ຄາດ! ໂຄງການສ້າງທາງລຽບແມ່ນ້ຳຂອງຕອນເໜືອ ຈະໃຫ້ສຳເລັດເດືອນຕຸລານີ້

129

ໂຄງການກໍ່ສ້າງທາງລຽບແມ່ນໍ້າຂອງຕອນເໜືອ ເປັນໂຄງການພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ ມີຄວາມຍາວທັງໝົດ 22.431 ກິໂລແມັດ, ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ສປ ຈີນ ແລະ ໄດ້ລົງມືກໍ່ສ້າງມາແຕ່ປີ 2017, ປັດຈຸບັນສຳເລັດແລ້ວ 80% ຄາດວ່າຈະໃຫ້ສຳເລັດຕາມແຜນການ ໃນເດືອນຕຸລາ 2019 ນີ້.

ໃນວັນທີ 10 ພຶດສະພາ 2019 ຜ່ານມາ ພົນຈັດຕະວາ ສິງສະຫວັດ ພົມມະສັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຜູ້ຊີ້ນຳໂຄງການ ພ້ອມດ້ວຍຄະນະວິຊາການ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການ ກໍ່ສ້າງຢູ່ພາກສະໜາມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ

 

ອີງຕາມການລາຍງານຂອງຜູ້ຮັບຜິດຊອບການກໍ່ສ້າງໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ວັນທີ 22 ມີນາ 2017 ມາຮອດປັດຈຸບັນສາມາດດໍາເນີນການກໍ່ສ້າງສໍາເລັດແລ້ວ 80% ໂດຍແມ່ນທຶນຊ່ວຍເຫຼືອລ້າ ຈາກ ສປ ຈີນ. ໂຄງການກໍ່ສ້າງເສັ້ນທາງລຽບຕາມແມ່ນໍ້າຂອງຕອນເໜືອ ແມ່ນເລີ່ມແຕ່ບ້ານມອມ ຫາ ບ້ານ ຫ້ວຍໄຄ້ ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ ມີໄລຍະທາງທັງໝົດ     22.431 ກິໂລແມັດ.

ໂຄງການນີ້, ຊະນະການປະມູນຕາມລະບຽບກົດໝາຍ ຂອງ ສປ ຈີນ ໄດ້ແກ່ 4 ບໍລິສັດຄື: 1. ສຳຫຼວດ-ອອກແບບໄດ້ແກ່: ສະຖາບັນສຳຫຼວດ-ອອກແບບ ທາງລົດໄຟເລກທີ 3 ຈຳກັດ, 2. ທີ່ປຶກສາ ແລະ ຄຸ້ມຄອງໂຄງການໄດ້ແກ່ 2 ບໍລິສັດ (ບໍລິສັດທີ່ປຶກສາວິສະວະກຳກໍ່ສ້າງ ທາງຫຼວງເຄີຍຫຼົງຈຽງ ແລະ ບໍ ລິສັດຫຼົງຈ້ຽນກໍ່ສ້າງຈຳກັດ). 3. ບໍລິສັດຮັບເໝົາກໍ່ສ້າງໄດ້ແກ່: ບໍລິສັດທາງເລກໄຟເລກທີ 17 ສປ ຈີນ ຈໍາກັດ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ

 

ໂຄງສ້າງຫຼັກຂອງເສັ້ນທາງປະກອບມີ: ຊັ້ນວັດສະດຸຄັດເລືອກ ( subgrabe ), ຊັ້ນຮອງພື້ນທາງ ( BaseCoure ), ໜ້າທາງກວ້າງ 6 ແມັດ, ບ່າທາງກວ້າງເບື້ອງ 50 ຊັງຕີແມັດ ເຊິ່ງມີໄລຍະທາງ ທັງໝົດ 22 ກິໂລແມັດກວ່າ ໂດຍອອກແບບຕາມມາດຕະຖານເຕັກນິກທາງຂັ້ນ 3 ຂອງ ສປ ຈີນ ແລະ ທາງຂັ້ນ 4 ຂອງລາວ, ມີຮ່ອງລະບາຍນໍ້າຂ້າງທາງ, ທໍ່ລອດທາງ, ຂົວ, ທາງແຍກ, ປ້າຍຈະລາຈອນ ແລະ ຫຼັກປະກັນໄພຕ່າງໆ.

ນອກນັ້ນ, ຕາມເສັ້ນທາງຍັງມີຂົວ 5 ແຫ່ງ ລວມລວງຍາວທັງໝົດ 310, 9 ແມັດ, ມີທໍ່ລອດພື້ນທາງ 71 ຈຸດ, ຮ່ອງລະບາຍນໍ້າມີຝາປິດ 26 ຈຸດ, ບໍລິມາດດິນຂຸດ (ລວມທັງດິນຂຸດແກ້ບວມ) 973.615 ແມັດກ້ອນ, ບໍລິມາດດິນຖົມ (ລວມທັງຖົມຄືນດິນດຸດລອກ ແລະ ດິນແກ້ບວມ ) 229.913 ແມັດກ້ອນ. ອະນາໄມ ແລະ ດຸດລອກໜ້າດິນ 18.689 ຕາແມັດ, ຕ້ານເຈື່ອນ 40.648 ແມັດກ້ອນ ມີມູນຄ່າການກໍ່ສ້າງທັງໝົດ 155.483.600 ຢວນ ( ສະກຸນເງິນຈີນ ).

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ

 

ເສັ້ນທາງດັ່ງກ່າວເປັນເສັ້ນທາງຍຸດທະສາດ ພາຍຫຼັງໄດ້ຮັບການກໍ່ສ້າງສໍາເລັດຕາມແຜນການ ໃນເດືອນຕຸລາ 2019 ຈະອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການສັນຈອນໄປ-ມາຂອງປະຊາຊົນ ບັນດາບ້ານຕໍ່ບ້ານ, ລະຫວ່າງເມືອງຕົ້ນເຜີ້ງ ຫາ ເມືອງເມິງ ແລະ ແຂວງບໍ່ແກ້ວ ຫາ ແຂວງ ຫຼວງນໍ້າທາ ໃຫ້ມີຄວາມວ່ອງໄວ ແລະ ອຳນວຍຄວາມສະດວກໃຫ້ ການເຄື່ອນໄຫວເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບລຽບຕາມຊາຍແດນແມ່ນໍ້າຂອງອີກດ້ວຍ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ

 

 

 

ຂໍ້ມູນຈາກ: Lao people’s Army News