ອາກາດຍັງສືບຕໍ່ຮ້ອນ ແລະ ມີຝົນຕົກເລັກນ້ອຍບາງທ້ອງຖິ່ນ

83

ພະຍາກອນອາກາດປະຈໍາວັນທີ 17 ພຶດສະພາ 2019ມ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.

 

ในภาพอาจจะมี ท้องฟ้า, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຂວງ ຊຽງຂວາງ. ອຖນຫະພູມໃນລະຫວ່າງ 20-31 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 26-37 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກກາງ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ. ສະເພາະແຂວງໄຊສົມບູນ ຍັງຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍ ຢູ່ບາງບໍລິເວນ. ອຖນຫະພູມໃນລະຫວ່າງ 19-27 ອົງສາ.

 

ไม่มีคำอธิบายรูปภาพ

     ສະເພາະນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 26-34 ອົງສາ.

ไม่มีคำอธิบายรูปภาพ

ພາກໃຕ້: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 26-36 ອົງສາ.

     ສຳລັບເຂດພູພຽງບໍລິເວນ: ຍັງຈະມີຝົນຕົກ, ຟ້າຮ້ອງ ກະຈາຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

 

ไม่มีคำอธิบายรูปภาพ