ຄຸ້ມຄອງອະສັງຫາລິມະຊັບ ແລະ ຄອນໂດມີນ້ຽມ ມາດຕາໃໝ່ໃນກົດໝາຍທີ່ດິນຂອງ ສປປ ລາວ

125

ຍ້ອນທີ່ດິນ ເປັນຊັບສິນຂອງວົງຄະນະຍາດແຫ່ງຊາດ, ເປັນອະສັງຫາລິມະຊັບທີ່ຄົນລາວທຸກຄົນຢາກມີເປັນຂອງຕົນເອງ ເຊິ່ງຫຼາຍພື້ນທີ່ໄດ້ຮັບການພັດທະນາໃຫ້ເປັນໂຄງການທີ່ມີມູນຄ່າມະຫາສານ ແຕ່ນິຕິກຳທີ່ເປັນເຄື່ອງມືໃນການບໍລິຫານຄຸ້ມຄອງ ຍັງມີບາງມາດຕາທີ່ບໍ່ທັນຮັດກຸມ ແລະ ບໍ່ທັນສອດຄ່ອງຕໍ່ສະພາບຄວາມເປັນຈິງ. ດັ່ງນັ້ນ, ລັດຈິ່ງນຳເອົາກົດໝາຍວ່າດ້ວຍທີ່ດິນມາປັບປຸງຄືນໃໝ່ ໂດຍການເພີ່ມບາງມາດຕາເຂົ້າມໃສ່ຕື່ມເປັນຕົ້ນ ການຄຸ້ມຄອງອະສັງຫາລິມະຊັບ ແລະ ຄອນໂດມີນ້ຽມ ຄາດວ່າໄດ້ຖືກຮັບຮອງພາຍໃນເດືອນໜ້ານີ້.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ເພື່ອໃຫ້ຮ່າງກົດໝາຍວ່າດ້ວຍທີ່ດິນ ມີຄວາມຮັດກຸມ ສາມາດນຳໄປໃຊ້ ຢ່າງມີປະສິດທິພາບໃນສັງຄົມລາວ. ໃນວັນທີ 16 ພຶດສະພາ 2019 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ຈິ່ງໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອທາບທາມຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານ ສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານໃນຂົງເຂດເສດຖະກິດ, ບັນດາທ່ານ ໃນຄະນະ ປະທານກໍາມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການກົດໝາຍ ສະພາແຫ່ງຊາດ, ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານສະມາຊິກສະພາແຫ່ງຊາດ.

ສະມາຊິກສະພາແຫ່ງຊາດທີ່ປະຈໍາເຂດເລືອກຕັ້ງທີ 1, ເຂດເລືອກຕັ້ງທີ 10 ແລະ ເຂດເລືອກຕັ້ງທີ 11, ບັນດາທ່ານຮອງລັດຖະມົນຕີ ຂອງບັນດາກະຊວງອົງການທີ່ກ່ຽວຂ້ອງ, ບັນດາກົມວິຊາການຂອງສະພາແຫ່ງຊາດ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພິເສດແມ່ນການເຂົ້າຮ່ວມ ແລະ ບັນຍາຍໂດຍຜູ້ຕາງຫນ້າ ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສສ. ຫວຽດນາມ ແລະ ບັນດາບໍລິສັດ ຂອງສສ. ຫວຽດນາມ ທີ່ດໍາເນີນທຸລະກິດ ກ່ຽວກັບອະສັງຫາລິມະຊັບ ຢູ່ສປປ ລາວ ເປັນເວລາຫລາຍປີ ເຂົ້າຮ່ວມທັງໝົດ ຈໍານວນ 114 ທ່ານ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບມາດຕາທີ່ພົວພັນກັບວຽກງານຄຸ້ມຄອງອະສັງຫາລິມະຊັບ ແລະ ການຄຸ້ມຄອງຄອນໂດມີນຽມ ເຊິ່ງເປັນມາດຕາໃໝ່ຂອງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ແລະ ຮັບຟັງການບັນຍາຍກ່ຽວກັບບົດຮຽນການດໍາເນີນອະສັງຫາລິມະຊັບ ແລະ ການຄຸ້ມຄອງຄອນໂດມີນຽມ ຢູ່ສສ. ຫວຽດນາມ ໂດຍການຂຶ້ນບັນຍາຍ ຂອງທ່ານ Dao Trung Chinh, ຮອງຫົວໜ້າກົມໃຫຍ່ທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສສ. ຫວຽດນາມ.

 

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍ ຂອງທ່ານ Nguyen minh Tri, ຮອງຜູ້ອໍານວຍການ ບໍລິສັດ KN Group Vientiane Co. Ltd ແລະ ທ່ານ Nguyen Trong Thong, ປະທານສະພາບໍລິຫານ, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Ha Do International investment Co. Ltd ແນໃສ່ເພື່ອຮັບປະກັນທາງດ້ານເນື້ອໃນຂອງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພາຍຫຼັງທີ່ກົດໝາຍສະບັບດັ່ງກ່າວ ຖືກຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງຄາດວ່າຈະໄດ້ຈັດຂຶ້ນ ໃນເດືອນ ມິຖຸນາ 2019 ນີ້.

 

ຜ່ານການປຶກສາຫາລືຢ່າງກົງໄປກົງມາ ກອງປະຊຸມໄດ້ມີຄວາມເປັນເອກະພາບສູງ ໃນການນໍາເອົາຜົນຂອງການປະກອບຄວາມເຫັນໃນຄັ້ງນີ້ ເປັນບ່ອນອີງເພີ່ມຕື່ມ ໃນການປັບປຸງເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ເຊິ່ງຈະໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງດ້ານກົດໝາຍແບບຮອບດ້ານ ໃນທ້າຍເດືອນ ພຶດສະພາ 2019 ນີ້.

 

 

ກອງປະຊຸມຄັ້ງນີ້ ເປັນເທື່ອທີສອງ ຫຼັງຈາກທີ່ໄດ້ຍາດແຍ່ງບົດຮຽນ ແລະ ຄວາມຄິດເຫັນນໍາຊ່ຽວຊານ ດ້ານວຽກງານທີ່ດິນ ແລະ ບໍລິສັດ ທີ່ລົງທຶນໃນລາວ ຂອງ ສປ. ຈີນ, ການຈັດກອງປະຊຸມທັງສອງຄັ້ງ ເປັນການປະກອບເນື້ອໃນໃຫ້ກົດໝາຍວ່າດ້ວຍ ທີ່ດິນ (ສະບັບປັບປຸງ) ມີເນື້ອໃນສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ພ້ອມທັງເປັນການຍົກວຽກງານກົດ ໝາຍໃຫ້ມີຄວາມເຂັ້ມແຂງ, ເປັນການຫັນເອົາການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຕາມທິດຊີ້ນໍາຂອງພັກເຮົາ.

 

 

 

ຂໍ້ມູນ: MONRE ກຊສ