ເມືອງວຽງໄຊ ປະເຊີນໜ້າກັບຝູງຕັກແຕນລະບາດ

49

ປະຊາຊົນຫຼາຍບ້ານເຂດເມືອງວຽງໄຊ ແຂວງຫົວພັນ ກຳລັງປະເຊີນໜ້າກັບຝູງຕັກແຕນລະບາດໜັກໜ່ວງກວ່າທຸກປີ, ດ້ານພະແນກການກ່ຽວຂ້ອງຊີ້ວ່າອຸປະກອນທີ່ມີຢູ່ບໍ່ສາມາດປາບປາມໄດ້ ອາທິດຜ່ານມາແຜ່ລາມໄປຫຼາຍເຮັກຕາແລ້ວ.

ຕາມການລາຍງານຂອງ ທ່ານ ສິງວົງໄຊ ສຸລິວົງພັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງໄຊ ໃຫ້ຮູ້ວ່າ: ປັດຈຸບັນເມືອງວຽງໄຊ ໄດ້ມີຕັກແຕນລະບາດທົ່ວໄປຢູ່ຫຼາຍບ້ານ. ໃນນັ້ນ, ໜັກກວ່າໝູ່ແມ່ນຂອບເຂດບ້ານນາເມືອງ ຂຶ້ນກັບກຸ່ມບ້ານຊຽງລວງ ເມືອງວຽງໄຊໂດຍໄດ້ຮັບຄຳຮ້ອງເພື່ອຂໍຄວາມຊ່ວຍເຫຼືອຈາກອຳນາດການປົກຄອງບ້ານ. ສະນັ້ນ, ວັນທີ 16 ພຶດສະພາ 2019 ຜ່ານມານີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງໄຊ ໄດ້ສົ່ງທີມງານວິຊາການພ້ອມອຸປະກອນປາບສັດຕູພືດຄືເຄື່ອງສີດພົ່ນຢາຊະນິດກາງຈຳນວນ 2 ເຄື່ອງ ລົງພື້ນທີ່ເພື່ອຊ່ວຍເຫຼືອແກ້ໄຂເບື້ອງຕົ້ນ, ແຕ່ເນື່ອງຈາກວ່າການລະບາດຂອງຕັກແຕນຄັ້ງນີ້ແມ່ນໜັກໜ່ວງ, ເປັນວົງກວ້າງ ເຊິ່ງຕາມຂໍ້ມູນເບື້ອງຕົ້ນແມ່ນແຜ່ລາມໃນເນື້ອທີ່ 3 ເຮັກຕາກວ່າ ແລະ ເກີນຂີດຄວາມສາມາດ.

ມາຮອດວັນທີ 17 ພຶດສະພາ 2019 ນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ນຳສະເໜີຕໍ່ການນຳເມືອງວຽງໄຊ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມທັງເພີ່ມອຸປະກອນສີດພົ່ນລົງພື້ນທີ່ສືບຕໍ່ກຳຈັດຕັກແຕນ ຄາດວ່າການກຳຈັດຊຸດທຳອິດນີ້ແມ່ນຈະໃຊ້ເວລາ 3 ວັນ ລໍຖ້າທິດຊີ້ນຳຈາກຂັ້ນເທິງເພື່ອແກ້ໄຂໄລຍະຍາວໃຫ້ໄວທີ່ສຸດ ເພື່ອປົກປ້ອງພືດພັນ ແລະ ຜົນຜະລິດຂອງປະຊາຊົນໃຫ້ໄດ້ເທົ່າທີ່ສາມາດຈະຊ່ວຍໄດ້.

ທ່ານ ບຸນກອງ ດວງປັນຍາ ນາຍບ້ານນາເມືອງ ກ່າວວ່າ: ສະພາບການແຜ່ລະບາດຂອງຕັກແຕນຢູ່ຂອບເຂດບ້ານນາເມືອງ ແມ່ນມີມາຫຼາຍປີແລ້ວແຕ່ບໍ່ໜັກເພາະມັນບໍ່ລົງມາທຳລາຍເຄື່ອງປູກຂອງຝັງປະຊາຊົນ, ສະເພາະປີນີ້ແມ່ນໜັກ ກວ່າໝູ່ເທົ່າທີ່ມີມາ, ປັດຈຸບັນຕັກແຕນໄດ້ທຳລາຍຕົ້ນກ້າຂອງປະຊາຊົນທີ່ຫາກໍ ຫວ່ານຫຼາຍແຫ່ງ ແລະ ຂັ້ນເທິງກໍໄດ້ລົງມາຊ່ວຍກຳຈັດເບື້ອງຕົ້ນແລ້ວ.

( ຂ່າວ: ໄອແກ້ວ )