ຫຼາຍບໍລິສັດຮ່ວມແຜນປະຕິບັດປ້ອງກັນທາງອອນລາຍ ທີ່ສື່ຄວາມຮຸນແຮງ

78

ບໍລິສັດດ້ານເທັກໂນໂລຢີລາຍໃຫຍ່ໃຫ້ຄໍາໝັ້ນສັນຍາທີ່ຈະໃຊ້ມາດຕະການໃໝ່ ເພື່ອປ້ອງກັນການນໍາສະເໜີຄວາມຮຸນແຮງຜ່ານສື່ອອນລາຍ ໃນອິນເຕີເນັດ ຫຼັງເຫດລະດົມຍິງໃນເມືອງໄຄຣສ໌ເຊີສ໌ ປະເທດນິວຊີແລນ ເມື່ອສອງເດືອນກ່ອນ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນທີ 15 ພຶດສະພາ ວ່າ ຜູ້ບໍລິຫານຂອງບໍລິສັດດ້ານເທັກໂນໂລຢີລາຍໃຫຍ່ ເຊັ່ນ: ກູເກິລ, ທະວິດເຕີ, ເຟຊບຸ໊ກ ແລະ ໄມໂຄຣຊັອຟ ໄດ້ພົບກັບຜູ້ນໍາຝຣັ່ງ ແລະ ນິວຊີແລນ ລວມເຖິງປະເທດອື່ນໆ ທີ່ນະຄອນຫຼວງປາຣີສ ເພື່ອເປີດຕົວ “ໄຄຮສ໌ເຊີສ໌ ຄອລລ໌” ເຊິ່ງເປັນພັນທະກໍລະນີ ໂດຍສະໝັກໃຈເທິງແພລັດຟອມ ໂດຍໃຊ້ຊື່ເມືອງໄຄຣສ໌ເຊີສ໌ ໃນປະເທດນິວຊີແລນ ເຊິ່ງເປັນສະຖານທີ່ເກີດເຫດລະດົມຍິງ ໂດຍຝີມືຂອງມືປືນພຽງຄົນດຽວ ເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ ໃນມັສຢິດສອງແຫ່ງເມື່ອສອງເດືອນກ່ອນ ແລ້ວກໍ່ມີການເຜີຍແຜ່ການຖ່າຍທອດສົດພາບເຫດການຈາກກ້ອງຕິດຢູ່ເທິງໝວກຂອງຜູ້ກໍ່ເຫດເຜີຍແຜ່ໃນເຟຊບຸ໊ກ.

ในภาพอาจจะมี 6 คน, ผู้คนกำลังนั่ง และชุดสูท

ສື່ສັງຄົມອອນລາຍຖືກວິພາກວິຈານຢ່າງໜັກ ນັບຕັ້ງແຕ່ເຫດການດັ່ງກ່າວ ຫຼັງມີການອັບໂຫຼດ ແລະ ແຊຮ໌ກັນອອກໄປເປັນລ້ານຄັ້ງ ເຖິງວ່າທາງເຟຊບຸ໊ກຈະພະຍາຍາມໄລ່ລຶບແລ້ວກໍ່ຕາມ.

ນາຍົກລັດຖະມົນຕີຈາຊິນດາ ອາເດິນ ຂອງນິວຊີແລນ ຖະແຫຼງຂ່າວຮ່ວມກັບປະທານາທິບໍດີເອັມມານູເອລ ມາຄຣົງ ຂອງຝຣັ່ງ ວ່າ ໄຄຣສ໌ເຊີສ໌ ຄອລລ໌ ອັນເປັນແຜນເພື່ອປະຕິບັດໂດຍທຸກຝ່າຍຕ້ອງເຮັດໃຫ້ອິນເຕີເນັດມີມະນຸສະທໍາຫຼາຍກວ່ານີ້ ເຮົາບໍ່ສາມາດປ່ອຍໃຫ້ພວກກໍ່ການຮ້າຍນໍາໄປໃຊ້ໃນຈຸດປະສົງເພື່ອໃຫ້ເກີດຄວາມຄຽດແຄ້ນໄດ້.

ในภาพอาจจะมี หนึ่งคนขึ้นไป, ตาราง และสถานที่ในร่ม

ຕໍ່ມາບໍລິສັດກູເກິລ, ໄມໂຄຣຊັອຟ, ເຟຊບຸ໊ກ, ທະວິດເຕີ ແລະ ອາເມຊອນ ໄດ້ອອກແຜນປະຕິບັດການ 9 ຂໍ້ຮ່ວມກັນ ເພື່ອຜັກດັນຄໍາໝັ້ນຂອງຂໍ້ຮຽກຮ້ອງເພື່ອໃຫ້ມີຜົນໃນທາງປະຕິບັດ ໂດຍສະເພາະຢ່າງຍິ່ງໄພຄຸກຄາມທີ່ມີການຖ່າຍທອດສົດ ນອກຈາກນັ້ນ, ກໍ່ຈະຮ່ວມກັນຕິດຕາມມາຈາກຂໍ້ມູນດິຈິຕອລ ເພື່ອຖອດຖອນຮູບພາບ ຫຼື ຄລິບວິດີໂອ ທີ່ເປັນອັນຕະລາຍ ແລະ ໃຊ້ວິທີການແບບງ່າຍໆເພື່ອໃຫ້ຜູ້ໃຊ້ອິນເຕີເນັດສາມາດລາຍງານເລື່ອງເນື້ອໃນທີ່ຜິດກົດໝາຍເຫຼົ່ານີ້.