ລັດແຈ້ງໃຫ້ເລີ່ມປູກໄມ້ແຕ່ດຽວນີ້ ບໍ່ໃຫ້ອີງໃສ່ແຕ່ວັນທີ 1 ມິຖຸນາ

91

ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກແຈ້ງການໃຫ້ທຸກພາກສ່ວນຂອງສັງຄົມຕ້ອງເລີ່ມປູກຕົ້ນໄມ້ນັບແຕ່ມື້ອື່ນເປັນຕົ້ນໄປ ເນັ້ນປະຢັດມັດທະຍັດ ພ້ອມດຽວກັນໃນການປູກຕົ້ນໄມ້ແຕ່ລະເຂດຕ້ອງໃຫ້ມີເນື້ອໃນ ແລະ ເປົ້າໝາຍຂອງການປູກຄັກແນ່.

ອີງຕາມແຈ້ງການຂອງກະຊວງ ກປ ເລກທີ 0035/ກປ ລົງວັນທີ 10 ພຶດສະພາ 2019 ເລື່ອງການສ້າງຂະບວນການປູກຕົ້ນໄມ້ ແລະ ຟື້ນຟູປ່າ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ​ ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃຫ້ມີຄວາມໝາຍຄວາມສໍາຄັນ ທັງເປັນການຍູ້ແຮງການປູກຕົ້ນໄມ້ ແລະ ຟື້ນຟູປ່າ ໃຫ້ກາຍເປັນພັນທະ ແລະ ໜ້າທີ່ຂອງທົ່ວປວງຊົນຕິດພັນກັບການປູກຈິດສໍານຶກໃຫ້ອະນຸຊົນ, ເຍົາວະຊົນ ກໍຄືປະຊາຊົນບັນດາເຜົ່າໃນສັງຄົມໃຫ້ຮູ້ຈັກຮັກ ແລະ ຫວງແຫນປ່າໄມ້, ຊັບພະຍາກອນທໍາມະຊາດ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ ໃຫ້ກາຍເປັນຂະບວນການຟົດຟື້ນ ແລະ ແຂງແຮງ ເຊິ່ງມີລາຍລະອຽດດັ່ງນີ້:

1). ໃຫ້ກົມປ່າໄມ້, ພະແນກ ກປ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບການປູກໄມ້, ຟື້ນຟູປ່າທໍາມະຊາດ ໂດຍຜ່ານສື່ມວນຊົນ ( ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ອອນລາຍຕ່າງໆ ) ເພື່ອໃຫ້ທຸກຊັ້ນຄົນໃນທົ່ວສັງຄົມຮັບຮູ້, ເຊື່ອມຊຶມ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານປ່າໄມ້ ໂດຍສະເພາະແມ່ນການປູກໄມ້, ການຟື້ນຟູປ່າໄມ້ທໍາມະຊາດ, ການປົກປັກຮັກສາປ່່າໄມ້, ການປົກປັກຮັກສາສິ່ງແວດລ້ອມ ແລະ ການປ້ອງກັນໄຟໄໝ້ລາມປ່າ, ປຸກລະດົມຄອບຄົວ, ຜູ້ປະກອບການ, ສູນ ຫຼື ສະຖານີຂອງລັດ ຈັດຕັ້ງວາງສະແດງເບ້ຍໄມ້, ໃຫ້ຄວາມຮູ້ຜ່ານກິດຈະກໍາຖາມ – ຕອບ ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ 2019 ໃຫ້ຟົດຟື້ນ ແນໃສ່ປູກຈິດສໍານຶກໃຫ້ອະນຸຊົນ, ເຍົາວະຊົນເຂົ້າໃຈເຖິງຄຸນປະໂຫຍດຂອງຕົ້ນໄມ້ ຕໍ່ການດໍາລົງຊີວິດ ແລະ ສາຍກ່ຽວພັນການປ່ຽນແປງດິນຟ້າອາກາດ.

