ເປ້ ພົມພັກດີ ຟອມໂຫດ ຍິງ 4 ປະຕູພາທີມຊາດຍິງລາວຢູ15 ເອົາຊະນະໄທ5-2 ເຂົ້າຮອບເປັນທີ1 ຂອງກຸ່ມ ໄປພົບຟີລິບປິນ

96

ວັນທີ 17 ພຶດສະພາ 2019 ຢູ່ທີ່ສະຫນາມ ຫນາມ Institute of Physical Education Chonburi Campus Stadium 1 ຈັງຫວັດຊົນບຸຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ເຊິ່ງ ທີມຊາດລາວ ອັນດັບ2 ຂອງກຸ່ມ ພົບ ທີມຊາດໄທ ອັນດັບ1 ຂອງກຸ່ມ ເຊິ່ງເປັນການຍາດແຍ່ງອັນດັບ1 ໃນນັດສຸດທ້າຍຂອງກຸ່ມບີ(ນັດທີ4).

ເກມການແຂ່ງຂັນນັດນີ້ ທີມຊາດລາວ ໄດ້ສົ່ງນັກກິລາຕົວຫລັກລົງສະຫນາມເປັນຕົວຈິງຫຼັງຈາກໃນນັດກ່ອນພັກຕົວຫຼັກຫຼາຍຄົນ ນຳໂດຍ ເບີ 5 ວິໄລພອນ ແພງຊະນະ ຫົວຫນ້າທີມ, ເບີ 8 ເປ້ ພົມພັກດີ.ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດໄທ 5-2ໂດຍ ທີມຊາດລາວ ໄດ້ 4 ປະຕູ ຈາກ ເບີ 8 ເປ້ ພົມພັກດີ ນາທີ 1,6,15, 80+4 ແລະ ເບີ 21 ສຸພາພອນ ໄຊສຸລະ ນາທີ 26, ຂະນະທີ່ ທີມຊາດໄທ ໄດ້ປະຕູຈາກ PHINYADA PATHATOR ນາທີ 30 ແລະ THAWANRAT PROMTHONGMEE ຈຸດໂທດນາທີ 38.


ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດລາວ ມີ 12 ຄະແນນຜ່ານເຂົ້າສູ່ຮອບຮອງຊະນະເລີດ ຖານະອັນດັບ 1 ກຸ່ມ ບີ ຫລັງຈາກລົງສະຫນາມ 4 ນັດ ຊະນະ 4 ນັດ; ຂະນະ ທີມຊາດໄທ ເປັນອັນດັບ 2 ຂອງກຸ່ມ ບີ ລົງສະຫນາມ 4 ນັດ ຊະນະ 3 ນັດ, ເສຍ 1 ນັດ ມີ 9 ຄະແນນ.


ສ່ວນຕາຕະລາງການແຂ່ງຂັນຮອບຮອງຊະນະເລີດ ວັນອາທິດ 19/05/2019 ເວລາ 15:00ໂມງ ທີມຊາດຫວຽດນາມ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1. ວັນອາທິດ 19/05/2019 ເວລາ 18:00ໂມງ ທີມຊາດລາວ ພົບ ທີມຊາດຟີລິບປິນ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.


ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ຈັງຫວັດ ຊົນບູຣີ ປະເທດໄທ ລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ. ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.




ທີ່ມາ:ສະຫະພັນບານເຕະແຫ່ງຊາດລາວ Lao Football Federation