ຈັບໄດ້ “ໂຈນລັກເງິນ 26 ລ້ານ” ສາລະພາບໝົດເປືອກ ສ້າງວິລະກຳໄວ້ຢູ່ຈີນແລ້ວກ່ອນເຂົ້າລາວ

78

ຄະດີໂຈນລັກເງິນໃນລົດໄປຢ່າງງຽບ 26 ລ້ານກີບ ກາຍເປັນທີ່ສົນໃຈພໍສົມຄວນຂອງສັງຄົມ ແລະຄະດີນີ້ເຈົ້າໜ້າທີ່ສາມາດຈັບຜູ້ກໍ່ເຫດໄດ້ທັນຄັວນ ພ້ອມຖະແຫຼງຂ່າວຕໍ່ສື່ມວນຊົນເປັນທີ່ຮຽບຮ້ອຍພາຍໃນເວລາບໍ່ເຖິງອາທິດ ຕ້ອງຂໍຊົມເຊີຍການເຮັດວຽກຢ່າງຫ້າວຫັນຂອງອ້າຍນ້ອງຕຳຫຼວດຢ່າງສຸດໃຈ.  ໃນວັນທີ 16 ພຶດສະພາ 2019, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປກສ ກ່ຽວກັບ ຄະດີຄົນຮ້າຍເຂົ້າໄປລັກເອົາເງິນ ຈໍານວນ 26 ລ້ານກີບ ຢູ່ໃນລົດໂຕໂຢຕາຣີໂວ້ ຢູ່ເຂດບ້ານພະຂາວ ເມືອງໄຊທານີ.

 

ທ່ານ ພັນໂທ ພຸດທະວົງ ດິດຍະວົງ, ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ຖະແຫຼງວ່າ: ໃນເວລາ 13:30 ໂມງ ຂອງວັນທີ 13 ພຶດສະພາ 2019, ເຈົ້າໜ້າທີ່ ປກສ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກ ທ້າວ ກົງໃຈ ອາຍຸ 27 ປີ ອາຊີບຄ້າ-ຂາຍ ຢູ່ບ້ານວຽງແກ້ວ ເມືອງໄຊທານີ ວ່າ: ເວລາ 11: 25 ໂມງ ຂອງວັນດຽວກັນ, ຜູ້ກ່ຽວໄດ້ຂັບຂີ່ລົດກະບະຣີໂວ້ ສີຂາວ ໝາຍເລກທະບຽນ ກວ 3538 ກໍາແພງນະຄອນ ໄປຈອດໄວ້ຢູ່ແຄມທາງຖະໜົນໄກສອນ ເຂດບ້ານພະຂາວ ເມືອງໄຊທານີ ແລ້ວຜູ້ກ່ຽວກໍໄດ້ເຂົ້າໄປຮ້ານອາຫານ ເພື່ອກິນເຂົ້າທ່ຽງ ໃຊ້ເວລາປະມານ 15 ນາທີ ແລ້ວອອກມາຂຶ້ນລົດ ເພື່ອຈະກັບບ້ານ ແຕ່ພາຍຫຼັງມາຮອດລົດ ຈຶ່ງຮູ້ວ່າ ປະຕູລົດບໍ່ໄດ້ລ໋ອກ.

 

ຈາກນັ້ນ, ຈຶ່ງໄດ້ກວດກາເບິ່ງຊັບສິນທີ່ໄດ້ປະໄວ້ຢູ່ພາຍໃນລົດ ຄື: ເງິນຈໍານວນ 24 ລ້ານກີບ ແລະ ເງິນບາດ 8.000 ບາດ ແມ່ນໄດ້ສູນຫາຍໄປແລ້ວ. ພາຍຫຼັງ, ທາງເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມແລ້ວ ກໍໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ແລະ ກໍໄດ້ຂໍຄວາມຮ່ວມມືນໍາບັນດາຮ້ານຄ້າຕ່າງໆຢູ່ບໍລິເວນໃກ້ຄຽງ, ພວກເຮົາຈຶ່ງສາມາດເຫັນເປົ້າໝາຍຜູ້ຕ້ອງສົງໄສຈໍານວນ 2 ຄົນ ເປັນເພດຊາຍນຸ່ງຖືຄ້າຍຄືຄົນຕ່າງປະເທດ ຍ່າງເລາະສັງເກດເບິ່ງລົດຄັນດັ່ງກ່າວຢູ່ ແລະ ເຫັນວ່າ ບໍ່ມີເຈົ້າຂອງລົດ ຈຶ່ງໄດ້ເປີດປະຕູເຂົ້າໄປໃນລົດ ໃຊ້ເວລາປະມານ 2 ນາທີ.