2). ໃຫ້ພະແນກ ກປ ປະຈໍາແຂວງ, ນະຄອນຫຼວງວຽງຈັນ ຄົ້ນຄວ້ານໍາສະເໜີຕໍ່ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານປູກໄມ້ ແລະ ຟື້ນຟູປ່າ ໂດຍມີຂະແໜງ ກປ ເປັນໃຈກາງ ແລະ ໃຫ້ມີການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງຕາມຄວາມເໝາະສົມ ເພື່ອຊີ້ນໍາບັນຊາວຽກງານສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ໂດຍແຕ່ງຕັ້ງພະນັກງານວິຊາການລົງຊ່ວຍແນະນໍາເຕັກນິກການປູກ, ບົວລະບັດຮັກສາ ໃຫ້ແກ່ບັນດາສໍານັກງານ, ອົງການ, ຄອບຄົວ, ບໍລິສັດ, ຜູ້ປະກອບການ ແນໃສ່ເຮັດໃຫ້ການປູກໄມ້ ແລະ ການຟື້ນຟູປ່າທໍາມະຊາດ ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນກວ່າເກົ່າ.

3). ໃຫ້ພະແນກ ກປ ປະຈໍາແຂວງ, ນະຄອນຫຼວງວຽງຈັນ ຊີ້ນໍາກອງຄຸ້ມຄອງປ່າປ້ອງກັນ ແລະ ປ່າສະຫງວນຂອງແຂວງ, ຂະແໜງປ່າໄມ້, ຫ້ອງການ ກປ ປະຈໍາເມືອງ, ສົມທົບກັບອົງການປົກຄອງເມືອງ ກໍານົດເຂດປູກໄມ້ ເພື່ອຈຸດປະສົງທາງດ້ານທຸລະກິດ, ການປົກປັກຮັກສາສິ່ງແວດລ້ອມ ກໍຄືການຟື້ນຟູປ່າໄມ້ຢ່າງມີຈຸດສຸມ ແລະ ມີເປົ້າໝາຍຍາວນານ ແນໃສ່ສະໜອງໄມ້ຮັບໃຊ້ພາຍໃນ ແລະ ສົ່ງອອກ, ຮັກສາແຫຼ່ງນໍ້າ, ປ້ອງກັນເຂດທີ່ມີຄວາມສ່ຽງຕໍ່ການຖະຫຼົ່ມ ຫຼື ການເຊາະເຈື່ອນ ແລະ ປ້ອງກັນໄພທໍາມະຊາດທີ່ອາດເກີດຂຶ້ນໃນຕໍ່ໜ້າ ສໍາລັບພັນໄມ້ທີ່ຈະປູກນັ້ນໃຫ້ຖືເອົາຊະນິດພັນໄມ້ພື້ນເມືອງ ຫຼື ໄມ້ນໍາເຂົ້າທີ່ເປັນເສດຖະກິດ, ເບ້ຍໄມ້ທີ່ແຂງແຮງ ແລະ ທົນທານເໝາະສົມກັບສະພາບແວດລ້ອມຂອງແຕ່ລະທ້ອງຖິ່ນ, ສ່ວນການປູກໄມ້ຢູ່ສໍານັກງານຫ້ອງການ ແມ່ນໃຫ້ເນັ້ນໃສ່ຊະນິດພັນໄມ້ປະດັບ, ໄມ້ໃຫ້ໝາກ, ໄມ້ທີ່ເປັນຮົ່ມ, ລໍາຕົ້ນບໍ່ສູງ ແລະ ຊະນິດພັນໄມ້ທີ່ປົກປັກຮັກສາສິ່ງແວດລ້ອມ.

