ອາກາດຍັງຮ້ອນຢູ່ຕື່ມອີກ, ມີ 3 ແຂວງອຸນຫະພູມສູງ 38 ອົງສາ

168

ອາກາດຍັງຈະສືບຕໍ່ຮ້ອນຢູ່ຕື່ມອີກ ຂະນະ 3 ແຂວງພາກເໜືອເຊັ່ນ: ແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະ ຫຼວງພະບາງ ອຸນຫະພູມສູງເຖິງ 38 ອົງສາ.  ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານ ພະຍາກອນອາກາດປະຈໍາວັນທີ 16 ພຶດສະພາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี ท้องฟ้า, เมฆ, ธรรมชาติ และสถานที่กลางแจ้ง

 

ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຂວງ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 26-37 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ. ສະເພາະແຂວງ ໄຊສົມບູນ ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19-27 ອົງສາ.

 

ไม่มีคำอธิบายรูปภาพ

 

ສະເພາະນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທຢົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງຖອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 26-34 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ: ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 26-35 ອົງສາ.

 

ไม่มีคำอธิบายรูปภาพ