ມີຂອງດີຕ້ອງເສົ່ມເສີມ! ເທດສະການໄໝມ້ອນຫົວພັນກັບໜ່ວຍແກ້ວຫຼັກເມືອງຄົບຮອບ 11 ປີ

79

ວັນທີ 16 ພຶດສະພາ 2019 ນີ້, ແຂວງຫົວພັນໄດ້ຈັດພິທີເປີດເທດສະການຜ້າໄໝມ້ອນແຂວງຫົວພັນຂື້ນທີ່ສວນແກ້ວຫຼັກເມືອງ ເມືອງຊຳເໜືອ, ພາຍໃຕ້ການເປັນປະທານຂອງທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ, ມີພະແນກການຕ່າງໆພ້ອມກັບບັນດາບໍລິສັດຫ້າງຮ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນອ້ອມຂ້າງເທສະບານແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน และงานแต่งงาน

ທ່ານ ນາງ ໝັ້ນ ເພັງຄັດຕິຍະ ປະທານສະຫະພັນແມ່ຍິງແຂວງຫົວພັນ ກ່າວວ່າ: ຫັດຖະກຳຕໍ່າຫູກທໍໄໝ, ການປູກມອນລ້ຽງມ້ອນເປັນມູນເຊື້ອອັນດີງາມຂອງເອື້ອຍນ້ອງແມ່ຍິງແຂວງຫົວພັນ, ເປັນທ່າແຮງໜຶ່ງຂອງແຂວງ ທັງເປັນເອກະລັກສະເພາະທີ່ເປັນມູນເຊື້ອອັນດີງາມທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍຈົນເຖິງທຸວັນນີ້. ຜ້າແພ, ສິ້ນໄໝມ້ອນ, ສີໄມ້ລາຍມືອັນປານີດຂອງເອື້ອຍນ້ອງແມ່ຍິງແຂວງຫົວພັນໄດ້ມີຊື່ສຽງໂດງດັງພ້ອມທັງໄດ້ຮັບລາງວັນຕະຫຼອດມາ, ເປັນທີ່ນິຍົມທັງພາຍໃນ ແລະ ຕ່າງປະເທດ. ຈິ່ງຄວນໄດ້ຮັບການສົ່ງເສີມ ແລະເສີມຂະຫຍາຍໃຫ້ສືບຕໍ່ຢູ່ຄູ່ຊາວແຂວງຫົວພັນຕະຫຼອດໄປ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และงานแต่งงาน

ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດງານເທດສະການຜ້າໄໝມ້ອນແຂວງຫົວພັນກ່າວວ່າ: ການຈັດເທດສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້ແມ່ນແນໃສ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າຂອງເອື້ອຍນ້ອງແມ່ຍິງທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ ເປັນສິ່ງໜຶ່ງທີ່ໜ້າພາກພູມໃຈ ແລະ ເອກອ້າງທະນົງໃຈຂອງຊາວແຂວງຫົວພັນ.

ในภาพอาจจะมี ตาราง และสถานที่ในร่ม

ງານດັ່ງກ່າວນີ້ຍັງເປັນການກະຕຸກຊຸກຍູ້, ສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດຜູ້ຜະລິດຫັດຖະກຳພາຍໃນແຂວງຫົວພັນໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະຂາຍ ສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕ່ຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວຢ່າງແຂງແຮງ ແລະ ສາມາດສ້າງລາຍຮັບໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ไม่มีคำอธิบายรูปภาพ

ພາຍໃນເທດສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ໄດ້ຈັດໃຫ້ມີກິດຈະກຳແຂ່ງຂັນສາວໄໝ, ຜ່ຽນຫຼອດ ແລະ ຄົ້ນຫູກໄວ-ງາມ; ປະກວດຜ້າໄໝ, ສິ້ນໄໝງາມ; ປະກວດນາງສາວຜ້າໄໝມ້ອນ, ນັກຮ້ອງສຽງດີ, ງານຕະຫຼາດນັດສິນຄ້າຜ້າແພໄໝມ້ອນ, ຜະລິດຕະພັນຫັດຖະກຳຂອງແຂວງຫົວພັນ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງຄົບຮອບ 11 ປີ ງານປິດລົງໃນວັນທີ 17 ພຶດສະພາ 2019.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และงานแต่งงาน

 

 

ຂ່າວ-ພາບ: ໄອແກ້ວ