ພືດພັນທັນຍາຫານໂລກປີນີ້ຈະອຸດົມສົມບູນຂຶ້ນ

62

ອົງການອາຫານ ແລະ ກະສິກໍາ ແຫ່ງ ສະຫະປະຊາຊາດ ຫຼື FAO ຄາດຄະເນວ່າຜົນຜະລິດພືດພັນທັນຍາຫານຂອງໂລກ ປະຈໍາປີ 2019 ຈະອຸດົມສົມບູນ.

FAO ເປີດເຜີຍບົດລາຍງານໂດຍຄາດວ່າຜົນຜະລິດພືດພັນທັນຍາຫານຂອງໂລກໃນປີ 2019 ຈະບັນລຸເຖິງ 2 ຕື້ໂຕນ ເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ ເມື່ອປຽບທຽບໃສ່ປີ 2018 ເພີ່ມຂຶ້ນ 2,7%.

ນອກຈາກນີ້, ອັດຕາການອຸປະໂພກ – ບໍລິໂພກພືດພັນທັນຍາຫານໃນປີີນີ້ກໍຈະສ້າງສະຖິຕິໃໝ່ເຊັ່ນກັນ ເມື່ອປຽບທຽບໃສ່ປີ 2018 ຈະເພີ່ມຂຶ້ນ 1,5% ໂດຍຈຳນວນການບໍລິໂພກພືດພັນທັນຍາຫານຂອງໂລກຄາດຄະເນວ່າຈະເພີີ່ມຂຶ້ນ 1,1%.

ດ້ານບໍລິໂພກເຂົ້າສານກໍຈະເພີ່ມຂຶ້ນໄວກວ່າເກົ່າ ແລະ ຄວາມຕ້ອງການພືດພັນທັນຍາຫານດິບຈະເພີ່ມຂຶ້ນຢ່າງຫຼວງຫຼາຍພາຍໃຕ້ເງື່ອນໄຂທີ່ການສະໜອງສາມາດຕອບສະໜອງຕາມຄວາມຕ້ອງການໂດຍລວມໄດ້, ລາຄາກໍອາດຈະສືບຕໍ່ຕ່ຳລົງ, ການຄາດຄະເນການຊື້ – ຂາຍພືດພັນທັນຍາຫານໃນອະນາຄົດຈະເປັນໄປໃນແງ່ດີ ໂດຍສະເພາະແມ່ນເຂົ້າບາເຣ່ ແລະ ເຂົ້າສານເປັນຕົ້ນ.