ຈິງຈັງສ້າງແຜນຕິດຕາມກິດຈະກຳ ຂອງປ່າສະຫວງນຫີນໜາມໜໍ່ ມໍລະດົກໂລກແຫ່ງຕໍ່ໄປ

217

ວັນທີ 15 ພຶດສະພາ 2019 ຜ່ານມາ ທີ່ຫ້ອງການປ່າສະຫງວນຫີນໜາມໜໍ່ ເມືອງ ບົວລະພາ ໄດ້ເປີດກອງປະຊຸມ ການວາງແຜນ ແລະ ຕິດຕາມກິດຈະກຳປະຈຳເດືອນ ໄລຍະ 2 ຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງໆບົວລະພາ, ມີຫົວໜ້າກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແຂວງ ຄຳມ່ວນ, ຫົວໜ້າກຸ່ມຊີ້ນຳວຽກທ່ອງທ່ຽວ, ຫົວໜ້າໂຄງການ GIZ , ຄະນະຄຸ້ມຄອງຮ່ວມຂັ້ນເມືອງ, ກອງເລຂາໂຄງການ GIZ ປະຈຳເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບາສຕຽນ ຫົວໜ້າໂຄງການ GIZ ໄດ້ອະທິບາຍກ່ຽວກັບຂັ້ນຕອນ ແລະ ວິທີການຕິດຕາມກິດຈະກຳປະຈຳເດືອນ ໃນໄລຍະ 2 ທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດ, ໂດຍເປົ້າໝາຍຫຼັກ ກໍ່ແມ່ນການສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບກັນ, ໂດຍສະເພາະແຕ່ລະວຽກງານແມ່ນ ຕ້ອງໄດ້ກໍາແໜ້ນຂັ້ນຕອນ ແລະ ວິທີການກ່ອນ. ຫຼັງຈາກຈັດຕັ້ງປະຕິບັດແຕ່ລະກິດຈະກຳ ໃນແຕ່ລະໄຕມາດແລ້ວ ຈະພ້ອມກັນເອກະພາບກຳນົດການຈັດຕັ້ງປະຕິບັດແຜນກິດຈະກຳໄລຍະ 2 ໃນຕົ້ນເດືອນ ມິຖຸນາ 2019 ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.

ໃນຂະນະທ່ານ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງໆ ບົວລະພາ ກໍ່ໄດ້ສະແດງທັດສະນະວ່າ: ເພື່ອຄວາມເປັນເອກະພາບກັນ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນນັ້ນ ກຸ່ມຊີ້ນຳຂັ້ນເມືອງ ຕ້ອງໄດ້ສູ້ຊົນຍາດແຍ່ງເອົາທຶນຮອນ ຈາກໂຄງການ ເພື່ອມາໝູນໃຊ້ໃຫ້ເກີດດອກອອກຜົນ ໂດຍສະເພາະແມ່ນແບບແຜນວິທີການເຮັດວຽກ ຕ້ອງໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ແຜນງານດຳເນີນໄປດ້ວຍດີ ແລະ ເກີດປະໂຫຍດສູງສູດ.

ພ້ອມນັ້ນ, ທ່ານຍັງເຊື່ອໝັ້ນວ່າ ຖ້າວ່າທຸກພາກສ່ວນເປັນນໍ້າໜຶ່ງໃຈດຽວກັນ ເພຶ່ອເປົ້າໝາຍອັນດຽວກັນແລ້ວ ແນ່ນອນວ່າ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຕ້ອງໄດ້ຮັບການອະນຸມັດໃຫ້ການເປັນອຸທິຍານຂອງຊາດ ແລະ ກາຍເປັນມໍລະດົກໂລກທາງທຳມະຊາດໃນໄວໆນີ້ຢ່າງແນ່ນອນ.