ເຜີຍແລ້ວ! ສາເຫດໄຟໄໝ້ໄອເຕັກ ຕຶກເກົ່າ

55

ເຫດການໄຟໄໝ້ ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ໃນທ້າຍອາທິດຜ່ານມາ ສ້າງຄວາມເສຍຫາຍໃຫ້ກັບຜູ້ປະກອບການ 30 ກວ່າຮ້ານ ທີ່ນຳສິນຄ້າເພື່ອກຽມຮ່ວມງານວາງສະແດງຜະລິດຕະພັນລາວ ທີ່ມີກຳນົດເປີດຂຶ້ນໃນລະຫວ່າງວັນທີ 10 – 19 ພຶດສະພາ ເຮັດໃຫ້ຕ້ອງໄດ້ເລື່ອນງານດັ່ງກ່າວໄປຈົນກວ່າຈະຟື້ນຟູຕຶກໃຫ້ກັບສູ່ສະພາບປົກກະຕິ. ຫຼ້າສຸດ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ( ສຕອ ) ໄດ້ເຜີຍສາເຫດແມ່ນຍ້ອນໄຟຟ້າລັດວົງຈອນ.

ທ່ານ ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສຕອ ຖະແຫຼງຕໍ່ນັກຂ່າວ ວ່າ: ຜ່ານການກວດກາ, ສອບຖາມຜູ້ຢູ່ໃນເຫດການ ແລະ ຂໍ້ມູນຈາກກ້ອງວົງຈອນປິດ ຈິຶ່ງຮູ້ວ່າກ່ອນໄຟໄໝ້ໃນເວລາປະມານ 8:30 ໂມງ ມີພະນັກງານໄຟຟ້າປະຈໍາສູນການຄ້າ ລາວ – ໄອເຕັກ ເຮັດໜ້າທີ່ເປີດໄຟ ແລະ ເປີດແອເປັນປະຈໍາ ກ່ອນເປີດໃຫ້ລູກຄ້າເຂົ້າໄປຂາຍ, ຕໍ່ມາປະມານ 35 ນາທີ ໄດ້ຍິນສຽງແຕກດັງຂຶ້ນ 1 ຄັ້ງ ພະນັກງານໄຟຟ້າຈຶ່ງເຂົ້າໄປເບິ່ງພົບເຫັນໄຟໄໝ້ລັດວົງຈອນ ( ຊັອດ ) ຢູ່ກະດານໄຟເທິງຮ້ານຂາຍເຄື່ອງປະດັບຍົນ ພະນັກງານຈຶ່ງນໍາເອົາບັ້ງດັບເພີງມາດັບມອດ ແຕ່ບໍ່ສາມາດດັບໄດ້, ເຮັດໃຫ້ໄໝ້ລາມໄປຕາມສາຍໄຟ ແລະ ຕົກໃສ່ເຄື່ອງປະດັບຍົນຢູ່ລຸ່ມ ເຊິ່ງເປັນວັດຖຸໄວໄຟ. ຈາກນັ້ນ, ຈຶ່ງປະສານມາຫາເຈົ້າໜ້າທີ່ ແລະ ໜ່ວຍກູ້ໄພໃຫ້ຄວາມຊ່ວຍເຫຼືອ.

ທ່ານກ່າວຕື່ມວ່າ: ຜ່ານການກວດໂຄງສ້າງຂອງອາຄານແມ່ນບໍ່ໄດ້ຮັບຜົນກະທົບ ມີແຕ່ລະບົບສາຍໄຟ ແລະ ເພດານທີ່ໄດ້ຮັບ ຄວາມເສຍຫາຍ. ສໍາລັບຄວາມເສຍຫາຍຂອງລູກຄ້າຍັງຢູ່ໃນຂັ້ນຕອນປະເມີນຜົນຂອງພາກສ່ວນທີ່ກ່ຽວຂ້ອງ, ຕໍ່ກັບລະບົບປ້ອງກັນຄວາມປອດໄພຂອງສູນການຄ້າ ລາວ – ໄອເຕັກ ຍັງບໍ່ທັນຮັບປະກັນ ເປັນຕົ້ນແມ່ນລະບົບດັບເພີງ ( ກ໋ອກນໍ້າ ) ໃນເວລາເກີດເຫດບໍ່ສາມາດນໍາໃຊ້ໄດ້.

ແມ່ຄ້າຂາຍຖົງຕີນເປັນອີກໜຶ່ງຮ້ານທີ່ນຳສິນຄ້າໄປຂາຍຢູ່ໄອເຕັກຕຶກເກົ່າ ກ່າວກັບທີມຂ່າວພວກເຮົາວ່າ: ຮ້ານຂອງຕົນຢູ່ໂຊນອາຫານເບື້ອງຂວາມື ( ຄົນລະຟາກກັບຈຸດເກີດເຫດ ). ດັ່ງນັ້ນ, ສິນຄ້າຈຶ່ງບໍ່ໄດ້ເສຍຫາຍ ເມື່ອທາງສູນການຄ້າອະນຸຍາດໃຫ້ຂົນເຄື່ອງອອກ ພວກເຮົາຈຶ່ງຍ້າຍຂຶ້ນມາຂາຍທີ່ໄອເຕັກຕຶກໃໝ່ ຊັ້ນ 6 ໄອເຕັກມໍ ເຊິ່ງມີລວມກັນປະມານ 30 ຮ້ານ​ ແຕ່ຈາກການຍົກຍ້າຍ ແລະ ວາງຈຳໜ່າຍມາໄດ້ 2 – 3 ມື້ຜ່ານມາ ເຫັນວ່າສະພາບການຊື້ – ຂາຍບໍ່ດີປານໃດ ຖ້າທຽບໃສ່ໄອເຕັກຕຶກເກົ່າ.

