ລາວໂຕໂຢຕ້າ ເອັຟຊີ ຢຸດໃນເສັ້ນທາງ ເອເອັຟຊີ ຄັບ 2019 ພ້ອມກັບຫາໄຊຊະນະໃນຮອບ 3 ປີບໍ່ເຫັນ

94

ການຕາມຫາໄຊຊະນະນັດທີ 2 ຂອງ ລາວໂຕໂຢຕ້າ ເອັຟຊີ ສະໂມສອນຕາງໜ້າຈາກ ສປປ ລາວ ໃນປະຫວັດສາດ ເອເອັຟຊີ ຄັບ ສິ້ນສຸດລົງຢ່າງເປັນທາງການ ຫຼັງຈາກທີ່ເປີດບ້ານເສຍໃຫ້ກັບ PSM Makassar ຮອງແຊັມລີກສູງສຸດຂອງ ອິນໂດເນເຊຍ 0 – 3 ເມື່ອວັນທີ 14 ພຶດສະພາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເຮັດໃຫ້ແຊັມລີກສູງສຸດຂອງ ສປປ ລາວ ຫາໄຊຊະນະໃນຮອບ 3 ປີລາຍການນີ້ບໍ່ເຫັນ.

ການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2019 ກຸ່ມ H ຜ່ານໄປແລ້ວ 6 ນັດ ປາກົດວ່າ: ລາວໂຕໂຢຕ້າ ເອັຟຊີ ຍັງຫາໄຊຊະນະບໍ່ເຫັນ ໂດຍນັດທໍາອິດເປີດບ້ານສະເໝີກັບ ກາຢາ ເອັຟຊີ 1 – 1, ນັດທີ 2 ບຸກເສຍໃຫ້ PSM Makassar ທີມຈາກ ອິນໂດເນເຊຍ 3 – 7, ນັດທີ 3 ບຸກເສຍໃຫ້ກັບ ໂຮມ ຢູໄນເຕັດ 0 – 1, ນັດທີ 4 ເປີດບ້ານເສຍໃຫ້ກັບ ໂຮມ ຢູໄນເຕັດ ທີມຈາກປະເທດສິງກະໂປ 2 – 3, ນັດທີ 5 ບຸກເສຍໃຫ້ ກາຢາ ເອັຟຊີ 1 – 5 ແລະ ນັດຫຼ້າສຸດເປີດບ້ານເສຍໃຫ້ກັບ PSM Makassar 0 – 3.

ຈາກຜົນດັ່ງກ່າວເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ມີພຽງ 1 ຄະແນນ ຈາກ 6 ນັດຢູ່ອັນດັບສຸດທ້າຍຂອງກຸ່ມ H ພ້ອມກັບກວດຄໍ ອາຢາ ເອັຟຊີ ທີມຈາກ ຟີລິບປິນ ຕົກຮອບໄປ, ສ່ວນ PSM Makassar ເກັບເພີ່ມເປັນ 14 ຄະແນນ ເຂົ້າຮອບໃນຖານະແຊັມກຸ່ມ H. ຂະນະທີ່ອັນດັບ 2 ຂອງກຸ່ມຕົກເປັນຂອງ ໂຮມ ຢູໄນເຕັດ ມີ 10 ຄະແນນຕ້ອງລຸ້ນເປັນທີມອັນດັບ 2 ທີ່ດີທີ່ສຸດກັບທີມອັນດັບ 2 ຂອງກຸ່ມອື່ນໆທີ່ຍັງແຂ່ງຂັນບໍ່ຈົບໃນຂົງເຂດອາຊຽນຕໍ່ໄປ.

ນອກນັ້ນ, ຈາກຜົນຄັ້ງນີ້ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ຫາໄຊຊະນະນັດທີ 2 ໃນປະຫວັດສາດຂອງລາຍການນີ້ບໍ່ໄດ້ໃນຮອບ 3 ປີ ເພາະ ລາວໂຕໂຢຕ້າ ເອັຟຊີ ຊະນະໃນລາຍການນີ້ໄດ້ຕ້ອງຫວນຄືນໄປໃນປີ 2016 ທີ່ສາມາດເປີດບ້ານເອົາຊະນະ ເບນກາລູຣູ 2 – 1 ເຊິ່ງເປັນໄຊຊະນະນັດດຽວໃນບານເຕະ ເອເອັຟຊີ ຄັບ ຂອງ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ 2018 ພ້ອມທັງເປັນແຊັມ ລາວພຣີເມຍລີກ 3 ສະໄໝ ( 2015, 2017 ແລະ 2018 ) ຈາກການໄດ້ສິດໄປຫຼິ້ນໃນ ເອເອັຟຊີ ຄັບ ເປັນສະໄໝທີ 5 ໃນປີ 2019 ຕໍ່ຈາກປີ 2015, 2016, 2017 ແລະ 2018.

ສໍາລັບຜົນງານທັງ 4 ລະດູການທີ່ຜ່ານມາຂອງ ລາວໂຕໂຢຕ້າ ເອັຟຊີ ຊະນະໄດ້ພຽງ 1 ນັດໃນປະຫວັດສາດ ຄື: ປີ 2015 ສະເໝີ 3 ນັດ ແລະ ເສຍ 3 ນັດ; 2016 ຊະນະ 1 ນັດ ແລະ ເສຍ 5 ນັດ; 2017 ບໍ່ຜ່ານຮອບເພລອ໊ອຟ ຫຼັງສະເໝີ 1 ນັດ ແລະ ເສຍ 1 ນັດ; 2018 ບໍ່ຜ່ານຮອບເພລອ໊ອຟ ຫຼັງສະເໝີ 1 ແລະ ເສຍ 1 ນັດ; 2019 ສະເໝີ 1 ນັດ ແລະ ເສຍ 5 ນັດ

( ຄໍາສອນ )

( ຮູບຈາກ: LAO Toyota F.C )