ກອນເພັດ ພັນລັກ ຫຼືວ່າ ບ໋ອບບີ້ ໜຸ່ມໜ້ອຍ ອາຍຸ 18 ປີ ຜູ້ໄດ້ຮັບລາງວັນ ຂວັນໃຈມະຫາຊົນ ໃນໂຄງການ ແຟແຟຊັນລາວ 2019 (Fair Fashion Laos 2019) ໂຄງການອອກແບບຜະລິດຕະພັນເສື້ອຜ້າລາວ ໃນວັນທີ 12 ພຶດສະພາ 2019 ຜ່ານມາ.
ປັດຈຸບັນ ບ໋ອບບີ້ ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລເເຫ່ງຊາດ ຄະນະອັກສອນສາດ ພາກ ວິຊາ ສື່ສານມວນຊົນ ປີ1.
ບ໋ອບບີ້ ໄດ້ໃຫ້ສໍາພາດກັບທີມຂ່າວ ເສດຖະກິດການຄ້າວ່າ: ນ້ອງມີຄວາມຝັນ ດ້ານການອອກແບບມາເເຕ່ນ້ອຍໆ ເເຕ່ຄວາມຝັນອັນນ້ອຍຂອງນ້ອງຕ້ອງຢຸດຊົ່ວຄາວໃນຂະນະຮຽນຢູ່ ມ ປາຍ ດ້ວຍເຫດຜົນຫຼາຍໆຢ່າງໂດຍສະເພາະແມ່ນຕ້ອງມາເນັ້ນໜັກໃສ່ການຮຽນ.
ຫຼັງຈາກຈົບມັດທະຍົມເເລ້ວ ນ້ອງກໍເລີຍສືບຕໍ່ສານຝັນເພາະຈາກໃຈແລ້ວມັກໃນການອອກເເບບເຄື່ອງເເຕ່ງກາຍເປັນພິເສດ ເເລະ ເຫດຜົນທີ່ນ້ອງເຂົ້າຮ່ວມໂຄງການ ແຟແຟຊັນລາວ 2019 ນ້ອງຢາກພັດທະນາຫັດຖະກຳຝີມືຄົນລາວ ໃຫ້ກ້າວໄກ ທັນສະໄໝ ເຂົ້າກັບສາກົນ ກໍຄືສັງຄົມປັດຈຸບັນ ເພາະໂຄງການນີ້ ອັນຫຼັກ ກໍເເມ່ນສົ່ງເສີມຜ້າຝ້າຍຂອງລາວ ເພື່ອສືບທອດວັດທະນະທຳການນຸ່ງຖືຂອງຄົນລາວຢ່າງເເທ້ຈິງ.
ທີ່ນ້ອງໄດ້ຮັບລາງວັນ ຂວັນໃຈມະຫາຊົນ ຈາກໂຄງການນີ້ ນ້ອງຮູ້ສຶກດີໃຈ ແລະ ພູມໃຈຫຼາຍ ມັນເປັນບາດກ້າວທຳອິດໃນເສັ້ນທາງທີ່ນ້ອງຢາກເດີນ ແລະ ຈະສືບຕໍ່ພັດທະນາຝີມືຕົນເອງໃນການອອກແບບໃຫ້ດີຂຶ້ນໄປເລື້ອຍໆ.
ນອກຈາກການອອກເເບບ ນ້ອງສາມາດແຕ່ງໜ້າໄດ້ພ້ອມ ແລະ ຮັບງານເເຕ່ງໜ້າ ໃນງານຕ່າງໆນໍາ ເພາະນ້ອງເຊື່ອວ່າ ຄວາມສາມາດບໍ່ກຳນົດວ່າຕ້ອງເກັ່ງດ້ານດຽວເຮົາຕ້ອງເຮັດຫຼາຍໆຢ່່າງໄປພ້ອມຕາມພອນສະຫວັນ ແລະ ພອນສະແຫວງທີ່ເຮົາສາມາດເຮັດໄດ້ ສຸດທ້າຍນີ້ສິ່ງທີ່ ບ໋ອບບີ້ ຢາກຝາກໄວ້ໃຫ້ຄົນທີ່ອ່ານຢູ່ ກໍຄື ຈົ່ງຢ່າລືມຄິດຕາມຫາຄວາມຝັນຂອງຕົນເອງ ບໍ່ວ່າຄວາມສຳເລັດຈະຊ້າ ຫຼື ໄວ ເເຕ່ຖ້າສຳເລັດເເລ້ວ ນັ້ນຄືຄວາມພູມໃຈຂອງຕົນເອງ ເເລະ ຄົນໃນຄອບຄົວ ບອ໋ບບີ້ຄິດສະເໝີວ່າ ຕົນເອງບໍ່ໄດ້ເກັ່ງ ເເຕ່ພ້ອມທີ່ຈະພັດທະນາຕົນເອງແລະເຮັດໃຫ້ດີທີ່ສຸດ.