ທຫລແຈ້ງ!! ສືບຕໍ່ໂຈະຮັບຄໍາຮ້ອງ ແລະ ອອກໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ

123

ທະນາຄານແຫ່ງ ສປປ ລາວ(ທຫລ) ສືບຕໍ່ໂຈະການຮັບເອກະສານຄໍາຮ້ອງ ແລະ ອອກໃບອະນຸຍາດ ດໍາເນີນທຸລະກິດແລກປ່ຽນເງິນຕາ ໃນຂອບເຂດທົ່ວປະເທດ ຈົນກວ່າຈະມີແຈ້ງການອອກມາປ່ຽນແທນ.

 

ເປັນພຽງພາບປະກອບຂ່າວ

ອີງຕາມແຈ້ງການໂຈະຊົ່ວຄາວ ການຮັບເອກະສານຄຳຮ້ອງ ແລະ ການອອກອະນຸຍາດໃບດຳເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ສະບັບເລກທີ 804/ກນງ ລົງວັນທີ 22 ສິງຫາ 2017. ດັ່ງນັ້ນ, ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 571/ກນງ ລົງວັນທີ 10 ພຶດສະພາ 2019 ເຖິງບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງຕ້ອງການດຳເນີນທຸລະກິດແລກປ່ຽນເງິນຕາ ໃນຂອບເຂດທົ່ວປະເທດ ທາງທະນາຄານກາງຈະສືບຕໍ່ໂຈະການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຢ່າງບໍ່ມີກຳນົດ.

 

ເປັນພຽງພາບປະກອບຂ່າວ

ເຊິ່ງໃນແຈ້ງການລະບຸວ່າ: ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ໂຈະການຮັບເອກະສານຄຳຮ້ອງ ແລະ ການອອກອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ໃນຂອບເຂດທົ່ວປະເທດ ຈົນກວ່າຈະມີແຈ້ງການສະບັບໃໝ່ປ່ຽນແທນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດລະບຽບ ຂອງບັນດາຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດ ແລະ ຕິດຕາມກວດກາການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ.

 

ເປັນພຽງພາບປະກອບຂ່າວ

ພ້ອມນັ້ນ, ຍັງເປັນການປັບປຸງນິຕິກຳທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຄຸ້ມຄອງແລກປ່ຽນເງິນຕາມີປະສິດທິຜົນ ແລະ ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ.