ມ່ວນຟັງແລ້ວຫຼືຍັງ?ເພງ “ໃຈຮ້າຍ” ປະສົມພາສາລາວ-ຈີນ ຂອງ MYZ ft. Andou

110

ໄດ້ຟັງກັນຫຼືຫຍັງ ເພງ ໃຈຮ້າຍ ຂອງ MYZ ft. Andou ຫື ໝຸ່ມ MYZ ສີສະມຸດ ທຳມະສອນ ແລະ Andou ແອນດູ່ ສີຫາປັນຍາ.

ພວກເຂົາບອກວ່າ: ນີ້ເປັນຜົນງານເພງຂອງ ແອນດູ່ ແລະ ແອມວາຍແຊັດ ທີ່ສ້າງຜົນງານກັນເອງແບບມືສະຫມັກຫລີ້ນ ແຕ່ກໍເຮັດມາຈາກໃຈຈິ່ງຢາກຂໍກຳລັງໃຈກັນຫລາຍໆແນ່ເດີ້.

ເພງ “ໃຈຮ້າຍ” ເປັນເພງລາວ ທີ່ ປະສົມກັບພາສາຈີນ ເປັນທ່ອນເພງແລັບ ມີເນື້ອເພງເວົ້າກ່ຽວກັບຄວາມຮັກຂອງຄົນ 2 ຄົນ ທີ່ຄົນໜຶ່ງໄດ້ຖິ້ມຄົນໜຶ່ງໄວ້ໃຫ້ເຈັບລໍາພັງ ແບບບໍ່ສົນບໍ່ແຄ ລອງຟັງເບິ່ງເລີຍ.

ເພງ: ໃຈຮ້າຍ – MYZ ft ANDOU ແຕ່ງໂດຍ MYZ ສີສະມຸດ ທຳມະສອນ

ຕອນນີ້ ແອນດູ່ ແລະ ເອັມວາຍແຊັດ ແມ່ນກໍາລັງສຶກສາຢູ່ທີ່ປະເທດຈີນ ຫລັງຈາກກັບໄປລາວແລ້ວ ແອນດູ່ ແລະ ເອັມວາຍແຊັດ ຈະມີຜົນງານເພງໃຫ້ທຸກຄົນໄດ້ຟັງກັນອີກຕື່ມ ແນ່ນອນ ຝາກຜົນເພງນີ້ໃຫ້ເປັນທີ່ຮູ້ຈັກກັນກ່ອນ.