ອາກາດຍັງຈະຮ້ອນຢູ່ຕື່ມອີກ ພ້ອມມີຝົນຕົກກະຈາຍຢູ່ທົ່ວໄປໃນແຕ່ລະພາກ

88

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 15 ພຶດສະພາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປຢູ່ແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ພາກ    ເໜືອ ແລະ ພາກກາງ.

 

     ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢຄ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງ ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 26-36 ອົງສາ.

ไม่มีคำอธิบายรูปภาพ

ພາກກາງ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 25-35 ອົງສາ. ສະເພາະແຂວງ ໄຊສົມບູນ ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຫາ ຕົກປານກາງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-26 ອົງສາ.

 

ไม่มีคำอธิบายรูปภาพ

ນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກໃຕ້: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອາກາດ. ອຸນຫະພູມໃນລະຫວ່າງ 25-36 ອົງສາ. ສໍາລັບເຂດພູພຽງບໍລິເວນ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ຕທ່ມອີກ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

 

ไม่มีคำอธิบายรูปภาพ

 

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