ບປລ ຍັງຮັກສາຜູ້ນໍາໃນຕະຫຼາດປະກັນໄພ

185

ບໍລິສັດ ອາລິອັນສ໌ ປະກັນໄພລາວ ( ບປລ ) ໄດ້ຈັດກອງປະຊຸມຕົວແທນປະຈຳປີ 2019 ຂຶ້ນທີ່ໂຮງແຮມ ພາຣາໄດສ໌ ຈັງຫວັດອຸດອນທານີ ປະເທດໄທ ເມື່ອອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ກີ     ອາໂປວີ ( Mr. Guy Apovy ) ແລະ ທ່ານ ບຸນຖົມ ລໍມະນີ ຄະນະອຳນວຍການ ບປລ ພ້ອມດ້ວຍພະນັກງານ ແລະ ຕົວແທນທັງໝົດຈໍານວນ 120 ກວ່າຄົນເຂົ້າຮ່ວມ. ນອກນັ້ນ, ຍັງມີແຂກຮັບເຊີນພິເສດຈາກກົມຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ພ້ອມດ້ວຍຄະນະບໍລິຫານຈາກ ບໍລິສັດ ວິຣິຍະ ປະກັນໄພ ( ໄທ ) ທີ່ໄດ້ເປັນຄູ່ຮ່ວມທຸລະກິດປະກັນໄພຂ້າມແດນກໍໄດ້ເຂົ້າຮ່ວມ.

ໃນກອງປະຊຸມໄດ້ລາຍງານຕົວເລກການດຳເນີນທຸລະກິດຂອງ ບປລ ໃນສົກປີ 2018 ທີ່ຜ່ານມາ ເຫັນວ່າ: ລາຍຮັບຈາກການຂາຍປະກັນໄພຜ່ານຕົວແທນໃນຂອບເຂດທົ່ວປະເທດໃນປີ 2018 ແມ່ນຫຼຸດລົງປະມານ 7% ແລະ ລາຍຮັບຈາກການປະກັນໄພຕໍ່ຫຼຸດລົງສ່ວນໜຶ່ງ, ສາເຫດຂອງລາຍຮັບຫຼຸດລົງຍ້ອນມີການແຂ່ງຂັນຂອງຕະຫຼາດປະກັນໄພສູງຈາກຫຼາຍບໍລິສັດ, ສະພາບເສດຖະກິດໂດຍລວມ ແລະ ການຢຸດສະຫງັກຂອງການລົງທຶນ ໂດຍສະເພາະໃນໂຄງການເຂື່ອນໄຟຟ້າ ຍ້ອນຜົນກະທົບຈາກຈາກເຫດການສັນຄູກັນນໍ້າເຂື່ອນເຊປຽນ – ເຊນ້ຳນ້ອຍແຕກພັງ ທີ່ແຂວງອັດຕະປື.

ໂອກາດດຽວກັນ ທ່ານ ກີ ອາໂປວີ ໄດ້ນໍາສະເໜີຍຸດທະສາດຂອງບໍລິສັດ ຮອດປີ 2025 ໃນການພັດທະນາເພື່ອຮັກສາຕໍາແໜ່ງຜູ້ນໍາໃນທຸລະກິດປະກັນໄພ ແລະ ເພີ່ມສັກກະຍະພາບໃນການແຂ່ງຂັນ ໂດຍເນັ້ນການປັບປຸງການບໍລິການທີ່ແນໃສ່ການຍົກລະດັບການບໍລິການຖືລູກຄ້າເປັນສູນກາງ, ການນໍາໃຊ້ເຕັກໂນໂລຊີເຂົ້າມາດໍາເນີນການກ້າວສູ່ ຄວາມທັນສະໄໝໃນທຸກວຽກງານ, ຍົກລະດັບຄວາມເປັນມືອາຊີບຂອງບຸກຄະລາກອນທັງພະນັກງານ, ຕົວແທນຂາຍ ແລະ ພະນັກງານສັນຍາແກ້ເຫດອິດສະຫຼະ, ຂະຫຍາຍຕາໜ່າງບໍລິການທັງການຂາຍ, ການແກ້ໄຂອຸບັດເຫດ, ອູ່ສ້ອມແປງລົດໃນເຄືອຂ່າຍ, ໂຮງໝໍ – ຫ້ອງກວດພະຍາດໃນເຄືອຂ່າຍ ເປັນຕົ້ນ.

ສຳລັບການພັດທະນາຕົວແທນ ບປລ ກໍໄດ້ຊຸກຍູ້ໃຫ້ບັນດາຕົວແທນເພີ່ມສັກກະຍະພາບຂອງຕົນ ໂດຍຮຽນຮູ້ນໍາໃຊ້ລະບົບ ແລະ ເຄື່ອງມືທັນສະໄໝທີ່ ບປລ ສະໜອງໃຫ້, ເຂົ້າໃຈຜະລິດຕະພັນ ແລະ ນໍາສະເໜີໃຫ້ແກ່ສັງຄົມໃຫ້ຖືກຕ້ອງ, ພັດທະນາທັກສະການຂາຍໃຫ້ການບໍລິການລູກຄ້າດ້ວຍໃຈ ແລະ ເປັນນັກຂາຍມືອາຊີບແທ້ຈິງ.

ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີຂອງຜູ້ຕາງໜ້າຈາກກົມຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ການປະກັນໄພ ທີ່ໃຫ້ເຫັນສະພາບຕະຫຼາດປະກັນໄພທີ່ກໍາລັງມີການແຂ່ງຂັນສູງ, ປັດຈຸບັນມີ 22 ບໍລິສັດທີ່ໄດ້ຮັບອະນຸຍາດໃນການດໍາເນີນທຸລະກິດປະກັນໄພໃນລາວ ເຊິ່ງທາງກົມຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ການປະກັນໄພ ໄດ້ເຮັດສໍາເລັດການຂຶ້ນທະບຽນຕົວແທນຂອງບໍລິສັດປະກັນໄພຕ່າງໆໄປແລ້ວຫຼາຍກວ່າ 500 ຕົວແທນ.

ເຖິງຢ່າງໃດກໍຕາມ ບປລ ຍັງຮັກສາການເປັນຜູ້ນໍາໃນຕະຫຼາດປະກັນໄພໃນລາວ ໂດຍມີສ່ວນແບ່ງຕະຫຼາດ 57% ( 2017 ), ມີຕົວແທນຂາຍ 119 ທ່ານ ແລະ ມີເຄືອຂ່າຍການແກ້ໄຂອຸບັດເຫດຄວມຄຸມທົ່ວປະເທດ. ນອກນັ້ນ, ບປລ ຍັງມີຄູ່ຮ່ວມທຸລະກິດ, ອູ່ສ້ອມແປງລົດ ແລະ ໂຮງໝໍ – ຫ້ອງກວດພະຍາດໃນເຄືອຂ່າຍທີ່ສາມາດໃຫ້ການບໍລິການແກ່ລູກຄ້າເປັນຢ່າງດີ.

[ ໂດຍ: ສົມສະຫວິນ, ຮູບ: ບປລ ]