4 ເດືອນກອງຄຸ້ມຄອງພາສີ II ເກັບລາຍຮັບລື່ນແຜນ

91

ປີນີ້ກອງຄຸ້ມຄອງພາສີ II ( ແຂວງອຸດົມໄຊ – ແຂວງຜົ້ງສາລີ ) ໄດ້ຮັບຕົວເລກແຜນການທັງໝົດ 45 ຕື້ກວ່າກີບ ຜ່ານມາ 4 ເດືອນ ກໍສາມາດປະຕິບັດໄດ້ 17,45 ຕື້ກວ່າກີບ ລື່ນແຜນ 16,38%. ລາຍຮັບສ່ວນໃຫຍ່ໄດ້ຈາກການນຳເຂົ້າສິນຄ້າປະເພດຕ່າງໆ ແລະ ໄດ້ຈາກການແກ້ໄຂພາຫະນະນຳເຂົ້າບໍ່ເສຍພາສີ 80 ຄະດີ ຍັງຄ້າງ 654 ຄັນ.

ທ່ານ ບຸນເພັງ ສຸພັດທອນ ຫົວໜ້າກອງຄຸ້ມຄອງພາສີ II ( ແຂວງອຸດົມໄຊ – ແຂວງຜົ້ງສາລີ ) ໄດ້ໃຫ້ສໍາພາດຕໍ່ທີມຂ່າວການເງິນ ວ່າ: ກອງຄຸ້ມຄອງພາສີ II ປະກອບມີຂະແໜງບໍລິຫານ ແລະ ກວດກາພາຍໃນ, ຂະແໜງຕ້ານ ແລະ ກວດສອບຄືນການແຈ້ງພາສີ, ມີກອງກວດກາພາສີ ປະຈຳແຂວງອຸດົມໄຊ, ມີ 2 ດ່ານພາສີສາກົນ ຄື: ດ່ານພາສີສາກົນລານຕູ້ຍ, ດ່ານພາສີສາກົນປາງຫົກ ແລະ 2 ດ່ານພາສີທ້ອງຖິ່ນ ຄື: ດ່ານພາສີທ້ອງຖິ່ນປ່າຄາ, ດ່ານພາສີທ້ອງຖິ່ນພູຫຼັກຄໍາ, ປະກອບມີພະນັກງານ – ເຈົ້າໜ້າທີ່ພາສີປະຈຳທັງໝົດ 41 ທ່ານ ຍິງ 4 ທ່ານ, ມີສະມາຊິກພັກທັງໝົດ 35 ສະຫາຍ ຍິງ 3 ສະຫາຍ, ພະນັກງານຊ່ວຍວຽກ 10 ທ່ານ​ ຍິງ 3 ທ່ານ.

ສຳລັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາ ກອງຄຸ້ມຄອງພາສີ II ໄດ້ຖືເອົາວຽກງານການເມືອງແນວຄິດເປັນຫຼັກເພື່ອສຶກສາອົບຮົມການເມືອງ – ແນວຄິດໃຫ້ບັນດາຄະນະດ່ານ, ກອງກວດກາພາສີປະຈຳແຂວງ, ພະນັກງານ – ເຈົ້າໜ້າທີ່ພາສີມີຄວາມເຂົ້າໃຈ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຮັດໃຫ້ມີ ຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງ, ມີຄວາມສາມັກຄີເປັນເອກະພາບ ແລະ ມີລະບຽບວິໄນຢ່າງເຂັ້ມງວດ, ຕ້ານການສວຍໃຊ້ສິດໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ, ມີຄວາມໂປ່ງໃສຮອບດ້ານ; ປັບປຸງ ແລະ ສ້າງກົນໄກການຄຸ້ມຄອງ, ຕິດຕາມ, ກວດກາ – ກວດການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງບັນດາດ່ານ, ພະນັກງານວິຊາການພາຍໃນຄວາມຮັບຜິດຊອບຂອງກອງຄຸ້ມຄອງພາສີ II, ປັບປຸງແບບແຜນວິທີເຮັດວຽກຢູ່ບັນດາດ່ານພາສີຊາຍແດນຄືນໃໝ່ໃຫ້ມີຄວາມລະອຽດ ເພື່ອແນໃສ່ການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ບໍລິການໃຫ້ມີ ຄວາມວ່ອງໄວ.

ດ້ານການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີ 2019 ກອງຄຸ້ມຄອງພາສີ II ໄດ້ຮັບຕົວເລກແຜນການທັງໝົດ 45 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດໃນ 4 ເດືອນ ປີ 2019 ຜ່ານມາ ປະຕິບັດໄດ້ 17,4 ຕື້ກວ່າກີບ ລື່ນແຜນການ 4 ເດືອນ ເຖິງ 16,38% ຖ້າທຽບໃສ່ແຜນການປີເທົ່າກັບ 38,79%. ໃນນັ້ນ, ລາຍຮັບສ່ວນໃຫຍ່ໄດ້ມາຈາກການນຳເຂົ້າສິນຄ້າປະເພດເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ນໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ຄ່າທຳນຽມ ແລະ ຄ່າປັບໃໝ – ຂາຍເຄື່ອງຮິບ, ຊິ້ນສ່ວນອາໄຫຼ່, ພາຫະນະ ແລະ ອື່ນໆ.

ນອກນັ້ນ, ຍັງໄດ້ຈາກການແກ້ໄຂພາຫະນະນຳເຂົ້າບໍ່ເສຍພາສີ 80 ຄະດີ ຍັງຄ້າງ 654 ຄັນ. ເຖິງຢ່າງໃດກໍຕາມ, ໃນ 8 ເດືອນກອງຄຸ້ມຄອງພາສີ II ຈະສູ້ຊົນຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນທີ່ມີຂອງແຂວງ, ເອົາໃຈໃສ່ປັບປຸງກົນໄກວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີຢູ່ແຕ່ລະດ່ານພາສີຊາຍແດນ, ກອງກວດກາພາສີທີ່ຂຶ້ນກັບກອງພາສີ II ໃຫ້ມີຄວາມເຂັ້ມແຂງ, ສ້າງກົນໄກການຄຸ້ມຄອງການນຳເຂົ້າພາຫະນະຢ້ຽມຢາມບໍ 53 ໃຫ້ເຂັ້ມງວດ, ປະສານສົມທົບກັບເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ເປັນຕົ້ນແມ່ນເຈົ້າໜ້າ ປກສ, ຍທຂ ເພື່ອນຳໃຊ້ມາດຕະການໃນການແກ້ໄຂພາຫະນະນຳເຂົ້າບໍ່ເສຍພາສີ ໂດຍສະເພາະແມ່ນພາຫະນະບໍ່ມີປ້າຍທີ່ຍັງນຳໃຊ້ຕາມຕົວເມືອງ, ພາຫະນະນຳໃຊ້ປ້າຍທະບຽນປອມ ແລະ ຄຸ້ມຄອງພາຫະນະເຂົ້າ – ອອກຕາມຊາຍແດນ ເພື່ອຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ວາງໄວ້.

( ແຫຼ່ງຂ່າວ: ກະຊວງການເງິນ )