ເມືອງຫຼວງປະເທດເມັກຊິໂກ ປະເຊີນກັບວິກິດໝອກຄວັນປົກຄຸມ

64

ເທສະບານນະຄອນຫຼວງເມັກຊິໂກ ຊິຕີ້ ເມືອງຫຼວງຂອງປະເທດເມັກຊິໂກ ເລັ່ງຫາທາງແກ້ໄຂວິກິດໝອກຄວັນພິດ ທັງການປິດໂຮງຮຽນ ຈໍາກັດການໃຊ້ລົດ ແລະ ການເຮັດວຽກຂອງໜ່ວຍງານກໍ່ສ້າງ ລະຫວ່າງສຽງວິຈານວ່າດຳເນີນການ “ຫຼ້າຊ້າເກີນໄປ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເມັກຊິໂກ ຊິຕີ້ ປະເທດເມັກຊິໂກ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ສໍານັກງານເທສະບານນະຄອນຫຼວງເມັກຊິໂກ ຊິຕີ້ ເຊິ່ງມີປະຊາກອນອາໄສຢູ່ຫຼາຍເຖິງ 20 ລ້ານຄົນ ອອກຖະແຫຼງການ ເມື່ອວັນພະຫັດ ວ່າ ໄດ້ຂະຫຍາຍເວລາປິດໂຮງຮຽນທຸກແຫ່ງ ໃນພື້ນທີ່ ເປັນໄລຍະ 2 ວັນຕິດຕໍ່ກັນ ຫຼັງອອກປະກາດເຕືອນໄພ ສະຖານະການສຸກເສີນດ້ານສິ່ງແວດລ້ອມ ເມື່ອວັນອັງຄານ ຜ່ານມາ ພ້ອມທັງຂໍຄວາມຮ່ວມມືໃຫ້ປະຊາຊົນ ໂດຍສະເພາະເດັກນ້ອຍ, ແມ່ຕັ້ງຄັນ ແລະ ຜູ້ສູງອາຍຸ ໃຫ້ຫຼີກລ່ຽງການເຮັດກິດຈະກໍາກາງແຈ້ງ ແລະ ປະຊາສຳພັນໃຫ້ປະຊາຊົນໃສ່ໜ້າກາກທີ່ີຄຸນນະພາບເພື່ອປ້ອງກັນຝຸ່ນລະອອງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, เด็ก และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂະນະດຽວກັນ ທາງການຍັງອອກມາດຕະການຄວບຄຸມການໃຊ້ພາຫະນະເກົ່າ, ການລະງັບໂຄງການກໍ່ສ້າງ ເຊິ່ງໃຊ້ພື້ນທີ່ຫຼາຍກວ່າ 5 ພັນແມັດກ້ອນ ແລະ ການອອກຄໍາສັ່ງໃຫ້ໂຮງງານອຸດສາຫະກໍາຫຼາຍແຫ່ງໃຫ້ຫາວິທີການຫຼຸດການປ່ອຍມົນລະພິດໃຫ້ໄດ້ ລະຫວ່າງ 30% ເຖິງ 40%. ຢ່າງໃດກໍ່ຕາມ, ທ່ານນາງຄຼໍເດຍ ໄຊນ໌ບາວ ນາຍົກເທສະມົນຕີຍິງຂອງນະຄອນຫຼວງເມັກຊິໂກ ຊິຕີ້ ເຊິ່ງຊະນະການເລືອກຕັ້ງ ແລະ ຮັບຕໍາແໜ່ງເມື່ອເດືອນທັນວາ ປີຜ່ານມາ ກໍ່ຜະເຊີນກັບສຽງວິພາກວິຈານຢ່າງໜັກຈາກຫຼາຍຝ່າຍ ວ່າ ການດໍາເນີນການກັບວິກິດດ້ານສິ່ງແວດລ້ອມຄັ້ງນີ້ “ຫຼ້າຊ້າເກີນໄປ” ຫຼື ບໍ່.

ในภาพอาจจะมี เครื่องบิน, ท้องฟ้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ในภาพอาจจะมี ท้องฟ้า, ตึกระฟ้า และสถานที่กลางแจ้ง