 

ຈາກນັ້ນ, ຄົນຮ້າຍທັງສອງ ຈຶ່ງໄດ້ລົງຈາກລົດຂອງຜູ້ຖືກເສຍຫາຍ ແລ້ວເອົາຕົວຫຼົບໜີ, ພໍຮູ້ຂໍ້ມູນແລ້ວ ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ຕິດຕາມນໍາຊອກຄົ້ນຫາເປົ້າໝາຍທີ່ເຫັນຢູ່ໃນພາບກ້ອງວົງຈອນປິດ ເພື່ອນໍາຕົວມາສືບສວນ-ສອບສວນ. ຕົກມາຮອດເວລາ 21:00 ໂມງ ຂອງວັນທີ 14 ພຶດສະພາ 2019, ເຈົ້າໜ້າທີ່ ຈຶ່ງພົບເຫັນເປົ້າໝາຍຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານໜອງສະໂນ ເມືອງສີໂຄດຕະບອງ ຈຶ່ງໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ ປກສ ເມືອງສີໂຄດ ເຂົ້າກັກຕົວພວກກ່ຽວຈໍານວນ 3 ຄົນ ແລະ ໄດ້ກວດຄົ້ນຫ້ອງພັກພົບເຫັນອຸປະກອນເຄື່ອງຕັດສັນຍານລີໂມດລົດໃຫຍ່ ຈໍານວນ 3 ເຄື່ອງ.

 

 

ຜ່ານການສືບສວນ-ສອບສວນ ຈຶ່ງຮູ້ວ່າ: ຜູ້ກໍເຫດຊື່ ທ້າວ ວາງຄາຍແຢນ ອາຍຸ 42 ປີ, ທ້າວ ຢວນເຕີເວີນ ອາຍຸ 45 ປີ ແລະ ທ້າວ ຫ່ວງອ່ານເຢີນ ອາຍຸ 35 ປີ ທັງ 3 ເປັນກໍາມະກອນ ມາຈາກ ສປ ຈີນ ເຊິ່ງທັງ 3 ຮັບສາລະພາບວ່າ: ກ່ອນທີ່ຈະລົງມືກໍ່ເຫດ ໃນວັນທີ 11 ພຶດສະພາ 2019 ໄດ້ໄປເຊົ່າລົດຮຸນໄດສາມາຟາ ໝາຍເລກທະບຽນ ກຄ 8946 ກຳແພງນະຄອນ ເພື່ອນໍາມາເຄື່ອນໄຫວລັກຊັບ; ຈົນມາຮອດວັນທີ 13 ພຶດສະພາ 2019 ໄດ້ຂີ່ລົດມາຕາມເສັ້ນທາງໄກສອນ ຈຶ່ງພົບເຫັນເປົ້າໝາຍຂີ່ລົດຣີໂວ້ ມາຈອດຢູ່ແຄມທາງໜ້າຮ້ານອາຫານ ເຂດບ້ານພະຂາວ.

 

ຈາກນັ້ນ, ທ້າວ ຫ່ວງອ່ານເຢີນ ແລະ ທ້າວ ຢວນເຕີເວີນ ກໍໄດ້ລົງຈາກລົດແລ້ວໄດ້ຕັດສັນຍານລີໂມດລະບົບລ໋ອກປະຕູລົດ ແລ້ວສັງເກດສະຖານະການຈົນບໍ່ມີຄົນ ທ້າວ ຢວນເຕີເວີນ ກໍຂຶ້ນໄປເອົາເງິນຢູ່ໃນລົດ ແລ້ວລົບໜີໄປຢູ່ໂຮງແຮມທີ່ເຊົ່າໄວ້ ຢູ່ເຂດບ້ານນາຄໍາ ເມືອງສີໂຄດຕະບອງ ແລ້ວຈຶ່ງຍ້າຍບ່ອນພັກໄປຢູ່ບ່ອນໃໝ່ ເຂດບ້ານໜອງສະໂນ ແລະ ນໍາເອົາເງິນຈໍານວນດັ່ງກ່າວ ໄປແລກເປັນເງິນຢວນ ແລ້ວນໍາເຂົ້າຝາກບັນຊີທະນາຄານ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.

ທັງ 3 ຮັບສາລະພາບຕື່ມອີກວ່າ: ໃນໄລຍະຜ່ານມາ, ເຄີຍເຄື່ອນໄຫວໃນຮູບການດຽວກັນນີ້ ຢູ່ ສປ ຈີນ ມາແລ້ວຫຼາຍຄັ້ງ ແຕ່ບໍ່ເຄີຍຖືກເຈົ້າໜ້າທີ່ຈັບໄດ້ຈັກເທື່ອ. ປັດຈຸບັນ, ເຈົ້າໜ້າທີ່ ກໍາລັງດໍາເນີນຄະດີດັ່ງກ່າວຕາມລະບຽບກົດໝາຍ, ສ່ວນເງິນທີ່ພວກກ່ຽວລັກມານັ້ນ ເຈົ້າໜ້າທີ່ກໍາລັງປະສານກັບທະນາຄານ ເພື່ອເກັບກູ້ຊັບສິນຄືນມາໃຫ້ກັບເຈົ້າຂອງເດີມ ໃຫ້ຄົບຕາມຈໍານວນ.

 

 

ຂໍ້ມູນຈາກ: ໜັງສືພິມປ້ອງກັນຄວາມສະຫງົບ