ເຊກອງ! ໃຫ້ເວລາ 4 ເດືອນປູກໄມ້ຢ່າງໜ້ອຍ 800 ​ເຮັກຕາ

142

ຊັບພະຍາກອນປ່າໄມ້ ຖືເປັນຊັບສົມບັດຂອງຊາດ ແລະ ປະຊາຊົນ ເນື່ອງຈາກມັນມີຄວາມສຳຄັນຫຼາຍຢ່າງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນໄມ້ອຸດສະຫະກຳ ຖືໄດ້ວ່າເປັນໂຕຂັບເຄື່ອນທຸລະກິດໄດ້ເປັນຢ່າງດີ. ສະນັ້ນ, ໃກ້ຈະຮອດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຫຼາຍພື້ນທີ່ໃນທົ່ວປະເທດ ແມ່ນກຳລັງຂຸ້ນຂ້ຽວສະໝອງເບ້ຍໄມ້ ແລະ ຄາດການປູກໄມ້ໃຫ້ໄດ້ຫຼາຍທີ່ສຸດ ສະເພາະເຊກອງປີນີ້ມີແຜນປູກໃຫ້ໄດ້ 800 ກວ່າເຮັກຕາ ແລະ ຈະດຳເນີນໄປຮອດ ເດືອນກັນຍາ 2019.

 

 

ທ່ານ ເພັດສະໝອນ ໄຊຍະວົງ ຮອງຫົວໜ້າຂະແໜງປ່າໄມ້ແຂວງເຊກອງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ປີນີ້, ພະແນກະສິກຳ ແລະ ປ່າໄມ້ແຂວງ ກໍຄືຂະແໜງປ່າໄມ້ແຂວງ ໄດ້ວາງຄາດໝາຍປູກໄມ້ໃນທົ່ວແຂວງ ໃຫ້ໄດ້ 883 ເຮັກຕາ, ເຊິ່ງແຜນການປູກໄມ້ແມ່ນຈະໄດ້ດຳເນີນຮອດເດືອນກັນຍາ 2019

ມາຮອດປະຈຸບັນແມ່ນໄດ້ຊຸກຍູ້ໃຫ້ບັນດາຜູ້ປະກອບການ, ພາກລັດ, ປະຊາຊົນ ກະກຽມພື້ນທີ່ປູກໄມ້ໄດ້ແລ້ວ 483 ເຮັກຕາ, ໃນນີ້ ເມືອງລະມາມ ໄດ້ 245 ເຮັກຕາ (ລັດ 13 ເຮັກຕາ, ປະຊາຊົນ 18 ເຮັກຕາ ແລະ ບໍລິສັດ 215 ເຮັກຕາ ), ເມືອງດາກຈຶງ 233 ເຮັກຕາ ( ລັດ 3 ເຮັກຕາ, ໂຄງການອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ຊາຍແດນ ຫຼື BCC-FIP 23 ເຮັກຕາ, ໂຄງການ IFAD 200 ເຮັກຕາ, ແລະ ປະຊາຊົນ 5 ເຮັກຕາ ), ເມືອງທ່າແຕງ 2 ເຮັກຕາ (ພາກລັດປູກ), ເມືອງກະລຶມ 3 ເຮັກຕາ (ພາກລັດປູກ).

 

 

ສໍາລັບໃນວັນທີ 1 ເດືອນມິຖຸນາ 2019 ນີ້ ກະກຽມປູກໄມ້ໄດ້ 21 ເຮັກຕາ. ໃນນີ້, ເມືອງລະມາມ 13 ເຮັກຕາ, ທ່າແຕງ 2 ເຮັກຕາ, ກະລຶມ 3 ເຮັກຕາ ແລະ ດາກຈຶງ 3 ເຮັກຕາ, ສະເພາະເບ້ຍໄມ້ທີ່ຈະນໍາມາປູກໃນຄັ້ງນີ້ແມ່ນໄມ້ປະດັບ ແລະ ໄມ້ພື້ນເມືອງ ເຊັ່ນ: ໄມ້ດອກຝາງແດງ, ສໍາສາ, ຫວາຍ, ດອກຈໍາປາ, ໄມ້ດູ່, ໄມ້ແຄນ, ໄມ້ຂະຍູງ, ໄມ້ຈໍາປາປ່າ, ໄມ້ສັກ, ໄມ້ແຕ້ຂ່າ, ໄມ້ບາກ ແລະ ອື່ນໆ.

