ຮ່ວມແຂ່ງຂັນສ້າງວິດີໂອສັ້ນ ການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ

125

ເປັນຫົວຂໍ້ທີ່ໜ້າສົນໃຈຫຼາຍ ສໍາລັບໃຜທີ່ມັກຮັກໃນການສ້າງຄຣິບວິດີໂອ ເພື່ອເພີ່ມທັກສະຄວາມສາມາດໃຫ້ກັບຕົນເອງ ຫ້ອງການກະຊວງຍຸຕິທໍາ ໄດ້ອອກແຈ້ງການ ແຂ່ງຂັນ ປະກວດວິດີໂອເລື່ອງສັ້ນ ກ່ຽວກັບການເຂົ້າເຖິງການບໍລິການຂອງຫ້ອງການຊ່ວຍເຫຼືອທາງກົດໝາຍ ສະບັບເລກທີ 603/ກຍ.ຫກ ນະຄອນຫຼວງວຽງຈັນ ລົງວັນທີ 20 ພຶດສະພາ 2019.

ຕາມເງື່ອນໄຂ ດັ່ງນີ້: ຕ້ອງລະບຸລາຍລະອຽດ ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ສະຖານທີ່ສຶກສາ ຫຼື ບ່ອນເຮັດວຽກ, ທີ່ຢູ່ປະຈຸບັນ, ເບີໂທລະສັບ ແລະ ອີເມວຕິດຕໍ່ກັບ; ເນື້ອໃນວິດີໂອເປັນພາສາລາວ ແລະ ມິີຄໍາບັນຍາຍເປັນພາສາລາວ ໂດຍຄວາມຍາວວິດີໂອ 3-5 ນາທີ; ເນື້ອໃນວິດີໂອຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປລາວ ພ້ອມທັງສ່ອງແສງໃຫ້ເຫັນເຖິງການບໍລິການ ຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ, ເປົ້າໝາຍທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກຄອງພິເສດ, ຜູ້ກະທໍາຜິດທີ່ກົດໝາຍໃຫ້ທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍເລືອກເປົ້າໝາຍໃດກໍໄດ້ໃນການສ້າງວິດີໂອເລື່ອງສັ້ນ.

ການແຂ່ງຂັນເທື່ອນີ້ ຖ້າບົດຂອງທ່ານໄດ້ຮັບການຄັດເລືອກ ເງິນລາງວັນຊະນະເລີດ ຈະໄດ້ຮັບເງິນສົດມູນຄ່າ 2.000.000 ກີບ, ຮອງຊະນະເລີດອັນດັບໜຶ່ງ ຈະໄດ້ຮັບເງິນສົດມູນຄ່າ 1.500.000 ກີບ, ຮອງຊະນະເລີດອັນດັບສອງ ຈະໄດ້ຮັບເງິນສົດມູນຄ່າ 1.000.000 ກີບ ແລະ ລາງວັນຊົມເຊີຍມີ 2 ລາງວັນຈະໄດ້ຮັບເງິນສົດມູນຄ່າ 500.000 ກີບ.

ເຊິ່ງເພິ່ນເລີ່ມເປີດຮັບສະໝັກແລ້ວ ຕັ້ງແຕ່ມື້ນີ້ເຖິງວັນທີ 27 ພຶດສະພາ 2019 ທີ່ພະແນກວິທະຍຸ ແລະ ໂທລະພາບ ກົມເຜີຍແຜ່ກົດໝາຍ, ກະຊວງຍຸດຕິທໍາ ກໍານົດບໍ່ໃຫ້ກາຍວັນທີ 17 ມິຖຸນາ 2019 ມື້ຄັດເລືອກ ແລະ ປະກາດຜົນ ວັນທີ 21 ມິຖຸນນາ 2019 ທີ່ສະໂມສອນກະຊວງຍຸດຕິທໍາ.