ຊົມເຊີຍເຈົ້າໜ້າທີ່!!! ຈັບໂຈນ”ມືຜີ”ລັກເງິນ 26 ລ້ານໄດ້ພາຍໃນວັນດຽວ

132

ເມື່ອສອງຜ່ານມາ ມີຜູ້ໃຊ້ເຟສ ບຸກ Jai Dtl ໄດ້ໂພດແຈ້ງເຕືອນ ແລະ ປະກາດຕາມຫາໂຈນ ສອງຄົນທີ່ກໍ່ເຫດ ໃຊ້ລະບົບລົບກວນການລັອກກະແຈລົດໃຫຍ່ ແລ້ວສາມາດໄຂລົດ ເຂົາໄປລັກເອົາຊັບສິນໄປທັງໝົດ 26 ລ້ານກີບ.

ເຫດການດັ່ງກ່າວເກີດຂຶ້ນ ເວລາປະມານ 10:45 ວັນທີ 13 ພຶດສະພາ 2019, ໜ້າຮ້ານອາຫານ HK ວິວມໍ, ນະຄອນຫຼວງວຽງຈັນ. ຄົນຮ້າຍ ຈາກຄລິບກ້ອງວົງຈອນປິດ ແມ່ນມີການວາງແຜນ ໃຊ້ລະບົບ ຕັດສັນຍານການລັອກປະຕູລົດ ກ່ອນທີ່ຈະໄຂເຂົ້າໄປເອົາຢ່າງງ່າຍດາຍ.

ຫຼ້າສຸດ, ອີງຕາມຂໍ້ມູນຈາກເພຈຂ່າວ ແຈ້ງຄວາມເຄື່ອງເສຍ ສາຍດ່ວນ ປກສ ລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດສາມາດຈັບກຸມຕົວຜູ້ກໍ່ເຫດໄດ້ແລ້ວ ໃນວັນທີ 14 ພຶດສະພາ 2019 ທີ່ຕະຫຼາດຊັງຈ່ຽງ ເຊິ່ງພວກກ່ຽວເປັນຄົນສັນຊາດຈີນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ ແລະ ຈະດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄ. ສ່ວນຜົນການຖະແຫຼງຂ່າວການຈັບກຸມນັ້ນ, ເຈົ້າໜ້າທີ່ຈະແຈ້ງໃຫ້ທ່ານຮູ້ໃນໄວໆນີ້.

ໝາຍເຫດ: ແອັດຕັ້ງຊື່ເອງ”ໂຈນມືຜີ” ເພາະວ່າໂຈນຜູ້ນີ້ສາມາດໃຊ້ມືໄປຂາຍລົດທີ່ລັອກກະແຈແບບທັນສະໄໝໄດ້