ຕິດຕາມຕໍ່!! ເລື່ອງໄຟໄໝ້ສູນການຄ້າລາວ-ໄອເຕັກ ສາເຫດ ແລະ ຄວາມເສຍຫາຍ

106

ຍັງເປັນທີ່ສົນໃຈຂອງຄົນຈຳນວນຫຼາຍກ່ຽວກັບ ກໍລະນີໄຟໄໝ້ສູນການຄ້າລາວ-ໄອເຕັກ (ຫຼັງເກົ່າ) ໃນວັນທີ 10 ພຶດສະພາ ຜ່ານມາ ປະເດັນທີ່ມາແຮງຄືອັກຄີໄພໃນຄັ້ງນີ້ ເກີດມາຈາກໃສກັນແທ້ ແລະຈຳນວນຮ້ານທີ່ແນ່ນອນໄດ້ຮັບຄວາມເສຍຫາຍ.

 

ในภาพอาจจะมี 1 คน, ท้องฟ้า และสถานที่กลางแจ้ง

 

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์ และสถานที่กลางแจ้ง

 

ຫຼ້າສຸດ, ວັນທີ 14 ພຶດສະພາ 2019 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ (ສຕອ) ປກສ ນະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ການໄຟໄໝ້ຄັ້ງນີ້ທີ່ຈິງແລ້ວເກີດຈາກໄຟຟ້າລັດວົງຈອນ (ຊ໋ອດກະດານໄຟ) ຢູ່ຮ້ານປະດົບຍົນ ຈາກນັ້ນ ໄດ້ໄໝ້ລາມໄປຫາຮ້ານຂາຍເຄື່ອງ 30 ຮ້ານ ມູນຄ່າຄວາມເສຍຫາຍຢູ່ໃນຂັ້ນຕອນການປະເມີນຜົນ.

 

ในภาพอาจจะมี สนามบาสเก็ตบอล, สถานที่กลางแจ้ง และน้ำ

 

ในภาพอาจจะมี สถานที่ในร่ม และสถานที่กลางแจ้ง

 

ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສຕອ ຖະແຫຼງວ່າ: ພາຍຫຼັງເຈົ້າໜ້າທີ່ສາມາດຄອບຄຸມໄຟໄວ້ໄດ້. ຈາກນັ້ນ, ກໍກວດເບິ່ງສະຖານທີ່ເກີດເຫດ ພົບວ່າໃນຊັ້ນ 2 ຂອງອາຄານ ມີຮ້ານທັງໝົດ ຈໍານວນ 382 ຮ້ານ. ໃນນີ້, ໄໝ້ຕົວຈິງ 30 ຮ້ານ ໄໝ້ກ້ຽງ 19 ຮ້ານ, ຖືກລວກ 11 ຮ້ານ, ທັງໝົດແມ່ນຮ້ານຂາຍສິ້ນໄໝ ແລະ ເສື້ອຜ້າ.

 

ຜ່ານການກວດກາ, ສອບຖາມຜູ້ຢູ່ໃນເຫດການ ແລະ ຂໍ້ມູນຈາກກ້ອງວົງຈອນປິດ ຈິ່ງຮູ້ວ່າ: ກ່ອນໄຟໄໝ້ໃນເວລາປະມານ 8:30 ໂມງ ມີພະນັກງານໄຟຟ້າປະຈໍາສູນການຄ້າລາວ-ໄອເຕັກ ເຮັດໜ້າທີ່ເປີດໄຟ ແລະ ເປີດແອ ເປັນປະຈໍາ ກ່ອນເປີດໃຫ້ລູກຄ້າເຂົ້າຂາຍ, ຕໍ່ມາປະມານ 35 ນາທີ ໄດ້ຍິນສຽງແຕກດັງຂຶ້ນ 1 ຄັ້ງ ພະນັກງານໄຟຟ້າຈິ່ງເຂົ້າໄປເບິ່ງ ພົບເຫັນ ໄຟໄໝ້ລັດວົງຈອນ ( ຊ໋ອດ ) ຢູ່ກະດານໄຟເທິງຮ້ານຂາຍເຄື່ອງປະດົບຍົນ ຂອງທ້າວ ບຸນທັນ ອາຍຸ 36 ປີ, ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ຈິ່ງນໍາເອົາບັ້ງດັບເພິງມາດັບມອດ ແຕ່ບໍ່ສາມາດດັບໄດ້, ເຮັດໃຫ້ໄໝ້ລາມໄປຕາມສາຍໄຟ ແລະ ຕົກໃນເຄື່ອງປະດັບຍົນຢູ່ລຸ່ມເຊິ່ງເປັນວັດຖຸໄວໄຟ.ຈາກນັ້ນ ຈິ່ງປະສານມາຫາເຈົ້າໜ້າທີ່ ແລະ ໜ່ວຍກູ້ໄພໃຫ້ຄວາມຊ່ວຍເຫຼືອ.

 

ในภาพอาจจะมี สนามบาสเก็ตบอล และสถานที่กลางแจ้ง

 

ในภาพอาจจะมี ท้องฟ้า, ต้นไม้ และสถานที่กลางแจ้ง

 

ຜ່ານການກວດໂຄງສ້າງຂອງອາຄານແມ່ນບໍ່ໄດ້ຮັບຜົນກະທົບ ມີແຕ່ລະບົບສາຍໄຟ ແລະ ເພດານທີ່ໄດ້ຮັບຄວາມເສຍຫຼາຍ ສາມາດສ້ອມແປງໄດ້. ສໍາລັບຄວາມເສຍຫາຍຂອງລູກຄ້າ ແມ່ນຢູ່ໃນຂັ້ນຕອນປະເມີນຜົນຂອງພາກສ່ວນທີ່ກ່ຽວຂ້ອງ, ຕໍ່ກັບລະບົບປ້ອງກັນຄວາມປອດໄພ ຂອງສູນການຄ້າລາວ-ໄອເຕັກຍັງບໍ່ທັນຮັບປະກັນໄດ້ເທື່ອ ເປັນຕົ້ນແມ່ນລະບົບດັບເພິງ ( ກ໋ອກນໍ້າ ) ໃນເວລາເກີດເຫດບໍ່ສາມາດນໍາໃຊ້ໄດ້.

 

ไม่มีคำอธิบายรูปภาพ

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, กลางคืน และสถานที่กลางแจ้ง

 

 

ຂໍ້ມູນຈາກ: Media Laos