ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ອາດຈະຖືກຮັບຮອງໃນເດືອນມິຖຸນານີ້

174

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ຢູ່ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ມີກອງປະຊຸມສໍາມະນາວິທະຍາສາດ ເພື່ອທາບທາມຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໂດຍການເປັນປະທານຂອງ ທ່ານ       ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານໃນຂົງເຂດເສດຖະກິດ, ບັນດາທ່ານຄະນະປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການກົດໝາຍສະພາແຫ່ງຊາດ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານສະມາຊິກສະພາແຫ່ງຊາດ ພິເສດແມ່ນການເຂົ້າຮ່ວມ ແລະ ບັນຍາຍໂດຍຜູ້ຕາງໜ້າຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສສ ຫວຽດນາມ ແລະ ບັນດາບໍລິສັດຂອງ ສສ ຫວຽດນາມ ທີ່ດໍາເນີນທຸລະກິດກ່ຽວກັບອະສັງຫາລິມະຊັບຢູ່    ສປປ ລາວ ເຂົ້າຮ່ວມທັງໝົດ 114 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບມາດຕາທີ່ພົວພັນກັບວຽກງານຄຸ້ມຄອງອະສັງຫາລິມະຊັບ ແລະ ການຄຸ້ມຄອງຄອນໂດມີນຽມ ເຊິ່ງເປັນມາດຕາໃໝ່ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ແລະ ຮັບຟັງການບັນຍາຍກ່ຽວກັບບົດຮຽນການດໍາເນີນອະສັງຫາລິມະຊັບ ແລະ ການຄຸ້ມຄອງຄອນໂດມີນຽມຢູ່ ສສ ຫວຽດນາມ ໂດຍການຂຶ້ນບັນຍາຍຂອງ ທ່ານ Dao Trung Chinh ຮອງຫົວໜ້າກົມໃຫຍ່ທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສສ ຫວຽດນາມ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍຂອງ ທ່ານ Nguyen minh Tri ຮອງຜູ້ອໍານວຍການ ບໍລິສັດ KN Group Vientiane Co. Ltd ແລະ ທ່ານ Nguyen Trong Thong ປະທານສະພາບໍລິຫານ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ Ha Do International investment Co. Ltd ແນ່ໃສ່ເພື່ອຮັບປະກັນທາງດ້ານເນື້ອໃນຂອງກົດໝາຍວ່າດ້ວຍທີ່ດິນ ( ສະບັບປັບປຸງ ) ນີ້ມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພາຍຫຼັງທີ່ກົດໝາຍສະບັບດັ່ງກ່າວຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງຄາດວ່າຈະໄດ້ຈັດຂຶ້ນໃນເດືອນມິຖຸນາ 2019 ນີ້. ຜ່ານການປຶກສາຫາລືຢ່າງກົງໄປ – ກົງມາ, ກອງປະຊຸມໄດ້ມີ ຄວາມເປັນເອກະພາບສູງໃນການນໍາເອົາຜົນຂອງການປະກອບຄວາມເຫັນໃນຄັ້ງນີ້ ເປັນບ່ອນອີງເພີ່ມຕື່ມໃນການປັບປຸງເນື້ອໃນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ເຊິ່ງຈະໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງດ້ານກົດໝາຍແບບຮອບດ້ານໃນທ້າຍເດືອນພຶດສະພາ 2019 ນີ້.

ກອງປະຊຸມໃນຄັ້ງນີ້ເປັນເທື່ອທີສອງ ຫຼັງຈາກທີ່ໄດ້ຍາດແຍ່ງບົດຮຽນ ແລະ ຄວາມຄິດເຫັນນໍາຊ່ຽວຊານດ້ານວຽກງານທີ່ດິນ ແລະ ບໍລິສັດທີ່ລົງທຶນໃນລາວ ຂອງ ສປ ຈີນ.