ຮ່ວມປະມູນໄມ້ປູກ 2 ແສນກວ່າແມັດກ້ອນຢູ່ອັດຕະປື

63

ບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ທີ່ຕ້ອງການໄມ້ວິກ ແລະ ໄມ້ກະຖິນນາລົງ ເພື່ອທໍາການຜະລິດ ປຸງແຕ່ງຜະລິດຕະພັນໄມ້ຕ່າງໆ ສາມາດປະມູນໄດ້ໄມ້ທີ່ຂຸດຄົ້ນອອກຈາກເນື້ອທີ່ປູກໄມ້ວິກເຂດເມືອງຊານໄຊ ແລະ ໄຊເສດຖາ ຈໍານວນ ບໍລິມາດ: 211.053 ມ3, 253.264 ກວ່າໂຕນ.

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອັດຕະປື ແຈ້ງເຖິງ ບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ຮ່ວມປະມູນຊື້ ໄມ້ວິກ ແລະ ໄມ້ກະຖິນນາລົງ ທີ່ຂຸດຄົ້ນອອກຈາກເນື້ອທີ່ປູກໄມ້ວິກເຂດເມືອງຊານໄຊ ແລະ ໄຊເສດຖາ ອອກແຈ້ງການສະບັບເລກທີ 357/ອຄ.ອປ, ອັດຕະປື ລົງວັນທີ 14 ພຶດສະພາ 2019.

ຕາມການສໍາຫຼວດຂອງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອັດຕະປື ໄມ້ທີ່ຈະປະມູນຂາຍ ມີທັງໝົດ 6.138.417 ຕົ້ນ, ບໍລິມາດ 211.053,910 ມ3 : 253.264,692 ໂຕນ ; ໄມ້ວິກ ຢືນຕົ້ນ ມີ 2.479.167 ຕົ້ນ ບໍລິມາດ 72,9 ພັນແມັດກ້ອນ, 87,4 ພັນກວ່າໂຕນ ; ໄມ້ກະຖິນນາລົງ ຢືນຕົ້ນມີ 3.659.250 ຕົ້ນ ບໍລິມາດ 138.148ແມັດກ້ອນ : 165.778 ໂຕນ .
ເຊິ່ງໄດ້ເລີ່ມປະມູນມາຕັ້ງແຕ່ວັນທີ 14-27 ພຶດສະພາ 2019 ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຂະແໜງການນໍາເຂົ້າ ແລະ ສົ່ງອອກ ໃນໂມງລັດຖະການ.

ຕາມເງື່ນໄຂດັ່ງນີ້: ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ເຟີນິເຈີປຸງແຕ່ງທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສ ປປ ລາວ ພາຍໃນແຂວງ ແລະ ຕ່າງແຂວງ (ສໍາເນົາຕິດຂັດ), ຕ້ອງເປັນໂຮງງານທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ, ເປັນໂຮງງານທີ່ສາມາດປຸງແຕ່ງສໍາເລັດຮູບໄດ້ ແລະ ບໍ່ໄດ້ຕັ້ງໃນ 03 ປະເພດປ່າ.
ຕ້ອງສາມາດຜະລິດເປັນຜະລິດຕະພັນສໍາເລັດຮູບ ຕາມຂໍ້ຕົກລົງ ສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ແລະ (ສະບັບປັບປຸງ) ສະບັບເລກທີ 0002/ອຄ.ກລຂ ລົງວັນທີ 03 ມັງກອນ 2018 ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ.
ຕ້ອງແມ່ນຜູ້ອໍານວຍການ ຫຼື ຕົວແທນຂອງໂຮງງານປຸງແຕ່ງໄມ້ ທີ່ໄດ້ຮັບແຕ່ງຕັ້ງມອບສິດ, ສາມາດຕັດສິນບັນຫາໃນການປະມູນໄດ້.

ຕ້ອງເປັນໂຮງງານປຸງແຕ່ງໄມ້ທີ່ມີຄວາມພ້ອມທາງດ້ານຖານະການເງິນ, ມີໃບຢັ້ງຢືນຖານະການເງິນຈາກຖະນາຄານຕິດຄັດມາພ້ອມ.ຕ້ອງແມ່ນໂຮງງານປຸງແຕ່ງໄມ້ ທີ່ບໍ່ມີໜີ້ສິນ ຄ່າພັນທະອາກອນຕ່າງໆກັບລັດ ແລະ ຜູ້ທີ່ຊະນະການປະມູນ ຕ້ອງຖອກເງິນມັດຈໍາ 10 ສ່ວນຮ້ອຍກ່ອນຂໍ້ຕົກລົງອະນຸມັດຂາຍຂອງທ່ານເຈົ້າແຂວງ.
ວັນທີ 28 ພຶດສະພາ 2019 ເປັນມື້ເປີດກອງປະຊຸມ ເວລາ 9:00 ທີ່ ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອັດຕະປື.
ລາຄາຊອງປະມູນ 1.000.000 ກີບ/ຊອງ ແລະ ກະລຸນາເກັບໄວ້ກັບຕົນເອງ.