ທຣໍາ ປະກາດສະຖານະການສຸກເສີນຫ້າມໃຊ້ອຸປະກອນສື່ສານຂອງຈີນ

77

ປະທານາທິບໍດີໂດນັລ ທຣໍາ ປະກາດ “ສະຖານະການສຸກເສີນດ້ານເທກໂນໂລຢີ” ເພື່ອປົກປ້ອງອິນເເຕີເນັດ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງສະຫະລັດ “ຈາກການຮຸກຮານ” ເຖິງວ່າບໍ່ໄດ້ພາດພິງຊື່ປະເທດ ຫຼື ບໍລິສັດໃດ ແຕ່ທຸກຝ່າຍເຊື່ອວ່າເປັນການແນເປົ້າໄປທີ່ບໍລິສັດຫົວເຫວີ່ຍ ຂອງຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 15 ພຶດສະພາ ວ່າ ປະທານາທິບໍດີໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານເມື່ອວັນພຸດປະກາດ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ເພື່ອປົກປ້ອງລະບົບໂຄງຂ່າຍອິນເຕີເນັດ ແລະ ເທັກໂນໂລຢີດ້ານຂໍ້ມູນຂ່າວສານຂອງສະຫະລັດ ຈາກ “ການຮຸກຮານໂດຍສັດຕູ” ທັງນີ້ ຄໍາສັ່ງຂອງຜູ້ນໍາສະຫະລັດບໍ່ໄດ້ລະບຸຊື່ຂອງບໍລິສັດ ຫຼື ພາດພິງເຖິງປະເທດໃດ ປະເທດໜຶ່ງ ແຕ່ມອບໝາຍໃຫ້ກະຊວງການຄ້າ ຮ່າງກົດໝາຍແນວທາງປະຕິບັດເລື່ອງນີ້ ພາຍໃນ 150 ວັນ ແລະ ທຳນຽບຂາວຢືນຢັນວ່າ ຄຳສັ່ງດັ່ງກ່າວຂອງທຣໍາບໍ່ໄດ້ກຳນົດເປົ້າໝາຍໄປທີ່ຝ່າຍໃດຝ່າຍໜຶ່ງ.

ในภาพอาจจะมี 2 คน, สถานที่กลางแจ้ง

ຂະນະທີ່ ຄະນະກໍາມະການດ້ານຂໍ້ມູນຂ່າວສານກາງ ອອກຖະແຫຼງການສະແດງຄວາມພຶງພໍໃຈ ຕໍ່ການເຄື່ອນໄຫວຂອງທຳນຽບຂາວ ວ່າ ເປັນບາດກ້າວທີ່ສໍາຄັນ ໃນການປົກປ້ອງເຄືອຂ່າຍເທັກໂນໂລຢີຂອງປະເທດ ໂດຍເນື້ອໃນຕອນໜຶ່ງຂອງຄໍາສັ່ງ ລະບຸດ້ວຍວ່າ ຜູ້ປະກອບການຂອງສະຫະລັດຕ້ອງຂໍໃບອະນຸຍາດຈາກລັດຖະບານກາງ ໃນກໍລະນີຕ້ອງການມີຄວາມຮ່ວມມືກັບບໍລິສັດດ້ານເທັກໂນໂລຢີ “ແຫ່ງໃດກໍ່ຕາມ” ຈາກຈີນ.

ในภาพอาจจะมี 4 คน, ผู้คนกำลังนั่ง

ຢ່າງໃດກໍ່ຕາມ ການທີ່ ທຣໍາ ປະກາດຄໍາສັ່ງໃນໄລຍະທີ່ບັນຍາກາດຂອງສົງຄາມການຄ້າລະຫວ່າງສະຫະລັດ ກັບ ຈີນ ທະວີຄວາມຕຶງຄຽດຮອບໃໝ່ ຈາກການທີ່ຕ່າງຝ່າຍກັບມາຂຶ້ນພາສີສິນຄ້າສໍາຄັນຂອງກັນ ແລະ ກັນ ໃນອັດຕາສູງອີກຄັ້ງ ເຮັດໃຫ້ທຸກຝ່າຍເຊື່ອວ່າມາດຕະການຄັ້ງນີ້ ໜ້າຈະເປັນການແນເປົ້າໄປທີ່ບໍລິສັດຫົວເຫວີ່ຍເທັກໂນໂລຢີຂອງຈີນໂດຍກົງ ເຊິ່ງພັດທະນາແບບກ້າວກະໂດດມາຢູ່ແຖວໜ້າຂອງການເປັນຜູ້ພັດທະນາລະບົບໂຄງຂ່າຍ 5 ຈີ ແລະ ອຸປະກອນດ້ານການສື່ສານອີກຫຼາຍປະເພດ ເນື່ອງຈາກເມື່ອຕົ້ນປີນີ້ ສະພາຄອງເກຣສ ຜ່ານກົດໝາຍຫ້າມໜ່ວຍງານໃນສັງກັດຂອງລັດຖະບານກາງມີຄວາມຮ່ວມມື ບໍ່ວ່າໃນດ້ານໃດກໍ່ຕາມກັບຫົວເຫວີ່ຍ ເຊິ່ງມີສຽງວິຈານຢ່າງໜັກຈາກລັດຖະບານປັກກິ່ງ ວ່າ ທຣໍາ ໃຊ້ແຕ່ອຳນາດ ແລະ ເປັນຝ່າຍ “ກີດກັນທາງການຄ້າ” ຢ່າງເຈາະຈົງຕໍ່ປະເທດອື່ນຢ່າງຊັດເຈນ.

ในภาพอาจจะมี 1 คน, ชุดสูท

ດ້ານ ທ່ານເດວິດ ຫວັງ ປະທານຝ່າຍບໍລິຫານການລົງທຶນຂອງຫົວເຫວີ່ຍ ກ່າວວ່າ ສະຫະລັດບໍ່ແມ່ນ “ຕະຫຼາດສໍາຄັນ” ຂອງຫົວເຫວີ່ຍຢູ່ແລ້ວ ເພາະສະນັ້ນສິ່ງທີ່ເກີດຂຶ້ນມັນບໍ່ໄດ້ສົ່ງຜົນກະທົບຕໍ່ການດໍາເນີນງານຂອງບໍລິສັດ ເຊິ່ງມີຄວາມເປັນມິດກັບປະເທດອື່ນທົ່ວໂລກ.