4). ມອບໃຫ້ພະແນກ ກປ ປະຈໍາແຂວງ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ, ກອງຄຸ້ມຄອງປ່າປ້ອງກັນ ແລະ ປ່າສະຫງວນແຂວງ, ກອງຄຸ້ມຄອງປ່າຜະລິດ, ຂະແໜງປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງ, ຫ້ອງການ ກປ ປະຈໍາເມືອງ ເປັນເຈົ້າການກວດກາ, ເກັບກໍາ ແລະ ສັງລວມສະຖິຕິການປູກໄມ້ ໂດຍສົມທຽບໃສ່ກັບຕົວເລກແຜນການໃນສົກປີຜ່ານມາ ສາມາດປະຕິບັດໄດ້ເທົ່າໃດ?, ຈໍານວນເບ້ຍໄມ້ທີ່ຜະລິດໄດ້ເທົ່າໃດ ເຊັ່ນ: ວັນ, ເວລາ, ຊະນິດໄມ້ທີ່ປູກ, ບ້ານ, ເມືອງ, ຈຸດພິກັດ, ຈໍານວນເນື້ອທີ່ປູກ, ເປົ້າໝາຍການປູກ ແລະ ອື່ນໆ ເຊິ່ງມີແບບຟອມລະອຽດຕິດຄັດພ້ອມ. ໃຫ້ສືບຕໍ່ຈັດຕັ້ງການຂຶ້ນທະບຽນສວນປູກໄມ້ຂອງລັດ ບຸກຄົນ, ຄອບຄົວ, ກົມກອງລວມໝູ່, ການຈັດຕັ້ງ ແລະ ນັກລົງທຶນທີ່ໄດ້ປູກໃນປີຜ່ານມາ ດ້ວຍການສຳຫຼວດເກັບກຳຂໍ້ມູນຕົວຈິງຕາມເງື່ອນໄຂ ແລະ ລະບຽບການທີ່ໄດ້ກຳນົດໄວ້ໃນຄຳສັ່ງແນະນຳຂອງລັດຖະມົນຕີ ສະບັບເລກທີ 0003/ກປ ລົງວັນທີ 14 ມັງກອນ 2019.

5). ສຳລັບການຈັດຕັ້ງພິທີປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2019 ນີ້ ໃຫ້ອີງໃສ່ສະພາບເງື່ອນໄຂທີ່ເໝາະສົມຂອງແຕ່ລະທ້ອງຖິ່ນ ໂດຍເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ສ່ວນທ້ອງຖິ່ນໃດ ຫຼື ບ່ອນໃດທີ່ມີເງື່ອນໄຂແມ່ນໃຫ້ເລີ່ມລົງມືປູກແຕ່ດຽວນີ້ ໂດຍບໍ່ໃຫ້ລໍຖ້າຮອດວັນທີ 1 ມິຖຸນາ.

6). ໃຫ້ພະແນກ ກປ ປະຈຳແຂວງ, ນະຄອນຫຼວງ, ຫ້ອງການ ກປ ປະຈຳເມືອງຄົ້ນຄວ້າກ່ຽວກັບຜົນງານຂອງບຸກຄົນ, ຄອບຄົວ, ລວມໝູ່, ກົມກອງ ແລະ ການຈັດຕັ້ງທີ່ໄດ້ປະກອບສ່ວນເພື່ອນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍ.

7). ມອບໃຫ້ກົມປ່າໄມ້ ສົມທົບກັບ ພະແນກ ກປ ແຂວງ, ນະຄອນຫຼວງວຽງຈັນ ໂດຍການສົມທົບກັບອົງການປົກຄອງແຕ່ລະຂັ້ນ ຈັດຕັ້ງປະຕິບັດແຈ້ງການສະບັບນີ້, ຜ່ານການຈັດຕັ້ງປະຕິບັດຕົວຈິງມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງຮັບຊາບເພື່ອຫາວິທີແກ້ໄຂຢ່າງທັນການ.

( ຂ່າວ: ເອຢິບ + ແກ້ວ, ຮູບ ສຸກສະຫວັນ )