ເດືອນມີນາ ລາວບັນລຸມູນຄ່າການຄ້າ 800 ກວ່າລ້ານໂດລາແຕ່ຍັງຂາດດູນຢູ່

88

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 03 ປີ 2019 ປະຕິບັດໄດ້ປະມານ 881 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 485 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 395 ລ້ານໂດລາສະຫະລັດ ເຖິງຢ່າງໃດກໍ່ຕາມລາວເຮົາຍັງຂາດດູນກັບຕ່າງປະເທດຢູ່ 90 ລ້ານໂດລາສະຫະລັດ.

ในภาพอาจจะมี ท้องฟ้า, อาหาร และสถานที่กลางแจ้ง

ພາບປະກອບຂ່າວ

 

ອີງຕາມການລາຍຂອງ ກົມພາສີ, ກະຊວງການເງິນ ໃຫ້ຮູ້ວ່າ: ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນມີນາ ປີ 2019 ປະຕິບັດໄດ້ປະມານ 881 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 485 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 395 ລ້ານໂດລາສະຫະລັດ.

 

ພາບປະກອບຂ່າວ

 

ໃນນີ້, ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໝາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້.

 

 

ສິນຄ້ານໍາເຂົ້າປະຈໍາເດືອນມີນາ ປີ 2019 ປະກອບມີ: ນໍ້າມັນກາຊວນ, ພາຫະນະທາງບົກ ຈາກນີ້ກໍ່ມີລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ອຸປະກອນກົນຈັກ(ນອກຈາກເຄື່ອງກົນຈັກພາຫະນະ), ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ , ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…)

 

 

ມາຮອດຂະນະນີ້ປະເທດຄູ່ຄ້າໃຫຍ່ທີ່ຮັບຊື້ສິນຄ້າຂອງລາວກໍ່ຍັງແມ່ນ  ຈີນ, ໄທ, ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ, ຈີນຮົງກົງ, ສ.ອາເມລິກາ, ສະວີເດນ ແລະ ສະວິດເຊີແລນ.

 

 

ສ່ວນສິນຄ້າທີ່ ສປປ ລາວນຳເຂົ້າລວມມີ ໄທ, ຈີນ, ຫວຽດນາມ,​ ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ຈີນຮົງກົງ, ເຢຍລະມັນ, ອິນເດຍ ແລະ ສ.ອາເມລິກາ.

 

 

 

 

 

ຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