ຊາວພຸດທະສາສະນິກະຊົນ ຮ່ວມໃສ່ບາດບຸນວັນວິສາຂະບູຊາ ພຸດທະສັງກາດ2562 ມີພຣະສົງ-ສາມະເນນ ຈຳນວນ 700 ອົງ

90

ໃນຕອນເຊົ້າ ວັນທີ 18 ພຶດສະພາ 2019 ທີ່ເດີນພະທາດຫຼວງວຽງຈັນ ຊາວພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ຮ່ວມກັນໃສ່ບາດ ໃນງານບຸນສະເຫຼີມສະຫຼອງວັນວິສາຂະບູຊາ ພຸດທະສັງກາດ 2562 ກົງກັບວັນເພັງ 15 ຄ່ຳ ເດືອນ 6 ວັນທີ 18 ພຶດສະພາ 2562 ເຊິ່ງມີພຣະສົງ-ສາມະເນນ ຈຳນວນ 700 ອົງ.

ນອກຈາກພິທີໃສ່ບາດຖວາຍທານແລ້ວໃນຕອນບ່າຍວັນດຽວກັນກໍໄດ້ມີພິທີແຫ່ຕົ້ນກາລະພຶກ ແລະ ຜ້າມາມະຫາສະມັກຄີ ເພື່ອສົມທົບທຶນສ້າງອາຄານປະ ທານສູນກາງອົງການພຸດທະສາສະໜາທີ່ຫໍທໍາມະສະພາ ແລະ ໃນຕອນຄໍ່າໄດ້ມີພິທີວຽນທຽນອ້ອມພະທາດຫຼວງວຽງຈັນເພື່ອບູຊາພຣະຣັດຕະນະໄຕ ແລະ ສົມໂພດພະພຸດທະຮູບຕື່ມອີກ.

ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6 ເພັງວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດ ການອັດສະຈັນທີ່ສໍາຄັນ ກ່ຽວກັບລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:


1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດ
ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມ ຂອງຄົນຊົມພູທະວີບ ( ໃນປະເທດອິນເດຍປະຈຸບັນ ) ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງ ຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຕອນທີ່ກໍາລັງ ເດີນທາງກັບບ້ານ-ເມືອງ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມກ້ອງຕົ້ນສາລະ ທີ່ສວນລຸມພິນີວັນ ແລະພຣະນາງໄດ້ປະສູດພຣະໂອຣົດ ໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີຈໍ ກ່ອນພຸດທະສັກກະຣາຊ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິທທັດຖະ ແປວ່າ : ສົມປາດຖະໜາ

2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້
ຫຼັງຈາກອອກບວດໄດ້ 6 ປີ ເມື່ອພຣະຊົນມາຍຸ 35 ພັນສາ ເຈົ້າຊາຍສິທທັດຖະ ກໍໄດ້ຕັດສະຮູ້ ເປັນພຣະສັມມາສັມພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ ສີຼມະຫາໂພທິ໌ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາ ເສນານິຄົມ ໃນຕອນເຊົ້າຂອງ ວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາຊ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງ ເມືອງຄະຍາ ແຫ່ງຣັຖພິຫານ ປະເທດອິນເດຍ.

3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ
ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ.ກົງກັບວັນອັງຄານຂຶ້ນ 15 ຄຳ່ ເດືອນ 6 ປີ ມະເສັງ


ວັນວິສາຂະບູຊາ ເປັນວັນສຳຄັນຂອງໂລກວັນວິສາຂະບູຊາ ໄດ້ຮັບຮອງຈາກອົງການ ສະຫະປະ ຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ 15 ທັນວາ ພ.ສ. 2542 (ຄ.ສ. 1999) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAk DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍຶ່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ 1 ວັນ ຂອງສະຫະປະຊາຊາດ ແລະ ເປັນວັນພັກລັດຖະການຫຼາຍປະເທດໃນໂລກ.