ຂໍ້ຄວນປະຕິບັດ ໃນວັນວິສາຂະບູຊາ ຖ້າເຮັດໄດ້ຈະດີຕໍ່ຊີວິດແທ້!!!

188

ວັນວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບ ພຸດທະສາສະນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມລະນຶກເຖິງ ພຣະວິສຸດທິຄຸນ, ພຣະປັນຍາຄຸນ ແລະ ພຣະມະຫາກະຣຸນາທິຄຸນ ຂອງພຣະສໍາມາສໍາພຸດທະເຈົ້າ ທີ່ມີຕໍ່ມວນມະນຸດ ແລະ ສັບພະສັດ ແລະ ນ້ອມນຳຫຼັກທໍາຄຳສັ່ງສອນຂອງພະພຸດທະອົງ ມາເປັນແນວທາງການປະຕິບັດໃນການດຳລົງຊີວິດ.

 

 

ປະເທດລາວ ເປັນອີກປະເທດທີ່ມີຄົນນັບຖືສາສະໜາພຸດເປັນສ່ວນຫຼາຍ, ປະຊາຊົນລາວມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ມັກເຮັດບຸນສິນກິນທານ ມັກເຂົ້າວັດຟັງທໍາ, ຮັກສາສິນ, ຈະເລີນພາວັນນາ ແລະ ອື່ນໆ ສ່ວນພະສົງ-ສາມະເນນ ກໍຈະປະກອບສາສະນະກິດ ຈັດງານໃນວັດ ໃນສະຖານທີ່ຕ່າງໆເພື່ອບັນຍາຍທໍາມະເທດສະໜາ, ຮັກສາສິນ ແລະ ພາວັນນາ.

 

 

ສຳລັບກິດຈະກຳໃນວັນວິສາຂະບູຊາ ທີ່ຕ້ອງປະຕິບັດໄດ້ແກ່ : ເຮັດບຸນໃສ່ບາດ ຢາດນ້ຳອຸທິດສ່ວນກຸສົນໃຫ້ພີ່ນ້ອງທີ່ລ່ວງລັບ ແລະ ເຈົ້າກໍານາຍເວນ; ກຽມອາຫານຄາວຫວານໄປເຮັດບຸນຖວາຍພັດຕາຫານທີ່ວັດ ແລະ ປະຕິບັດທັມ ຟັງທໍາມະເທສະໜາ; ປ່ອຍນົກ ປ່ອຍປາ ເພື່ອສ້າງບຸນກຸສົນ; ຮ່ວມວຽນທຽນອ້ອມພັດຕະສິມາທີ່ວັດໃນຕອນຄ່ຳ ເພື່ອລະນຶກເຖິງຄຸນພະພຸດ ພະທໍາ ພະສົງ

 

 

ໃນວັນວິສາຂະບູຊາ ພຸດທະສາສະນິກຊົນທັງຫຼາຍ ຄວນຢຶດໝັ້ນໃນຫຼັກທໍາ ເຊິ່ງຫຼັກທໍາທີ່ຄວນນຳມາປະຕິບັດໃນວັນວິສາຂະບູຊາໄດ້ແກ່ : ຄວາມກະຕັນຍູຮູ້ຄຸນ: ຄືການຮູ້ຄຸນຄົນ ເປັນຄຸນນະທໍາ ທີ່ຄູ່ກັບຄວາມກະຕັນຍູກະຕະເວທີ ເຊິ່ງ  ໝ າຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້ ຄວາມກະຕັນຍູ ແລະ ຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງ “ຄົນດີ” ເຮັດໃຫ້ຄອບຄົວ ແລະ ສັງຄົມມີຄວາມສຸກ ເຊິ່ງຄວາມກະຕັນຍູກະຕະເວທີນັ້ນ ສາມາດເກີດຂຶ້ນໄດ້ກັບ: ບິດາ ມານດາ, ຄູບາ-ອາຈານ, ມວນຊົນທົ່ວໄປ ແລະ ສັບພະສັດທັງຫຼາຍ.

 

 

ໃນພຸດທະສາສະໜາ ປຽບພະພຸທທະເຈົ້າ ເປັນດັ່ງ “ບຸພະກາຣີ” ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ. ດັ່ງນັ້ນ, ພຸດທະສາສະນິກຊົນ ຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີ, ດ້ວຍການທະນຸບຳລຸງພຸດທະສາສະໜາ ໃຫ້ດຳລົງຢູ່ສືບໄປ.