ແມ່ຄ້າຂາຍເສື້ອຜ້າທ່ານໜຶ່ງ ກ່າວວ່າ: ຮ້ານພວກເຮົາແມ່ນບໍ່ໄດ້ຮັບຜົນກະທົບຫຍັງ ເພາະຮ້ານພວກເຮົາຢູ່ໃກ້ປະຕູ ຈຶ່ງໄດ້ນຳເອົາອອກມາແຕ່ມື້ເກີດເຫດ. ແຕ່ຫາກໍໄດ້ມາເປີດຮ້ານວາງຂາຍຢູ່ຕຶກໃໝ່ຊັ້ນ 6 ພ້ອມໆກັບຮ້ານອື່ນຍອມຮັບວ່າມາຂາຍຢູ່ນີ້ 2 ມື້ແລ້ວບໍ່ໄດ້ຂາຍເຄື່ອງປານໃດ.

ດ້ານ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ກ່າວວ່າ: ຈາກການປະເມີນຄັ້ງຫຼ້າສຸດຫຼັງຈາກບັນດາຜູ້ປະກອບການໄດ້ຂົນເຄື່ອງ ແລະ ກວດກາເຄື່ອງຕົວຈິງທີ່ໄດ້ຮັບຜົນກະທົບທັງຖືກໄຟໄໝ້, ຖືກນໍ້າ ແລະ ຄວັນລວກ ມີທັງໝົດ 30 ຮ້ານ. ໃນນັ້ນ, ມີຈຳນວນ 19 ຮ້ານທີ່ຖືກໄຟໄໝ້ໝົດຈົນເອົາບໍ່ໄດ້, ສ່ວນອີກ 11 ຮ້ານແມ່ນຖືກຜົນກະທົບເລັກໜ້ອຍ ເຊິ່ງສາເຫດຈາກການແຈ້ງຂອງເຈົ້າໜ້າທີ່ແມ່ນຍ້ອນໄຟມັດຢູ່ຈຸດໃກ້ກັບຮ້ານທີ່ກຽມວາງສະແດງສິນຄ້າປະດັບຍົນທີ່ມີວັດຖຸໄວໄຟ ແລະ ອ້ອມຂ້າງກໍແມ່ນຮ້ານຂາຍເຄື່ອງຂອງທີ່ເປັນຢາງ ແລະ ຜ້າ ຈຶ່ງເຮັດໃຫ້ເປັນເຊື້ອເພີງລຸກໄໝ້ງ່າຍ, ປັດຈຸບັນພວກເຮົາກໍມີນະໂຍບາຍຈັດສັນຊັ້ນ 6 ໃນຕຶກໄອເຕັກມໍ ໃຫ້ຜູ້ທີ່ຕ້ອງການຈະສືບຕໍ່ຂາຍໂດຍມີນະໂຍບາຍໃຫ້ຈ່າຍ 50% ພ້ອມທັງມີຮ້ານຄ້າຈຳນວນ 10 ຮ້ານນໍາເຄື່ອງມາຝາກສາງ ເພື່ອລໍຖ້າສ້ອມແປງໄອເຕັກຕຶກເກົ່າແລ້ວຈຶ່ງຈະມີການເປີດຈຳໜ່າຍ.

ການຍົກຍ້າຍເຄື່ອງອອກຈາກຕຶກເກົ່າແມ່ນສຳເລັດໃນຕອນແລງຂອງວັນທີ 15 ກໍລະກົດຜ່ານມາຈາກນີ້ກໍຈະໃຫ້ບໍລິສັດທຳ ຄວາມສະອາດເລັ່ງເຂົ້າໄປທຳຄວາມສະອາດດັບກິ່ນຄວັນຕ່າງໆ ສ່ວນດ້ານການສ້ອມແປງຄືນປັດຈຸບັນມີບໍລິສັດກໍ່ສ້າງມາສະເໜີ 2 – 3 ບໍລິສັດ, ບໍລິສັດຮັບແລ່ນລະບົບໄຟຟ້າກໍມີແລ້ວ ພຽງແຕ່ລໍຖ້າໃຫ້ພາກສ່ວນບໍລິສັດສະເໜີດ້ານລາຄາຕ່າງໆກໍລົງມືປະຕິບັດ.

ສ່ວນງານທີ່ລູກຄ້າຈອງຈັດພາຍໃນເດືອນພຶດສະພາທີ່ເພິ່ນຈອງຢູ່ໄອເຕັກຕຶກເກົ່າແມ່ນພວກເຮົາກໍຈະມີຊັ້ນ 7 ແລະ ຊັ້ນອື່ນໆຂອງໄອເຕັກມໍຮອງຮັບແລ້ວ ແຕ່ທາງລູກຄ້າເພິ່ນຈະພິຈາລະນາວ່າມັກບໍ່? ແຕ່ຖ້າເພິ່ນບໍ່ເອົາຢູ່ໄອເຕັກມໍຕ້ອງການຍົກເລີກກໍຈະຄືນເງິນມັດຈຳໃຫ້. ເຖິງຢ່າງໃດກໍຕາມ, ພວກເຮົາຈະພະຍາຍາມເລັ່ງໃຫ້ສຳເລັດໂດຍໄວທີ່ສຸດ ເພື່ອບໍ່ໃຫ້ກະທົບຜູ້ທີ່ຈອງຈັດງານໃນກາງເດືອນ ຫາ ທ້າຍເດືອນມິຖຸນາ, ທ່ານ ສີບຸນທຳ ກ່າວ.

( ຂ່າວ: ຄຳນ້ອຍ; ຮູບ: ໂຕ່ຍ )