ໂຮງຮຽນ ພອນສະຫວັນ ສ້າງນັກຮຽນເກັ່ງຫຼາຍສິບຄົນ

202

ໂຄງການສອນບໍາລຸງນັກຮຽນເກັ່ງ ສົກຮຽນ 2018 – 2019 ຂອງໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ( ຮພຊ ) ໄດ້ສ້າງນັກຮຽນເກັ່ງທີ່ສາມາດຍາດໄດ້ລາງວັນແຕ່ຂັ້ນເມືອງຈົນຮອດລະດັບຊາດຫຼາຍ 10 ຄົນ.

ວັນທີ 15 ພຶດສະພາ 2019 ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ( ຮພຊ ) ໄດ້ຈັດພິທີສະຫຼຸບໂຄງການສອນບໍາລຸງນັກຮຽນເກັ່ງ ສົກຮຽນ 2018 – 2019 ຂຶ້ນທີ່ສະໂມສອນໃຫຍ່ຂອງ ຮພຊ​ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນ, ທ່ານ ຄໍາຫ່ອງ ສີບຸນເຮືອງ ຫົວໜ້າໜ່ວຍວິຊາການ ຮພຊ ພ້ອມດ້ວຍບັນດາຄູ – ອາຈານ ແລະ ນ້ອງນັກຮຽນ ຈຳນວນ 500 ກວ່າຄົນເຂົ້າຮ່ວມ.

ທ່ານ ຄຳຫ່ອງ ສີບຸນເຮືອງ ກ່າວວ່າ: ໂຄງການສອນບໍາລຸງນັກຮຽນເກັ່ງຂອງ ຮພຊ ເປັນໂຄງການຕົ້ນຕໍຂອງໂຮງຮຽນ, ໃນການບໍາລຸງນັກຮຽນເກັ່ງຂັ້ນ ມ 4 ແລະ ມ 7 ຂອງໂຮງຮຽນ ຜູ້ທີ່ມີພອນສະຫວັນສະເພາະດ້ານເຂົ້າຮ່ວມການສອບເສັງນັກຮຽນເກັ່ງຂັ້ນໂຮງຮຽນ, ຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ລະດັບຊາດໃນ 4 ວິຊາຫຼັກ ເຊິ່ງໃນສົກປີ 2018 – 2019 ຮພຊ ສາມາດປະຕິບັດໄດ້ດີພໍສົມຄວນ ແລະ ລື່ນຄາດໝາຍ ຖ້າທຽບໃສ່ສົກປີຜ່ານມາ ແລະ ຄາດໝາຍຂອງໂຮງຮຽນ ໂດຍສະເພາະແມ່ນໃນຂັ້ນເມືອງໄຊທານີ ແລະ ຂັ້ນນະຄອນຫຼວງວຽງຈັນ.

ການສອນບໍາລຸງນັກຮຽນເກັ່ງຂອງ ຮພຊ ແມ່ນໄດ້ເລີ່ມດຳເນີນມາຕັ້ງແຕ່ຕົ້ນເດືອນຕຸລາເຖິງທ້າຍເດືອນມີນາ ແລະ ໄດ້ເຂົ້າຮ່ວມເສັງໃນທຸກຂັ້ນ ເຊິ່ງການສອບເສັງຂັ້ນເມືອງ ໂຮງຮຽນໄດ້ສົ່ງນັກຮຽນເກັ່ງເຂົ້າເສັງ ມ.ຕົ້ນ ຈຳນວນ 20 ຄົນ ຍິງ 16 ຄົນ ໄດ້ຮັບລາງວັນ 12 ຄົນ ຍິງ 10 ຄົນ; ມ.ປາຍ 20 ຄົນ ຍິງ 6 ຄົນ ໄດ້ຮັບລາງວັນ 19 ຄົນ ຍິງ 5 ຄົນ ລື່ນຄາດໝາຍ 3 ຄົນ, ເຂົ້າຮ່ວມສອບເສັງຂັ້ນນະຄອນຫຼວງ ຈຳນວນ 31 ຄົນ ຍິງ 15 ຄົນ ສາມາດຍາດໄດ້ລາງວັນທັງໝົດ 21 ລາງວັນ ລື່ນຄາດໝາຍ 9 ລາງວັນ. ໃນນັ້ນ, ອັນດັບໜຶ່ງ 3 ຄົນ ຍິງ 1 ຄົນ; ອັນດັບສອງ 5 ຄົນ ຍິງ 1 ຄົນ; ລາງວັນຊົມເຊີຍ 11 ຄົນ ຍິງ 5 ຄົນ ແລະ ສາມາດຍາດໄດ້ລາງວັນລະດັບຊາດ 3 ລາງວັນ ຍິງ 1 ລາງວັນ.

ທ່ານຍັງໃຫ້ຮູ້ອີກວ່າ: ສາເຫດທີ່ ຮພຊ ສາມາດປະຕິບັດໂຄງການເສັງນັກຮຽນເກັ່ງໄດ້ລື່ນຄາດໝາຍແມ່ນຍ້ອນຄວາມເອົາໃຈໃສ່ຂອງແຕ່ລະພາກສ່ວນ ເປັນຕົ້ນແມ່ນຄະນະນຳມະຫາວິທະຍາໄລແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນຳໃຫ້ທິດເຍືອງທາງ; ຄະນະອຳນວຍການໂຮງຮຽນໄດ້ເອົາໃຈໃສ່ຕິດຕາມ ສ້າງເງື່ອນໄຂຄວາມສະດວກໃຫ້ຄູ – ອາຈານ ແລະ ນັກຮຽນ; ຄູ – ອາຈານສອນກໍໄດ້ເອົາໃຈໃສ່ຄົ້ນຄວ້າບົດສອນໃນການບຳລຸງ ແລະ ນັກຮຽນກໍໄດ້ຕັ້ງໃຈຄົ້ນຄວ້າຮໍ່າຮຽນຢ່າງຕັ້ງໜ້າ ນອກຈາກອາຈານສອນແລ້ວ ຍັງໄດ້ເອົາໃຈໃສ່ຄົ້ນຄວ້າບົດຮຽນທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ໃນພິທີ ຮພຊ ຍັງໄດ້ມອບໃບຍ້ອງຍໍແກ່ບັນດາຄູ – ອາຈານ ແລະ ນັກຮຽນທີ່ມີຜົນງານໃນການບໍາລຸງເສັງນັກຮຽນເກັ່ງ ເຊັ່ນ: ມອບໃບຍ້ອງຍໍໃຫ້ຄູສອນນັກຮຽນເກັ່ງຂັ້ນ ນວ ຈຳນວນ 5 ທ່ານ, ມອບໃບຍ້ອງຍໍໃຫ້ຄູ – ອາຈານບໍາລຸງນັກຮຽນເກັ່ງ ລະດັບຊາດ 5 ທ່ານ, ມອບໃບຍ້ອງຍໍແກ່ນ້ອງນັກຮຽນເກັ່ງທີ່ສາມາດຍາດໄດ້ລາງວັນໃນການເຂົ້າຮ່ວມສອບເສັງຂັ້ນເມືອງ 9 ນ້ອງ, ຂັ້ນ ນວ 28 ນ້ອງ ແລະ ນ້ອງນັກຮຽນເກັ່ງລະດັບຊາດ 3 ນ້ອງ.