ຢ່າຖິ້ມ !!! ເປືອກໄຂ່ມີປະໂຫຍດຫຼາຍຢ່າງ

148

ເວົ້າເລື່ອງໄຂ່ ຫຼາຍໆບ້ານຄົງມີໄວ້ປະຈໍາຕູ້ດເຢັນ ເພື່ອໄວ້ແຕ່ງກິນ ບໍ່ວ່າຈະເປັນ ຈືນ ໄຂ່ ຕົ້ມ ໄຂ່ ແກງໄຂ່ ແລະ ອື່ນໆ ສາລະພັດເມນູໄຂ່ ທີ່ເຮັດໄດ້ງ່າຍໆ ແຕ່ທ່ານຮູ້ຫຼືບໍວ່າ ນອກຈາກໄຂ່ ຈະມີປະໂຫຍດທາງສານອາຫານຕໍ່ຮ່າງກາຍເຮົາແລ້ວ, ເປືອກໄຂ່ກໍມີປະໂຫຍດຫຼາຍຄືກັນ ພຽງແຕ່ນໍາເປືອກໄຂ່ໄປຂາງໄຟຽໜ້ອຍໜຶ່ງ, ບົດໃຫ້ລະອຽດ ແລ້ວໂລຍຮອບບ້ານເທົ່ານັ້ນກໍເກີດປະໂຫຍດໄດ້ ດັ່ງນີ້:

1 ເປືອກໄຂ່ສາມາດໄລ່ມົດໄດ້: ນໍາເປືອກໄຂ່ທີ່ເຜົາໄຟ ແລ້ວບົດລະອຽດ ເມື່ອຜະສົມກັບນໍ້າກໍຈະໄດ້ແຄຊຽມໄຮດອກໄຊ ທີ່ມົດບໍ່ມັກເຮັດໃຫ້ມົດໜີໄປ.

ພຽງທ່ານລ້າງເປືອກໄຂ່ໃຫ້ສະອາດ ແລ້ວນໍາໄປຂາງໄຟໃຫ້ເຫລືອງ ແລະ ແຫ້ງ ແລ້ວຕໍາໃຫ້ລະອຽດ ຈາກນັ້ນນໍາໄປໂຮຍໃນບໍລິເວນທີ່ມີມົດ ຫລື ຮອບໆເຮືອນຈະສາມາດໄລ່ມົດໄປໄດ້.

2 ໃຊ້ເປືອກໄຂ່ຊັກເຄື່ອງ: ເປືອກໄຂ່ຈະເຮັດໃຫ້ຜ້າຂາວ ເວລາຊັກເຄື່ອງໃຫ້ເອົາເປືອກໄຂ່ທີ່ໄດ້ຈາກຫຼາຍໆຟອງ ມາຫໍ່ເສື້ອຜ້າໄວ້ ແລ້ວນໍາໄປຕົ້ມ ລວມກັບເສື້ອຂາວ ແລ້ວຊັກ ຫລືຍ່ອງເສື້ອຕາມປົກກະຕິທົ່ວໄປ ຈະເຮັດໃຫ້ເສື້ອຂາວຂຶ້ນແທ້ ຫຼື ນໍາເປືອກໄຂ່ໄປບົດລະອຽດຜະສົມກັບໂຊດາຊັກເຄື່ອງ 1 ສ່ວນທໍ່ກັນກັນນໍາໄປໃຊ້ແທນແຟັບຊັກເຄື່ອງໄດ້.

  1. ສາມາດນໍາມາໃຊ້ເປັນເຊື້ອເພີງໄດ້: ທຸບເປືອກໄຂ່ຈົນແຕກລະອຽດແລ້ວໃຊ້ເຈ້ຍຫໍ່, ມັດໄວ້ວາງຂ້າງລຸ່ມຟືນຈະເຮັດໃຫ້ໄຟແຮງຂຶ້ນ

4 ເປືອກໄຂ່ເພີ່ມແຄຊຽມໃຫ້ສັດລ້ຽງໄດ້: ເປືອກໄຂ່ອຸດົມດ້ວຍທາດເຫຼັກ ພຽງແຕ່ນໍາເປືອກໄຂ່ມາລ້າງໃຫ້ສະອາດຂາງໄຟໃຫ້ຮ້ອນ ແລ້ວຕໍາໃຫ້ເປັນຜົງລະອຽດ ນໍາໄປຜະສົມອາຫານສັດເປັນອາຫານ ສັດກໍຈະໄດຮັບສານອາຫານທີ່ດີ ,ແຂງແຮງ.

5 ເປັນເຄື່ອງມືຊ່ວຍເຮັດຄວາມສະອາດ: ສາມາດນໍາເປືອກໄຂ່ໄປໃຊ້ຂັດລ້າງອ່າງລ້າງຫນ້າອ່າງອາບນໍ້າໄດ້.

6 ໃຊ້ເປັນປຸ໋ຍໃຫ້ຕົ້ນໄມ້ໄດ້: ນໍາເປືອກໄຂ່ຕໍາເປັນຜົງ ໂຮຍລົງໄປໃນດິນ ຈະເຮັດໃຫ້ດິນມີຄວາມອຸດົມສົມບູນຫລາຍຂຶ້ນຊ່ວຍໃຫ້ພືດຜັກໃນບ້ານຂອງເຮົາຈະເລີນເຕີບໂຕຂຽວງາມກວ່າເກົ່າ.

7 ໃຊ້ ໄລ່ແມງໄມ້: ທຸບເປືອກໄຂ່ໄວ້ຕາມໃບຂອງຕົ້ນໄມ້ຈະຊ່ວຍປ້ອງກັນສັດພືດປະເພດທີ່ກິນໃບໄມ້ ເປັນອາຫານເຊັ່ນ: ຫນອນ, ດ້ວງ

ຕໍ່ໄປນີ້ ຢ່າຟ້າວຖິ້ມເປືອກໄຂ່ເດີ້ ມີປະໂຫຍດຫຼາຍຢ່າງເລີຍ.

ຂອບໃຈທີ່ມາ: wikipedia, mthai