ຫວຽດນາມ ຂ້າໝູນັບລ້ານໂຕສະກັດພະຍາດລະບາດ

60

ລັດຖະບານຫວຽດນາມ ປະກາດກໍາຈັດໝູໃນປະເທດຫຼາຍກວ່າ 1 ລ້ານໂຕ ເພື່ອຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກກາ.

ຕາມຂ່າວສະເຕຣດ ທາມ ຂອງສິງກະໂປ ລາຍວ່າ: ກະຊວງກະສິກໍາຫວຽດນາມ ແຈ້ງການເລື່ອງການຂ້າໝູຫຼາຍກວ່າ 1,2 ລ້ານໂຕ ຈາກຟາມໃນ 29 ແຂວງ ຈາກທັງໝົດ 58 ແຂວງ ລວມເຖິງແຂວງດົງນ່າຍ ທາງຕາເວັນອອກສ່ຽງໃຕ້ຂອງປະເທດ ໂດຍເປັນແຫຼ່ງລ້ຽງໝູ ແລະ ສົ່ງອອກໝູຫຼາຍທີ່ສຸດຂອງ ຫວຽດນາມ ຄິດເປັນອັດຕາສ່ວນສະເລ່ຍ 40% ຂອງຊີ້ນໝູທີ່ ຫວຽດນາມ ສົ່ງອອກຕ່າງປະເທດໃນແຕ່ລະປີ ແລະ ທີ່ສໍາຄັນຄືຄົນຫວຽດນາມ ສ່ວນໃຫຍ່ນິຍົມບໍລິໂພກຊີ້ນໝູທີ່ລ້ຽງ ແລະ ຜະລິດເອງໃນປະເທດນໍາອີກ.

ຄວາມເຄື່ອນໄຫວດັ່ງກ່າວຂອງລັດຖະບານຫວຽດນາມ ເປັນໄປຕາມການປະເມີນຄວາມສ່ຽງຂອງໜ່ວຍງານທີ່ກ່ຽວຂ້ອງອັດຕາທີ່ເພີ່ມຂຶ້ນຈາກການລະບາດຂອງພະຍາດ ເນື່ອງຈາກກະສິກອນ ແລະ ໜ່ວຍງານທ້ອງຖິ່ນບໍ່ສາມາດຈັດການສະຖານະການເອງໄດ້.

ອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດ ຫຼື ເອັຟເອໂອ ເຄີຍສົ່ງໜັງສືເຖິງລັດຖະບານຫວຽດນາມ ເມື່ອເດືອນມີນາທີ່ຜ່ານມາ ແນະນໍາໃຫ້ປະກາດສະຖານະການສຸກເສີນການລະບາດຂອງພະຍາດອະຫິວາໝູອາຟຣິກກາ.

ຂະນະທີ່ສິງກະໂປ ປະກາດໂຈະການນໍາເຂົ້າຊີ້ນໝູຈາກຫວຽດນາມ ແຕ່ບໍ່ໄດ້ປະຕິບັດແບບດຽວກັນກັບ ຈີນ ເຊິ່ງລັດຖະບານຈີນ ຍອມຮັບພົບການລະບາດຂອງພະຍາດດັ່ງກ່າວເຊັ່ນກັນໃນຟາມ 129 ແຫ່ງ.