ແນວນີ້ຈັ່ງວ່າສົ່ງເສີມ! ບົວລະພາ ມອບແນວພັນເຂົ້າ 800 ກິໂລໃຫ້ປະຊາຊົນ

114

ເພື່ອຮັບປະກັນການມີເຂົ້າກິນພຽງພໍ ແລະ ມີສ່ວນເຫຼືອຂາຍເປັນສິນຄ້າຄ້ຳປະກັນສະບຽງອາຫານໃນຖານະເປັນໜຶ່ງໃນ 10 ແຂວງເປົ້າໝາຍປູກເຂົ້າລາຍໃຫຍ່ຂອງປະເທດເຮົາ ທັງເປັນການທົດແທນຄືນສ່ວນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີຜ່ານມາ ທາງການນຳເມືອງບົວລະພາ ຈິ່ງໄດ້ນຳແນວພັນເຂົ້າຈຳນວນ 800 ກິໂລ ມູນຄ່າ 5,6 ລ້ານກີບໄປມອບໃຫ້ຊາວກະສິກອນໄດ້ປູກ ໃນລະດູຝົນທີ່ກຳລັງຈະລົງມືໃນໄວໆນີ້.

 

ພິທີມອບ-ຮັບແນວພັນເຂົ້າມີຂຶ້ນໃນວັນທີ 16 ພຶດສະພາ 2019 ທີ່ຜ່ານມາ ທີ່ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງບົວລະພາ ໃນນັ້ນບ້ານທີ່ໄດ້ຮັບແນວພັນເຂົ້າປະກອບມີ 8 ບ້ານຄື: ບ້ານ ນາພະນັງ, ນາປຸ່ງ, ບ້ານທ່າແຮ່, ບ້ານ ນາສົມບູນ, ນາເປງ, ຕາຫຼອງ, ບ້ານໂຄກ ແລະ ບ້ານທ່າປະໂຈ້ນ ກຸ່ມບ້ານນາພະນັງ, ກຸ່ມບ້ານຕະຫຼອງ ແລະ ກຸ່ມບ້ານທ່າປະໂຈ້ນ ເມືອງບົວລະພາ ທັງໝົດນີ້ເປັນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນໄລຍະຜ່ານມາ, ສຳລັບແນວພັນເຂົ້າປູກດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ.

 

ພິທີມອບ-ຮັບ ແນວພັນເຂົ້າປູກໃນຄັ້ງນີ້ ຕາງໜ້າມອບ ໂດຍທ່ານ ຄຳຮູ້, ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງບົວລະພາ ແລະ ມີການຈັດຕັ້ງບ້ານທັງ 8 ບ້ານເປັນຜູ້ກ່າວຮັບ ໂດຍມີ ທ່ານ ທອງສຸກ ຫັດຕະນາກ ປະທານກວດກາ ເມືອງບົວລະພາ, ມີບັນດາການນຳພາຍໃນເມືອງ, ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຂິພິຍານ.

 

 

ໃນພິທີທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ ກໍ່ໄດ້ ແນະນຳວິທີການປູກເຂົ້າໃຫ້ໄດ້ຮັບຜົນດີ ເປັນຕົ້ນແມ່ນ ປູກໃສ່ດິນພຽງມີນໍ້າທີ່ພຽງພໍ, ກ່ອນຈະປັກດໍາຕ້ອງໃສ່ຝຸກຄອກທີ່ເໜາະສົມ ໄຖໃຫ້ເລິກ, ຄາດໃຫ້ແຫຼກ, ໃຫ້ນໍ້າພໍດີກັບເຂົ້າທີ່ຕ້ອງການ ຫຼີກລຽ້ງປູກເຂົ້າບ່ອນທີ່ບໍ່ມີນໍ້ານ້ອຍ ແລະ ດິນທີ່ເນີນສູງ ເພາະເຮັດໃຫ້ເຂົ້າບໍ່ງາມ ແລະ ໄດ້ຮັບຜົນຜະລິດໜ້ອຍ, ສະມັດຕະພາບບໍ່ສູງ.

 

ໃນຂະນະ ທ່ານ ທອງສຸກ ຫັດຕະນາກ, ປະທານກວດກາ ເມືອງບົວລະພາ ກໍ່ໄດ້ໂອ້ລົມ ກັບບັນດາອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນທັງ 8 ບ້ານ ເຊິ່ງທ່ານໄດ້ ຮຽກຮ້ອງໃຫ້ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຕ້ອງເພີ່ມທະວີຄວາມສາມະຄີ ເປັນປືກແຜ່ນ ເພື່ອພ້ອມກັນສ້າງສາພັດທະນາບ້ານຕົນເອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ຕ້ອງເພີ່ມທະວີໃນການປູກເຂົ້າເພື່ອລຽ້ງຊີບ ແລະ ຮັກສາແນວພັນເຂົ້າປູກໄວ້ ເພື່ອຂະຫຍາຍໃຫ້ໄດ້ຫຼາຍຂຶ້ນ ແລະ ຮັກສາແນວເຂົ້າພັນໄວ້ໃຫ້ບ້ານທີ່ຂາດເຂີນໄດ້ຂະຫຍາຍພັນໃນລະດູການຕໍ່ໄປ.

 

 

 

 

ຂໍ້ມູນ: ຫ້ອງການ ຖວທ ເມືອງບົວລະພາ ແຂວງຄຳມ່ວນ