ປະເພນີຂໍຝົນ ມູນເຫດບຸນບັ້ງໄຟ ຫຼື ບຸນເດືອນຫົກ

152

ພໍຕົກມາເດືອນ 6 ລາວ ເປັນໄລຍະ ຕົ້ນຝົນ ເຊິ່ງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວໄຮ່ຊາວນາ ກະກຽມ ລົງໄຮ່ລົງນາ ເພື່ອທຳການ ຜະລິດ ໃຫ້ຖືກຕາມ ລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີ ບຸນບັ້ງໄຟ ທີ່ຖືວ່າເປັນ ປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວ ຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ ໂດຍເຊື່ອກັນວ່າ ເປັນພິທີກໍາ ຄອບໄຂວ່ ເທວະດາຟ້າແທນ ເພື່ອຂໍຝົນ ໃຫ້ຕົກຕາມລະດູການ ໃຫ້ ພືດພັນ, ຜົນລະປູກຈະເລີນງອກງາມ.

ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງບັ້ງ ຫລື ກະບອກ ທີ່ເຮັດດ້ວຍ ໝື້ຕອກ ໃຫ້ແໜ້ນເປັນບັ້ງ ຈະມີຊື່ ແຕກຕ່າງ ເຊັ່ນ: ບັ້ງ ໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ ໝື່ນແສນ ໂດຍກຳນົດ ເຮັດໃນເດືອນຂຶ້ນ ຫລື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນຫຼາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນ ເດືອນຫົກ ຫລື ບຸນບັ້ງໄຟ.

ການເຮັດບັ້ງໄຟ ເລີ່ມຈາກການ ຫາໄມ້ໄຜ່ ຫລື ລຳຕານ ມາລົນໄຟ, ລຸປ້ອງ, ຕາກໃຫ້ແຫ້ງ ຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫຼື ບໍ່ໄໝ້ ອາດເກີດອັນຕະລາຍໄດ້.

ກ່ອນວັນເຮັດບຸນ ຈະປຸກຕູບ, ຜາມ ແລ້ວນິມົນພະ ແລະ ເຊີນຊວນ ພີ່ນ້ອງບ້ານ ໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ, ມີການຕ້ອນຮັບ ພະ ລວມໄປ ເຖິງຍາດພີ່ນ້ອງ ບ້ານອື່ນ ໂດຍນາຍບ້ານ ຈະແບ່ງເປັນກັນສາມ ຫລື ສີ່ເຮືອນ ຕ້ອນຮັບ ລ້ຽງດູຄ້າຍຄືກັບບຸນພະເຫວດ.

ເຊິ່ງໃນເມື່ອກ່ອນ 9 ໂມງເຊົ້າ ຈະມີຫົດສົງ ເຖລາພິເສກ ແລະ ຕອນບ່າຍຈະຈູດບັ້ງໄຟ, ຕອນກາງຄືນ ມີການເສັງກອງ, ສຳລັບກອງ ນີ້ແມ່ນນຳ ມາຈາກທຸກໆບ້ານ ທີ່ໄດ້ເຊີນມາ ຖືວ່າມີຄວາມ ສະໜຸກສະໜານ ເປັນຢ່າງຍິ່ງ ພວກທີ່ຫລິ້ນ ຟ້ອນລຳຈົນ ຊອດແຈ້ງກໍມີ,

ສຳລັບ ຕອນເຊົ້າ ແມ່ນມີ ການຖະຫວາຍຈັງຫັນໃຫ້ ແກ່ພະສົງແລ້ວ ນຳບັ້ງໄຟໄປຈູດ ທີ່ຄ້າງທີ່ຈັດໄວ້ ໃນລະຫວ່າງ ພະສັນຈັງຫັນ, ຊ່າງບັ້ງໄຟ ນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນ ມາເບິ່ງອີກ, ຖ້າວ່າບັ້ງ ໄຟໃດຂຶ້ນ ເຈົ້າຂອງ ແລະ ຍາດໂຍມ ກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ ແຕ່ ຖ້າບໍ່ຂຶ້ນກໍເອົານາຍຊ່າງເອົາລົງຕົມ.

ມີການບວດນາກ ແລະ ເຖລາພິ ເສກຫົດນ້ຳພະ ສູດມົນແລ້ວສັນເພນ, ແຫ່ນາກ ສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນ ເຈົ້າສັດທາ ມີໝອນລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງ ຈະຕີກອງ ແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ເຊິ່ງມີມວນຊົນມາເບິ່ງ ຢ່າງຄັບຄາໜ້າແໜ້ນ.

ມີການຟ້ອນລໍາ ສະແດງທ່າທາງສຸພາບ ຮຽບຮ້ອຍ ແລະ ຕະຫລົກ ເຮຮາຕ່າງໆ, ທັງແຕ່ງເປັນ ເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງ ຟ້ອນລຳຕ່າງໆ, ແຕ່ງເປັນຍັກ ເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ເຊີ້ງຜູ້ເບິ່ງ ກໍຕັ້ງໃຈເບິ່ງ.

ຄັນຮອດເວລາ ກໍເອົາບັ້ງໄຟ ໄປຄ້າງ, ບັນດານາຍ ຊ່າງບັ້ງໄຟ ກໍມີການ ຕີມວຍ ຫລິ້ນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ.

ແຕ່ ປັດຈຸບັນນີ້ ປະເພນີແບບງົບທັງໝົດກໍຫາເບິ່ງໄດ້ຍາກແລ້ວ ອີງຕາມການປ່ຽນແປງ ແຕ່ລະຍຸກ ແຕ່ລະສະໄໝ, ບາງຢ່າງພິ່ນກໍບໍ່ໄດ້ປະຕິບັດແລ້ວ ແລ້ວແຕ່ຕາມຄວາມສະດວກຂອງບ້ານນັ້ນໆ ຈະມີພຽງການໄຫວ້,ຈູດບັ້ງໄຟ ແລະ ຄົບງັນທໍາມະດາເທົ່ານັ້ນ.

ການທຳບຸນນີ້ ນອກຈາກ ຈະເປັນການ ຂໍນ້ຳຂໍໃຫ້ຟ້າຝົນຕົກ ຕາມລະດູການແລ້ວ ຍັງເປັນ ການສ້າງຄວາມ ສາມັກຄີ ຂອງບັນດາບ້ານ ທີ່ຢູ່ໃກ້ຄຽງ ມາພົບປະ, ຮ່ວມມ່ວນຊື່ນນໍາກັນອີກດ້ວຍ.