ພໍ່ຄ້າໄມ້ໜີຕາຍ ປ່ອຍຂອງກາງ 100 ກວ່າທ່ອນໄວ້ຄາເຮືອ

75

ຍິ່ງເຄັ່ງໂຈນຍິ່ງສະຫຼາດຊອກທຸກວິທີເອົາຕົວລອດ ເພື່ອຫາເງິນເຂົ້າກະເປົາແຕ່ເຈົ້າໜ້າທີ່ກໍ່ເກັ່ງນຳທັນຄັວນ ຜູ້ຄ້າບໍ່ພຽງເສຍຂັວນຍັງເສຍສິ່ງທີ່ເອົາຊີວິດໄປສ່ຽງມາອີກນັ້ນຄືຂອງກາງ ຈັ່ງໃດກໍ່ຂໍຊົມເຊີຍເຈົ້າໜ້າທີ່ທະຫານຂອງບ້ານເມືອງເຮົາທີ່ຂະຫຍັນຂັນແຂງກຳຈັດປັດເປົ່າຄົນກຸ່ມຜູ້ຄ້າໄມ້ໃຫ້ນັບມື້ໝົດໄປຈາກສັງຄົມລາວ.

 

ຕາມຂ່າວໃຫ້ຮູ້ວ່າ: ໃນວັນທີ 17 ພຶດສະພາ 2019 ຜ່ານມາ ເຈົ້າໜ້າທີ່ທະຫານຊາຍແດນ 324 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນຕາມຂອບເຂດຄວາມຮັບຜິດຊອບຂອງຕົນເຊິ່ງນຳໂດຍ ຮ້ອຍໂທ ຄອນພະວັນ ສຸກມາວັນ ຫົວໜ້າໜູ່ ພ້ອມດ້ວຍອ້າຍນ້ອງ 3 ຄົນ, ພໍຮອດເວລາ 5 ໂມງແລງ ໄດ້ເຫັນເຮືອຈັກຂະໜາດໃຫຍ່ 1 ລໍາ ຄວາມແຮງ 4 ສູບ ແລ່ນລຽບຕາມລຳນໍ້າຂອງມາຈາກຕອນໃຕ້ ທີ່ບັນທຸກໄມ້ຜິດກົດໝາຍເຕັມລຳ.

 

 

ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກັກເຮືອຈັກລຳດັ່ງກ່າວຈິ່ງໄດ້ພົບວ່າ ໄມ້ທີ່ບັນຈຸຢູ່ໃນເຮືອແມ່ນໄມ້ຂະຍຸງມີຈຳນວນ 195 ທ່ອນ, ສ່ວນເຈົ້າຂອງຜູ້ຂັບເຮືອແມ່ນຫຼົບໜີໄປໄດ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ທະຫານຊາຍແດນ 324 ຈິ່ງໄດ້ລາຍງານຫາຄະນະພັກ – ຄະນະບັນຊາກົມກອງຈາກນັ້ນ ຈິ່ງລາຍງານເຖິງຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງສະຫວັນະເຂດ, ເພື່ອລົງກວດກາຕົວຈິງ.

 

 

ທ່ານ ພັນເອກ ຂັນທະລີ ທາທິລາດ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ຈິ່ງໄດ້ລົງກວດກາເບິ່ງຕົວຈິງ ແລະ ເຫັນວ່າເປັນມູນຄວາມຈິງແທ້. ດັ່ງນັ້ນ ທາງເຈົ້າໜ້າທີ່ກອງບັນຊາການທະຫານແຂວງສະຫວັນະເຂດ ຈິ່ງໄດ້ເຮັດບົດບັນທຶກໃນການຢືດໄມ້ໃນຄັ້ງນີ້ໄວ້ເປັນຫຼັກຖານ ແລະ ສະເໜີຂັ້ນເທີງເພື່ອແກ້ໄຂຕໍ່ໄປ.

 

 

ຂໍ້ມູນ: Media Laos