ສຳລັບປີນີ້ ໄດ້ມີແຜນການຜະລິດເບ້ຍໄມ້ຈໍານວນ 1 ລ້ານກວ່າເບ້ຍ ເພື່ອສະໜອງໃຫ້ແກ່ການປູກຕົ້ນໄມ້ໃນລະດູການປູກໄມ້ ມາຮອດປັດຈຸບັນໄດ້ສະໜອງ ເບ້ຍໄມ້ເພື່ອນໍາໄປປູກໄດ້ແລ້ວ 3 ແສນກວ່າເບ້ຍ, ໃນນີ້ ຂະແໜງປ່າໄມ້ ຜະລິດເບ້ຍໄມ້ໄດ້ 21 ພັນກວ່າເບ້ຍ, ເມືອງລະມາມ ຜະລິດໄດ້ 39 ພັນກວ່າເບ້ຍ ( ລັດ 1 ພັນກວ່າເບ້ຍ, ບໍລິສັດ 20 ພັນກວ່າເບ້ຍ, ປະຊາຊົນ 18 ພັນກວ່າເບ້ຍ ), ທ່າແຕງ ຜະບິດໄດ້ 2 ພັນກວ່າເບ້ຍ, ກະລຶມ ຜະລິດໄດ້ 1 ພັນກວ່າເບ້ຍ, ດາກຈຶງ ຜະລິດໄດ້ 2 ແສນກວ່າເບ້ຍ ( ລັດ 1 ພັນກວ່າເບ້ຍ, ໂຄງການ BCC-FIP 27 ພັນກວ່າເບ້ຍ, ໂຄງການ IFAD 2 ແສນກວ່າເບ້ຍ, ປະຊາຊົນ 2 ພັນກວ່າເບ້ຍ ).

 

 

ຮອງຫົວໜ້າຂະແໜງປ່າໄມ້ໃຫ້ຮູ້ອີກວ່າ: ການປູກໄມ້ໃນໄລຍະຜ່ານມາສັງເກດເຫັນວ່າການເລີນເຕີບໂຕ ແລະ ອັດຕາລອດຕາຍ ມີຄວາມແຕກຕ່າງກັນ, ເຊິ່ງການປູກໄມ້ຂອງລັດ ແລະ ປະຊາຊົນ ມີອັດຕາລອດຕາຍໜ້ອຍ ເນື່ອງຈາກຂາດງົບປະມານໃນການບົວລະບັດຮັກສາ ເປັນຕົ້ນການອະນາໄມພື້ນທີ່ປູກ, ການໃສ່ຝຸ່ນ ແລະ ເຮັດຮົ້ວປ້ອງກັນສັດ.

 

 

ສ່ວນການປູກໄມ້ຂອງບໍລິສັດ ແລະ ໂຄງການ ແມ່ນມີອັດຕາລອດຕາຍສູງເຖິງ 70-80% ຍ້ອນມີຕົ້ນທຶນໃນການບົວລະບັດຮັກສາ ແຕ່ງເຖິງໃດກໍ່ຕາມຂະແໜງປ່າໄມ້ຂອງພວກເຮົາ ຢາກຂໍຮຽກຮ້ອງ ເຊີນຊວນຜູ້ປະກອບການ ລວມເຖິງພາກລັດ ແລະ ປະຊາຊົນ ຕັ້ງໜ້າປະກອບສ່ວນ ແລະ ໃຫ້ຄວາມຮ່ວມໄມ້ຮ່ວມມືໃນການປູກໄມ້ໃນຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ, ຖ້າມີຄວາມຕ້ອງການເບ້ຍໄມ້ ແມ່ນໃຫ້ສະເໜີຂະແໜງປ່າໄມ້ແຂວງ ພວກເຮົາຍິນດີສະໜອງເບ້ຍໄມ້ໃຫ້ໂດຍບໍ່ໄດ້ເສຍຄ່າ. ທັງນີ້, ເພື່ອເຮັດໃຫ້ຂະບວນການປູກຕົ້ນໄມ້ປີນີ້ ມີບັນຍາກາດຟົດຟື້ນ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

 

 

 

ຂໍ້ມູນຈາກ, ຂ່າວເຊກອງ