກໃຫ້ທຸກຄົນຄິດວ່າ 5% ນັ້ນແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າປະສົບຜົນສຳເລັດ, ອາດຈະເປັນແງ່ມູມ, ແນວຄວາມຄິດ ຫຼື ວິທີໃຊ້ທີ່ແຕກຕ່າງກັນ ທີ່ເຮັດໃຫ້ເຂົາເຈົ້າກ້າວໄປສູ່ຄວາມສຳເລັດ, ບາງຄົນກໍອາດຂຶ້ນກັບພອນສະຫວັນແຕ່ບາງຄົນກໍອາດຈະຄິດວ່າທຸກສິ່ງທຸກຢ່າງມັນຂຶ້ນກັບບຸນວາດສະໜາ, ແຕ່ວ່າທຸກສິ່ງທຸກຢ່າງຢູ່ບົນໂລກນີ້ມັນລ້ວນແລ້ວແຕ່ເປັນສິ່ງທີ່ຄົນເຮົາສ້າງຂຶ້ນມາ ແລະ ຄວາມສະແຫວງຫາ, ຄວາມຕ້ອງການທີ່ຈະພາເຮົາກ້າວໄປສູ່ຄວາມສຳເລັດນັ້ນເອງ.

[ ຂ່າວ: ແກ້ວ; ຮູບ: ສອນໄຊ ]