ວັດພູຄວາຍ ເຊີນຊວນເຂົ້າຮ່ວມສົມໂພດ ອົງພຣະພຸດທະໂພຄາຣິຍະມະຫາມຸນີ ທ້າຍທິດນີ້

0
287

ອົງພະເຈົ້າໃຫຍ່ທີ່ເຄື່ອນຍ້າຍຈາກນະຄອນດານັງ ສສ.ຫວຽດນາມ ຫວຽດນາມ ມາປະທັບຢູ່ນະຄອນ ຫຼວງພະບາງ ແຕ່ວັນທີ 9 ພຶດສະພາ ພສ 2562 ຄສ 2019 ໄດ້ມາເຖິງວັດພູຄວາຍໂພຄາຣາມ ນະຄອນ ຫຼວງພະບາງ ສປປ ລາວ ໃນຕອນຄໍ່າຂອງວັນທີ 14 ພຶດສະພາເປັນທີ່ຮຽບຮ້ອຍແລ້ວ ແລະ ຈະເຮັດພິທີສົມໂພດທ້າຍອາທິດນີ້.

 

 

ດັ່ງນັ້ນ, ບັນດາສາຍບຸນທັງຫຼາຍກຽມຕົວກຽມໃຈເຂົ້າຮ່ວມພິທີສົມໂພດ ຫຼື ເຖຣາພິເສກ ເຊິ່ງຈະຈັດຂຶ້ນໃນຕອນຄໍ່າຂອງ ວັນທີ 17 ຕະຫຼອດຄືນ, ສ່ວນວັນທີ 18 ຕອນເຊົ້າ ຈະມີການໃສ່ບາດພາຍໃນວັດ ເທດອຸປະຄຸດ, ມາໄລໝື່ນ, ມາໄລແສນ ແລ້ວຄົບງານຕາມປະເພນີ ຫຼັງຈາກນັ້ນ, ວັນທີ 19 ຈະມີການເທດມະຫາຊາດຕະຫຼອດວັນ.

 

 

ຫຼ້າສຸດ, ໃນວັນທີ 15 ພຶດສະພາ 2019 ນີ້, ອອກຕົນຍາດໂຍມທັງຫຼາຍ ໄດ້ຮ່ວມແຮງຮ່ວມໃຈກັນປະກອບ ແລະ ປະດິດສະຖານອົງພຸດທະໂພຄາຣິຍະມະຫາມຸນີໄວ້ທີ່ວັດພູຄວາຍປະກົດວ່າສຳເລັດແລ້ວ ທີ່ໜ້າສາລາໂຮງທໍາ ວັດພູຄວາຍໂພຄາຣາມ ນະຄອນຫຼວງພະບາງ ເພື່ອລໍຖ້າສົມໂພດ ຫຼື ເຖລາພິເສກ.

 

 

ອົງພຣະພຸດທະໂພຄາຣິຍະມະຫາມຸນີ” ສ້າງດ້ວຍຫີນອ່ອນ ຈາກ ນະຄອນດານັງ ສສ.ຫວຽດນາມ “ອົງພຣະພຸດທະໂພຄາຣິຍະມະຫາມຸນີ” ມີຄວາມໝາຍວ່າ: ພຣະພຸດທະເຈົ້າ ອົງປະທານອະຣິຍະຊັບເປັນພອນ, ໜ້າຕັກກວ້າງ 309 cm ລວງສູງ 509 cm ນໍ້າໜັກ 38 ໂຕນ, ປະຕິມາກຳທີ່ໃຊ້ຫີນອ່ອນ ແກະສະຫຼັກເປັນອົງພຣະພຸດທະເຈົ້າສິລະປະແບບລ້ານຊ້າງ-ຈາມ ແບບປະສົມປະສານ ມູນຄ່າການກໍ່ສ້າງ 70.000 ໂດລາສະຫະລັດ.

 

 

ຂະບວນຂົນສົ່ງ ໄດ້ເຄື່ອນຈາກໂຮງງານຫີນອ່ອນ ນະຄອນດານັງ ສູ່ ດ່ານສາກົນລາວບ໋າວຫາ ເມືອງເຊໂປນ ແຂວງສະຫວັນນະເຂດ ຫາ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງຕາມລຳດັບ.

 

 

ພະພຸດທະຮູບດັ່ງກ່າວ ນຳພາກໍ່ສ້າງໂດຍ ສາທຸໃຫຍ່ ຈັນທະຣິນ ຈິນນະທັມໂມ ກຳມະການສູນກາງ ອົງການພຸດທະສາສະໜາສຳພັນລາວ, ຮອງປະທານ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພຣະບາງ, ເຈົ້າອະທິການວັດພູຄວາຍໂພຄາຣາມ, ພ້ອມດ້ວຍພໍ່ແມ່ຄູບາອາຈານ ແລະອອກຕົນຍາດໂຍມຜູ້ມີຈິດສັດທາຮ່ວມສ້າງ. ສຳລັບປະຊາຊົນ ຫຼື ພຸດທະບໍລິສັດ ທີ່ມີຈິດໃຈໃສສັດທາ ສາມາດສົມທົບທຶນເປັນເຈົ້າພາບເຈົ້າສັດທາ ຮ່ວມບຸນໄດ້ຢູ່ວັດພູຄວາຍໂພຄາຣາມ ຫຼື ຕິດຕໍ່ທີ່ເບີໂທລະສັບ: +856-20-5567-3785, 9993-0305, 5600-6534, 030-5876-947.

 

 

LEAVE A REPLY

Please enter your comment!
Please enter your name here