ຈີນ ຕິດ ເຣດາ ກວດກາສະພາບອາກາດລ້ຳສະໄໝ ໃສ່ສະໜາມບິນປັກກິ່ງ ຕ້າຊິງ

76

ສະໜາມບິນນານາຊາດປັກກິ່ງ ຕ້າຊິງ (Beijing Daxing International Airport) ເຊິ່ງເປັນສະໜາມບິນແຫ່ງໃໝ່ຂອງນະຄອນຫຼວງ ທີ່ຄາດວ່າຈະຄວ້າສະຖິຕິຂະໜາດໃຫຍ່ທີ່ສຸດໃນໂລກ ໄດ້ຕິດຕັ້ງລະບົບເຣດາອັນລໍ້າຍຸກທີ່ຈະຊ່ວຍພະຍາກອນອາກາດໄດ້ຢ່າງວ່ອງໄວ ແລະ ມີຄວາມຖືກຕ້ອງຍິ່ງຂຶ້ນ.

ລາຍງານລະບຸວ່າ ສ່ວນໜຶ່ງຂອງລະບົບໃໝ່ເປັນເຣດາ ກວດສະພາບອາກາດທີ່ມີຄວາມຍາວຄື້ນລະດັບມິລລິແມັດ ແລະ ພັດທະນາ ໂດຍສະຖາບັນວິໄຈໃນເຄືອບໍລິສັດວິທະຍາສາດ ແລະ ອຸດສາຫະກໍາການບິນ ແລະ ອາວະກາດແຫ່ງປະເທດຈີນ (CASIC).

ในภาพอาจจะมี ท้องฟ้า และสถานที่ในร่ม

ເຣດາ ລະບົບໃໝ່ສາມາດຕິດຕາມສະພາບຂີ້ເຝື້ອ, ໝອກ, ຫິມະ ແລະ ລະອອງຝົນ ພາຍໃນລັດໝີ 60 ກິໂລແມັດ ຮອບສະໜາມບິນ ເຊິ່ງຈະຍົກລະດັບການພະຍາກອນອາກາດໃຫ້ມີຄວາມຖືກຕ້ອງຍິ່ງຂຶ້ນ ລວມເຖິງການແຈ້ງຂໍ້ມູນແບບທັນທີ ແລະ ເຕືອນສະພາບອາກາດທີ່ບໍ່ອຳນວຍລ່ວງຫນ້າ.

ລາຍງານເສີມວ່າ ສະໜາມບິນປັກກິ່ງ ຕ້າຊິງ ຍັງຈະຕິດຕັ້ງລະບົບເຣດາ ກວດກາຂອບເຂດລົມ ອີກສອງອັນ ແລະ ລະບົບເຣດານກວດລົມເທິງຊັ້ນບັນຍາກາດ ໂທຣໂພສເຟຍຕອນລຸ່ມ ເຊິ່ງພັດທະນາໂດຍສະຖາບັນວິໄຈໃນເຄືອບໍລິສັດຊີເອເອັສໄອຊີ ໃນໄວໆນີ້ດ້ວຍ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ນອກຈາກນັ້ນ ບໍລິສັດໄຊນາ ອິເລັກທໍນິກ ເທັກໂນໂລຢີ ກຣຸ໊ບ ຄໍເປີເຣຊັ່ນ (CETC) ໄດ້ພັດທະນາລະບົບເຣດາກວດສະພາບອາກາດດ້ວຍເທັກໂນໂລຢີໃໝ່ຫຼ້າສຸດ ເຊິ່ງມີຄວາມໄວໃນການວິເຄາະຂໍ້ມູນຄວາມຖືກຕ້ອງ ແລະ ການກວດກາດີກວ່າລະບົບເຣດາທົ່ວໄປ.

ເຣດາ ລະບົບໃໝ່ຈະໃຊ້ເວລາພຽງໜຶ່ງນາທີ ໃນການວິເຄາະຂໍ້ມູນ ຂະນະເຣດາລະບົບກ່ອນໜ້ານີ້ຕ້ອງໃຊ້ເວລາ ປະມານ 6 ນາທີ ແລະ ລະບົບໃໝ່ສາມາດເຮັດວຽກຕໍ່ເນື່ອງດົນ 3 ພັນຊົ່ວໂມງ ເຊິ່ງສູງກວ່າລະບົບເຣດາທົ່ວໄປເຖິງ 5 ເທົ່າ.

ທັງນີ້ ທີມນັກພັດທະນາເຜີຍວ່າ ເຣດາລະບົບໃໝ່ສາມາດກວດກາສະພາບອາກາດທີ່ບໍ່ອຳນວຍ ເຊັ່ນພາຍຸ, ຝົນຟ້າ ແລະ ກະແສລົມແຮງ ໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງຍິ່ງຂຶ້ນ.

ຂໍ້ມູນຈາກ China Xinhua News