ສະໄໝນີ້ຜົວເມຍຄວນຮູ້ໄວ້ ອັນໃດຊັບເດີມ ແລະ ສິນສົມສ້າງ ເພື່ອວັນນັ້ນບໍ່ໃຫ້ຫຍຸ້ງຍາກ

227

ແອັດມິນບໍ່ໄດ້ຍຸແຍ່ໃຫ້ຜົວເມຍຜິດກັນເນີ້ ແຕ່ວ່າບູຮານວ່າໄວ້ ເງິນຄຳບໍ່ໄດ້ເຂົ້າໃຜອອກໃຜ ການຢູ່ຮ່ວມກັນຂອງຄູ່ຜົວເມຍ ກໍ່ບໍ່ໝາຍຄວາມວ່າແຕ່ງດອງແລ້ວຈະຮັບປະກັນຄວາມຄົງທົນໄປຕະຫຼອດການ ຍິ່ງສະໄໝນີ້ມີໂຊຊຽວອອນລາຍມາສ້າງບັນຫາໃຫ້ຊີວິດຄູ່ຢູ່ເລື້ອຍເລີຍ ຈິ່ງຄວນຮູ້ໄວ້ວ່າຊັບສິນຂອງສອງຄົນແນວໃດເປັນຈັ່ງໃດນໍ!!!

ພາບປະກອບຂ່າວ ບໍ່ກ່ຽວຂ້ອງໃດໆກັບເນື້ອໃນ

 

ສຳລັບຫຼາຍໆທ່ານທີ່ແຕ່ງດອງແລ້ວ ຫຼື ກຳລັງຈະແຕ່ງດອງກັນກໍດີ ເຊື່ອແນ່ວ່າມີຄວາມສົງໄສ ແລະ ສົນໃຈບໍ່ນ້ອຍກ່ຽວກັບ ຊັບເດີມ ແລະ ສິນສົມສ້າງຂອງຄູ່ຜົວເມຍ, ທັງນີ້ ກໍ່ເພື່ອບໍ່ໃຫ້ເກີດມີບັນຫາຕາມຫຼັງໃນກໍລະນີທີ່ບໍ່ສາມາດຄອງຄູ່ກັນຕໍ່ໄປອີກ ແລະ ຈຳເປັນຕ້ອງຢ່າຮ້າງກ້າວໄປເຖິງການແບ່ງປັນຊັບສິນ. ສະນັ້ນ, ມື້ນີ້ ແອັດມິນ ຈະຍິບຍົກເອົາປະມວນກົດໝາຍບາງມາດຕາ ທີ່ກ່ຽວຂ້ອງເຖິງການຈໍາແນກຊັບສິນທີ່ເປັນຊັບເດີມ ແລະ ສິນສົມສ້າງຂອງຄູ່ຜົວເມຍ ມາຝາກທ່ານດັ່ງນີ້:

 

ພາບປະກອບຂ່າວ ບໍ່ກ່ຽວຂ້ອງໃດໆກັບເນື້ອໃນ

 

ໂດຍອີງຕາມກົດໝາຍວ່າດ້ວຍຄອບຄົວມາດຕາ 26: ວ່າດ້ວຍຊັບເດີມ ແລະ ສິນສົມສ້າງໄດ້ໃຫ້ນິຍາມໄວ້ວ່າ ຊັບເດີມ ແມ່ນຊັບສົມບັດທີ່ຜົວ ຫຼື ເມຍ ໄດ້ມາກ່ອນການແຕ່ງດອງ ຫຼື ແມ່ນຊັບສົມບັດທີ່ໄດ້ມາຈາກການສືບທອດມໍລະດົກ ຫຼື ຈາກການມອບ ຫຼື ການຍົກຊັບສົມບັດໃຫ້ຜົວ ຫຼື ເມຍ ໂດຍສະເພາະ ພາຍຫຼັງການແຕ່ງດອງ ແລະ ແມ່ນຊັບສົມບັດຂອງຜົວ ຫຼື ເມຍທີ່ຍັງຄົງຢູ່ ຫຼື ປ່ຽນສະພາບໄປເປັນຊັບສິນຂອງໃໝ່ແລ້ວ.

ນອກຈາກນີ້, ດອກເບ້ຍ, ລາຍໄດ້ ແລະ ໝາກຜົນທີ່ເກີດຈາກຊັບສິນຂອງຜົວ ຫຼື ເມຍ ໃຫ້ຖືເປັນຊັບສິນເດີມຂອງຜູ້ນັ້ນ ເວັນເສຍແຕ່ຜົວ ຫຼື ເມຍ ຫາກໄດ້ປະກອບສ່ວນ ໃນການຜະລິດ ຫຼື ສ້າງສາຮ່ວມກັນນັ້ນ ລາຍໄດ້ ແລະ ໝາກຜົນ ໃຫ້ຖືເປັນສິນສົມສ້າງ.

 

ພາບປະກອບຂ່າວ ບໍ່ກ່ຽວຂ້ອງໃດໆກັບເນື້ອໃນ

 

ສິນສົມສ້າງ ແມ່ນສົມບັດທີ່ຄູ່ຜົວເມຍນັ້ນສ້າງສາ ແລະ ຫາມາໄດ້ໃນເວລາເປັນຜົວເປັນເມຍນຳກັນ ເວັ້ນເສຍແຕ່ ຊັບສິ່ງຂອງທີ່ເປັນເຄື່ອງໃຊ້ສ່ວນຕົວ ເຊິ່ງບໍ່ມີມູນຄ່າສູງ. ສ່ວນລາຍໄດ້ທັງໝົດທີ່ຜົວ ຫຼື ເມຍ ໄດ້ຮັບໃນເວລາຢູ່ຮ່ວມກັນ ຫຼື ແຍກກັນຢູ່ນັ້ນ ໃຫ້ຖືເປັນສິນສົມສ້າງ.

ສຳລັບໜີ້ສິນທີ່ກູ້ຢືມມາພາຍຫຼັງທີ່ແຍກກັນຢູ່ ເພື່ອຜົນປະໂຫຍດຂອງຄອບຄົວ  ຫຼື ໂດຍມີການຕົກລົງເຫັນດີນຳກັນນັ້ນ ຜົວເມຍຕ້ອງຮັບຜິດຊອບຮ່ວມກັນ, ຖ້າຫາກກູ້ຢືມມາເພື່ອຜົນປະໂຫຍດສ່ວນຕົວ ຫຼື ໂດຍບໍ່ມີການຕົກລົງເຫັນດີນຳກັນ ແມ່ນໃຫ້ແຕ່ລະຄົນຮັບຜິດຊອບຕໍ່ໜີ້ສິນນັ້ນເອົາເອງ. ນອກຈາກນີ້, ການນຳເອົາສິນສົມສ້າງ ຫຼື ຊັບເດີມ ຂອງຝ່າຍໃດຝ່າຍໜຶ່ງ ທີ່ມີມູນຄ່າເກີນກວ່າສອງສ່ວນສາມຂອງມູນຄ່າຊັບເດີມນັ້ນ ໃຊ້ຈ່າຍເຂົ້າໃນການສ້ອມແປງຊັບເດີມຂອງອີກຝ່າຍ ກໍໃຫ້ຖືເປັນຊັບສິນສົມສ້າງ.

 

 

 

ຂໍ້ມູນຈາກ: ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR