ຮອງລັດຖະມົນຕີ ກະຊວງ ອຄ ເນັ້ນໃຫ້ແຂວງຄຳມ່ວນ ເອົາໃຈໃສ່ສະກັດກັ້ນການຄ້າຂາຍນອກລະບົບ

86

ວັນທີ 15 ພຶດສະພາຜ່ານມາ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແຂວງຄຳມ່ວນ ໂດຍເນັ້ນໃຫ້ເຈົ້າໜ້າທີ່ການຄ້າສະກັດກັ້ນການຄ້າຂາຍນອກລະບົບ ແລະ ຍັງໃຫ້ສຸມໃສ່ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 62/ນຍ.

ໃນໂອກາດນີ້, ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ  ແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດກາການຄ້າໃນໄລຍະຜ່ານມາ ວ່າ: ໄລຍະ 1 ປີຜ່ານມາ ໜ່ວຍງານກວດກາການຄ້າແຂວງໄດ້ປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນໃນການກວດກາສິນຄ້າ ແລະ ລາຄາທີ່ລະເມີດລະບຽບຄຸ້ມຄອງທາງການຄ້າ, ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ ແລະ ການຄ້ານອກລະບົບ. ສາມາດກວດກາ ແລະ ສະກັດກັ້ນໄດ້ 14 ຄັ້ງ ມີມູນຄ່າໃນການປັບໃໝ 12 ລ້ານກວ່າກີບ, ສິນຄ້າສ່ວນໃຫຍ່ແມ່ນປະເພດ: ນໍ້າມັນ, ຢາສູບ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ໄມ້ແປຮູບຈຳນວນໜຶ່ງ.

ຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຂະແໜງດັ່ງກ່າວ ໂດຍທ່ານໄດ້ຮຽກຮ້ອງມາຍັງເຈົ້າໜ້າທີ່ກວດກາການຄ້າທັງແຂວງ ແລະ ເມືອງ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ, ສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ, ຄວບຄຸມບັນຊີແຕ່ຂອດຕົ້ນທຶນການຜະລິດຈົນເຖິງຂອດຂາຍຍົກ – ຂາຍຍ່ອຍໃນລາຄາທີ່ລັດອະນຸມັດ, ການຕິດສະຫຼາກສິນຄ້າເປັນພາສາລາວ, ເປັນເງິນກີບ, ພ້ອມກັນສະກັດກັ້ນການຄ້າຂາຍນອກລະບົບຕາມເບາະແສໃຫ້ຊັດເຈນ ແລະ ແໜ້ນໜາຂຶ້ນ ເຊັ່ນ: ສິນຄ້ານອກລະບົບປະເພດຢາສູບ ແລະ ອື່ນໆ ທີ່ມີການນຳເຂົ້າບໍ່ຖືກຕ້ອງ.

[ ຂ່າວ : ມະນີວັນ ]