ເມືອງຊຳໃຕ້ ເປີດແຫຼ່ງທ່ອງທ່ຽວຖໍ້າພະຍານາກ ແລະ ຜາໜ່າງ

109

ວັນທີ 10 ພຶດສະພາ 2019 ຜ່ານມານີ້ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຈັດພິທີເປີດຖໍ້າພະຍານາກ ແລະ ຜາໜ່າງ ບ້ານເມືອງເກິນວິລະຊົນ ເປັນແຫຼ່ງທ່ອງທ່ຽວຂັ້ນທ້ອງຖິ່ນ ເຊິ່ງເປັນແຫ່ງທີ II ຂອງເມືອງຊຳໃຕ້ ໂດຍການເຂົ້າຮ່ວມຂອງ ທ່ານ ພອນຈັນ ຂະທຸມພົມ ຮອງເຈົ້າເມືອງຊຳໃຕ້, ທ່ານ ຄອນສີ ວິໄລຍາ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ມີບັນດາທ່ານໃນການນຳເມືອງ, ກຸ່ມບ້ານ, ບ້ານ ຕະຫຼອດຮອດແຂກທີ່ຖືກເຊີນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ຖໍ້າພະຍານາກ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ເປັນຖໍ້າທີ່ເລິກ ແລະ ກວ້າງ, ຢູ່ພາຍໃນຖໍ້າເປັນສີເຫຼືອງອ່ອນ, ເຫຼື້ອມຍິບຍັບຄ້າຍຄືຄໍາເບິ່ງແລ້ວງາມຕາທີ່ສຸດ, ມີບາງບ່ອນເປັນຮູບລັກສະນະໜໍ່ຂ່າ, ບາງບ່ອນຄ້າຍຄືບ່ອນນັ່ງຂອງພະຍານາກ ເຊິ່ງປະຊາຊົນເຂດນີ້ມີຄວາມເຊື່ອວ່າຖໍ້າແຫ່ງນີ້ແມ່ນພະລາຊະວັງຂອງພະຍາເງືອກ ( ພະຍານາກ ) ໃນເມື່ອກ່ອນ.

ສຳລັບຜາໜ່າງ ບ້ານເມືອງເກິນວິລະຊົນ ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ, ເປັນຮູບປະຕູໂຂງທີ່ສູງ ເຊິ່ງບໍລິເວນນີ້ເປັນຊາຍແດນ ລາວ – ຫວຽດ ແລະ ທາງອອກເສັ້ນດຽວທີ່ສາມາດທຽວໄປ – ມາໄດ້ຕາມລຽບຊາຍແດນ. ໃນສະໄໝຕໍ່ສູ້ຕ້ານກັບຝຣັ່ງ, ປະຊາຊົນ ແລະ ທະຫານລາວ ໄດ້ອາໄສສະຖານທີ່ນີ້ເປັນບ່ອນຕີກັບສັດຕູ ໂດຍສ້າງກະຕ່າຍກ້ອນຫີນຢູ່ເທິງໜ້າຜາ ເວລາມີສັດຕູຍ່າງຜ່ານເຂດນັ້ນກໍມີກ້ອນຫີນຕົກລົງມາທັບຖົມເຂົາເຈົ້າຈົນຕາຍໝົດ ຈົນໄດ້ນາມມະຍົດເປັນເຂດວິລະຊົນມາເຖິງປັດຈຸບັນ.

ຖໍ້າພະຍານາກ ແລະ ຜາໜ່າງ ບ້ານເມືອງເກິນວິລະຊົນ ຫ່າງຈາກເທສະບານເມືອງໄປທາງທິດຕາເວັນອອກສ່ຽງໃຕ້ ຕາມເສັ້ນທາງເລກທີ 3206 ປະມານ 65 ກິໂລແມັດ, ມີເສັ້ນທາງລົດເຂົ້າສະດວກດີ, ຖ້າທ່ານໃດມີຄວາມສົນຈົນໃຈສາມາດໄປສຳຜັດດ້ວຍຕົນເອງໄດ້ ປັດຈຸບັນນີ້ເມືອງຊຳໃຕ້ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໄດ້ເຂົ້າຊົມຢ່າງເປັນທາງການແລ້ວ.

ເມືອງຊຳໃຕ້ ແຂວງຫົວພັນ ມີທີ່ຕັ້ງຫ່າງຈາກເທສະບານແຂວງໄປທາງທິດໃຕ້ປະມານ 150 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດນ້ຳຊຳຕອນໃຕ້, ທຳມະຊາດໄດ້ປັ້ນແຕ່ງໃຫ້ດິນແດນແຫ່ງນີ້ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ມະຫັດສະຈັນ ແລະ ສວຍສົດງົດງາມ ເປັນຕົ້ນແມ່ນນ້ຳຕົກຕາດວັງໃໝ່, ຕາດຜາໜ່າງ, ລ່ອງເຮືອຊົມທຳມະຊາດນ້ຳຊຳຕອນໃຕ້.

( ຂ່າວ – ຮູບ: ສົມສຸກ ໄຊຍະວົງ )