ຄູທົ່ວປະເທດໄດ້ຮັບການຍົກລະດັບນໍາໃຊ້ຫຼັກສູດຂັ້ນ ປ 1

65

ວັນທີ 14 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມ   ໃຫຍ່ສູນກາງແນວລາວສ້າງຊາດ ໄດ້ມີກອງປະຊຸມຝຶກອົບຮົມການນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ 1 ສະບັບປັບປຸງໃໝ່ ສໍາລັບຄູຝຶກຫຼັກແຫຼ່ງ ໂດຍການເປັນປະທານຮ່ວມຂອງ ທ່ານ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ນາງ ເຈນ ແຊນເດີ ຮອງເອກອັກຄະລັດຖະທູດ ສະຖານທູດອົດສະ ຕຣາລີ ປະຈໍາລາວ, ມີຜູ້ຊ່ຽວຊານ, ຄູຝຶກຫຼັກແຫຼ່ງທີ່ມາຈາກ 17 ແຂວງ 1 ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອເສີມສ້າງ ຄວາມເຂົ້າໃຈ ແລະ ຄວາມໝັ້ນໃຈໃຫ້ແກ່ຄູຝຶກຫຼັກແຫຼ່ງໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ ທັງເປັນການກະກຽມຄູຝຶກຫຼັກແຫຼ່ງໃນການຖ່າຍທອດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ 1 ໃຫ້ແກ່ຄູຝຶກປະຈໍາແຂວງທົ່ວປະເທດ ມີທັກສະ ແລະ ເຕັກນິກທີ່ຈໍາເປັນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ – ການສອນສະບັບປັບປຸງໃໝ່ ໃນຫ້ອງຮຽນທີ່ຈະເປີດໃນສົກຮຽນ 2019 – 2020.

ທ່ານ ອ່ອນແກ້ວ ນວນນະວົງ ກ່າວວ່າ: ຫຼັກສູດສະບັບປັບປຸງໃໝ່ຈະສະແດງໃຫ້ເຫັນການປ່ຽນແປງທີ່ສໍາຄັນໃນການສອນ ແລະ ການຮຽນຮູ້, ວິທີການສອນແບບໃໝ່, ການຮຽນທີ່ເນັ້ນການປະຕິບັດຕົວຈິງ, ເປົ້າໝາຍເຫຼົ່ານີ້ແມ່ນເພື່ອຊ່ວຍໃຫ້ເດັກນ້ອຍຮຽນໄດ້ດີຂຶ້ນ ເຊິ່ງນັກຮຽນຈະຮຽນໂດຍການມີສ່ວນຮ່ວມໃນຫ້ອງຮຽນ, ການຮ່ວມມືເຊິ່ງກັນ ແລະ ກັນ, ການມີສ່ວນຮ່ວມກັບສື່ການຮຽນ – ການສອນ, ການທົດລອງຜ່ານກິດຈະກໍາຕ່າງໆ. ການຝຶກອົບຮົມຄູ ແມ່ນມີຄວາມສໍາຄັນ ເພື່ອກຽມຄວາມພ້ອມໃຫ້ຄູມີທັກສະທີ່ຈໍາເປັນໃນການນໍາໃຊ້ສື່ການຮຽນ – ການສອນ, ຫຼັກສູດສະບັບປັບປຸງໃໝ່ ເພາະມັນເປັນກຸນແຈສູ່ຄວາມສໍາເລັດໃນການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ແລະ ການປັບປຸງການຮຽນຮູ້ຂອງນັກຮຽນໃນທີ່ສຸດ.

ການຝຶກອົບຮົມຄັ້ງນີ້ ແມ່ນຈະດໍາເນີນໄປເປັນເວລາ 10 ວັນ ( ວັນທີ 14 – 24 ພຶດສະພາ ) ຄູຝຶກຫຼັກແຫຼ່ງຈະໄດ້ຮຽນຮູ້ກ່ຽວກັບສື່ການຮຽນ – ການສອນຂອງຫຼັກສູດ ຂັ້ນ ປ 1 ສະບັບປັບປຸງໃໝ່ ປະກອບມີວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ວິຊາສິລະປະດົນຕີ, ວິຊາຄຸນສົມບັດສຶກສາ, ວິຊາພາສາລາວ, ວິຊາພະລະສຶກສາ, ວິຊາສິລະປະກໍາ ແລະ ຫັດຖະກໍາ ໂດຍໄດ້ມີໂອກາດໄດ້ສຶກສາ, ໄດ້ລອງ, ໄດ້ຄິດກ່ຽວກັບກິດຈະກໍາໃນຫ້ອງຮຽນອັນຫຼາກຫຼາຍທີ່ເນັ້ນການປະຕິບັດຕົວຈິງ. ພ້ອມກັນນັ້ນ, ຍັງຊ່ວຍໃຫ້ຄູຝຶກຫຼັກແຫຼ່ງມີໂອກາດຮຽນຮູ້ກ່ຽວກັບລະບົບການປະເມີນແບບໃໝ່ ທີ່ສ້າງຂຶ້ນໃນຫຼັກສູດວິທີທີ່ຈະຊ່ວຍຄູສອນໃນການນໍາໃຊ້ການປະເມີນນີ້ແນວໃດ?. ນອກຈາກນີ້, ຄູຝຶກຫຼັກແຫຼ່ງຈະກະກຽມເພື່ອສົ່ງຕໍ່ຂໍ້ມູນສາມພາກ ທີ່ສ້າງຂຶ້ນສໍາລັບຜູ້ອໍານວຍການ ແລະ ຄູສຶກສານິເທດ ໃນການສະໜັບສະໜູນຄູສອນ ນໍາໃຊ້ຫຼັກສູດການຮຽນ – ການສອນສະບັບປັບປຸງຕະຫຼອດສົກຮຽນ.

ພາຍຫຼັງທີ່ສໍາເລັດການຝຶກອົບຮົມແລ້ວ, ໃນເດືອນມິຖຸນາຄູຝຶກຫຼັກແຫຼ່ງຈະເຮັດການຝຶກອົບຮົມໃຫ້ 18 ທີມ ທີ່ເປັນຄູຝຶກປະຈໍາແຂວງ ຈໍານວນ 611 ທ່ານ ແລະ ໃນເດືອນກໍລະກົດ ແລະ ສິງຫາ ຄູຝຶກປະຈໍາແຂວງ ຈະຈັດຝຶກອົບຮົມແບບເຊິ່ງໜ້າເປັນເວລາ 6 ວັນ ໃຫ້ແກ່ຄູສອນຂັ້ນ ປ 1, ຜູ້ອໍານວຍການໂຮງຮຽນຊັ້ນປະຖົມ ແລະ ຄູສຶກສານິເທດ ໃນ 148 ເມືອງທົ່ວປະເທດ ຫຼາຍກວ່າ 16.000 ທ່ານ ແລະ ຮັບປະກັນວ່າພວກເຂົາໄດ້ຮັບການສະໜັບສະໜູນທີ່ຈໍາເປັນໃນລະຫວ່າງສົກຮຽນ ເພື່ອໃຫ້ມີການປ່ຽນແປງທີ່ສ້າງສັນໃນຫ້ອງຮຽນ.

( ຂ່າວ: ແກ້ວ )