ສວຊ ວາງສະແດງຜົນງານນັກສຶກສາຊ່ວຍລະດົມທຶນການສຶກສາ

77

ສະຖາບັນວິຈິດສິນແຫ່ງຊາດ ( ສວຊ ) ໄດ້ຈັດງານວາງສະແດງຜົນງານພາບແຕ້ມຂອງນັກສຶກສາ ແຕ່ປີທີ 1 – 5 ທີ່ຫ້ອງວາງສະແດງຂອງສະຖາບັນ ໃນວັນທີ 15 ພຶດສະພາ 2019 ໂດຍເຂົ້າຮ່ວມຂອງ ທ່ານ ໄມ່ສິງ ຈັນບຸດດີ ອຳນວຍການ ສວຊ, ທ່ານ ນາງ ບົວວອນ ພົມມະບຸດ ຫົວໜ້າພາກວິຊາສິລະປະການພິມ, ທ່ານ ມິກ ສາຍລົມ ຫົວໜ້າພາກວິຊາຈິດຕະກຳ ພ້ອມດ້ວຍບັນດາຄູ – ອາຈານ, ນັັກຈິດຕະກອນ ແລະ ນັກສຶກສາທັງຫຼາຍເຂົ້າຮ່ວມ.

ທ່ານ ໄມ່ສິງ ຈັນບຸດດີ ອຳນວຍການ ສວຊ ກ່າວວ່າ: ການວາງສະແດງຜົນງານສິລະປະຂອງນັກສຶກສາ 2 ພາກວິຊາ ຄື: ພາກວິຊາຈິດຕະກຳ ແລະ ສິລະປະການພິມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດຂອງນັກສຶກສາທັງຫຼາຍທີ່ໄດ້ສຶກສາຮໍ່າຮຽນມາໃນພາກຮຽນ ທີ I ເຊິ່ງເປັນການປະເມີນຜົນຄວາມຮູ້, ຄວາມສາມາດຂອງນັກສຶກສາຜ່ານການແຕ່ງແຕ້ມຕາມແຜນການເຄື່ອນໄຫວຂອງສະຖາບັນ. ນອກນັ້ນ, ຍັງເປັນການເຜີຍແຜ່ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ເພື່ອພັດທະນາໃຫ້ສິລະປະການສ້າງສັນຂອງລາວກ້າວທັນກັບບັນດາປະເທດຕ່າງໆ ພ້ອມທັງເປັນການຂາຍເພື່ອເປັນທຶນຮອນໃນການສຶກສາ ກໍຄືເພື່ອຮັບການສະໜັບສະໜູນຈາກບັນດາທ່ານ, ພາກສ່ວນຕ່າງໆທີ່ມີຄວາມມັກໃນສີມືສິລະປະແຕ່ງແຕ້ມຊ່ວຍຊຸກຍູ້ໃຫ້ເປັນທຶນໃນການສຶກສາຂອງນັກສຶກສາ ສວຊ.

ຜົນງານການວາງສະແດງໃນຄັ້ງນີ້ ປະກອບມີ 2 ປະເພດ ຄື: ແຕ່ງແຕ້ມຂອງພາກວິຊາຈິດຕະກຳ ແລະ ພິມຂອງພາກວິຊາສິລະປະການພິມ. ໃນນັ້ນ, ຜົນງານການພິມມີທັງໝົດ 200 ຜົນງານ ທີ່ມີເນື້ອໃນກ່ຽວກັບສັງຄົມ ແລະ ວັດທະນະທຳໃນຮູບແບບສ້າງສັນທີ່ແຕກຕ່າງກັນ ເຊັ່ນ: ແຕ້ມເສັ້ນ, ພິມແຜ່ນໃສ, ພິມປູນປຣາດສະເຕີ, ພິມໂມໂນປຣິນ, ພິມເປເປີບ໋ອກ, ພິມຜ້າໄໝ, ພິມໄມ້ຂາວ – ດຳ, ພິມກັດກົດ, ພິມ – ແຕ້ມຜ້າບ່າຕິກ, ພິມຍອດກາວ, ພິມສີນ້ຳ ແລະ ພິມໄມ້ສີ; ສ່ວນຜົນງານແຕ່ງແຕ້ມຂອງນັກສຶກສາພາກວິຊາຈິດຕະກຳມີທັງໝົດ 150 ກວ່າຜົນງານ ທີ່ສະແດງເຖິງວັດທະນະທຳ, ວິຖີຊີວິດ, ຄວາມເຊື່ອວັດຖຸບູຮານ, ທຳມະຊາດທີ່ສວຍງາມ ແລະ ຈິນຕະນາການທີ່ແຕກຕ່າງກັນທີ່ແຕ້ມດ້ວຍຫຼາກຫຼາຍສີ ເຊັ່ນ: ແຕ້ມດ້ວຍອະຄີລິກ 88 ຜົນງານ, ສີນ້ຳມັນ 37 ຜົນງານ, ສີນ້ຳ 17 ຜົນງານ ແລະ ສີຂາວ – ດຳ ຈຳນວນ 10 ຜົນງານ.

ການວາງສະແດງໃນຄັ້ງນີ້ຈະຈັດຂຶ້ນໃຫ້ບັນດາທ່ານທີ່ມັກສິລະປະທັງຫຼາຍ ເຂົ້າຊົມ ແລະ ຊ່ວຍສະໜັບສະໜູນຊື້ພາບຕ່າງໆໃນລະຫວ່າງວັນທີ 15 ຫາ 30 ພຶດສະພາ 2019 ນີ້ ແລະ ເປີດແຕ່ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]