ໄປບໍ່ລອດ!! ຫຼັງພົບຂອງກາງຂະຫຍາຍຜົນຫາກຸ່ມແກ້ງຈັບໄດ້ຍົກພວກ

76

ຂຶ້ນຊື່ວ່າເປັນຢາເສບຕິດ ບໍ່ວ່າຈະເປັນປະເພດໃດກໍ່ຕາມ ລ້ວນແຕ່ເປັນສິ່ງທີ່ຜິດກົດໝາຍ ຖ້າຫາກເອົາໂຕເຂົ້າໄປກ່ຽວຂ້ອງ ແນ່ນອນວ່າມີຄວາມຜິດບໍ່ວ່າໃນຮູບແບບໃດກໍ່ຕາມ ຜົນສຸດທ້າຍກໍຈະຖືກນຳໂຕມາຮັບໂທດ ແລະ ດຳເນີນຄະດີຕາມລະບຽບກົດໝາຍ ເຊັ່ນດຽວກັບກໍລະນີ ເຈົ້າໜ້າທີ່ສະໜາມບິນສາກົນວັດໄຕ ກວດພົບຢາເສບຕິດໃນຂະນະທີ່ກຳລັງຈະນຳສົ່ງໄປຕ່າງປະເທດ ຈິ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການຈັບໄດ້ຍົກແກ້ງ.

ເຫດດັ່ງກ່າວເກີດຂຶ້ນໃນເດືອນເມສາ 2019 ທີ່ຜ່ານມາ, ເຊິ່ງເຈົ້າໜ້າທີ່ສະໜາມບິນສາກົນວັດໄຕ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສາມາດກວດພົບຢາເສບຕິດປະເພດຢາໄອສ໌ ກໍາລັງສົ່ງອອກປະເທດທີສາມ ແລະ ໃນເດືອນດຽວກັນເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ( 303 ) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດຈັບກຸມຜູ້ສົ່ງ ພ້ອມທັງຂະຫຍາຍຜົນຈັບຜູ້ຮ່ວມຄ້າຂາຍໄດ້ 3 ຄົນ. ໃນນີ້ ຄົນຕ່າງຊາດ 2 ຄົນ.

ເຈົ້າໜ້າທີ່ກົມ 303 ເປີດເຜີຍວ່າ: ໄດ້ຮັບລາຍງານຈາກບໍລິສັດໄປສະນີແຫ່ງໜຶ່ງ ມີວັດຖຸທີ່ສົງໄສຢູ່ໃນແກັດເຄື່ອງທີ່ຈະຝາກອອກໄປຕ່າງປະເທດ ຫຼັງຈາກຜ່ານເຄື່ອງສະແກນເນີ ແລະ ໄດ້ກວດຄົ້ນເບິ່ງທາງໃນ ພົບວ່າມີຢາເສບຕິດປະເພດຢາໄອສ໌ , ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ພົວພັນຫາເຈົ້າຂອງເຄື່ອງດັ່ງກ່າວ ແລະ ກັກຕົວໄວ້ ຊື່ ນາງ ດາລີ ອາຍຸ 21 ປີ, ເຊື້ອຊາດ ແລະ ສັນຊາດລາວບ້ານບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ດໍາເນີນການສືບສວນ-ສອບສວນເບື້ອງຕົ້ນສາມາດສືບຮູ້ໄດ້ວ່າເຄື່ອງຝາກດັ່ງກ່າວແມ່ນໄດ້ມາຈາກຄົນຕ່າງປະເທດ ເຊົ່າເຮືອນ ຢູ່ບ້ານສະພັງໝໍ້ , ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າປິດລ້ອມຈັບກຸມເປົ້າໝາຍພ້ອມທັງກວດຄົ້ນເຮືອນເປົ້າໝາຍ ພ້ອມກັກໂຕຜູ້ຖືກຫາໄດ້ 2 ຄົນຊື່ ທ້າວ ເຄີຣີ່ ເຟຣນ ອາຍຸ 34 ປີ ແລະ ທ້າວ ອີເມີນິເກໂມ ໂມເຊັດ ອາຍຸ 47 ປີ ເຊື້ອຊາດ ແລະ ສັນຊາດໄນຈີເຣຍ ປັດຈຸບັນ ພັກເຊົາຢູ່ບ້ານສະພັງໝໍ້ ເມືອງໄຊເສດເສດຖາ ນະຄອນຫຼວງວຽງຈັນ.

 

 

ຂໍ້ມູນ: ໜັງສືພິມຄວາມສະຫງົບ LSecurity News