ອາເມຣິກາຫວັງຟື້ນຄວາມສໍາພັນ ກັບ ຣັສເຊຍ ບໍ່ຄິດຮົບກັບອິຣານ

87

ທ່ານ ໄມຄ໌ ປອມເປໂອ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ກ່າວວ່າ ລັດຖະບານວໍຊິງຕັນມຸ່ງຫວັງຟື້ນຟູຄວາມສໍາພັນກັບຣັສເຊຍ ແລະ “ໂດຍຫຼັກການ” ບໍ່ຕ້ອງການເຮັດສົງຄາມກັບອິຣານ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂຊຊິ ປະເທດຣັສເຊຍ ເມື່ອວັນພຸດ ທີ 15 ພຶດສະພາ ວ່າ ປະທານາທິບໍດີວະລາດິເມຍ ປູຕິນ ຕ້ອນຮັບທ່ານໄມຄ໌ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ຣີສອດຫຼູ ໃນເມືອງໂຊຊິ ຕັ້ງຢູ່ແຄມທະເລດໍາ ທາງພາກຕາເວັນຕົກຂອງຣັສເຊຍ ເມື່ອວັນອັງຄານ ເພື່ອພົບປະຫາລືໃນຫຼາຍປະເດັນກ່ຽວກັບ “ສະຖານະການໂລກ” ໂດຍ ປອມເປໂອ ຖືເປັນເຈົ້າໜ້າທີ່ລະດັບສູງຂອງລັດຖະບານວໍຊິງຕັນຊຸດປັດຈຸບັນ ຄົນທໍາອິດໃນຮອບ 10 ເດືອນ ທີ່ມີໂອກາດໄດ້ພົບກັບປູຕິນ ເຊິ່ງກ່າວວ່າ ການມາຢ້ຽມຢາມຂອງ ປອມເປໂອ ໜ້າຈະ “ເປັນປະໂຫຍດ” ໃຫ້ແກ່ການຟື້ນຟູຄວາມສໍາພັນລະຫວ່າງທັງສອງປະເທດໃນອະນາຄົດ.

ในภาพอาจจะมี 2 คน, คนที่ยิ้ม, ชุดสูท

ຂະນະດຽວກັນ ຜູ້ນໍາຣັສເຊຍ ກ່າວເຖິງລາຍງານສະຫຼຸບໂດຍທີມໄອຍະການພິເສດຂອງສໍານັກງານສືບສວນກາງ (ເອັຟບີໄອ) ວ່າ ເຖິງວ່າຣັສເຊຍ “ມີພຶດຕິການຕ້ອງສົງໄສ” ແຊກແຊງການເລືອກຕັ້ງຂອງສະຫະລັດ ເມື່ອປີ 2016 ແຕ່ບໍ່ພົບຄວາມເຊື່ອມໂຍງກັບການຫາສຽງຂອງປະທານາທິບດີໂດນັລ ທຣໍາ ວ່າ ເປັນສິ່ງຢືນຢັນທີ່ຊັດເຈນວ່າ ລັດຖະບານມອສໂກ ບໍ່ມີສ່ວນກ່ຽວຂ້ອງ ດ້ານ ທ່ານ ປອມເປໂອ ກ່າວວ່າ ສະຫະລັດມຸ່ງໝັ້ນຟື້ນຟູຄວາມສໍາພັນກັບຣັສເຊຍໃນທຸກດ້ານ ແຕ່ການທີ່ປະເທດໃດກໍ່ຕາມທີ່ແຊກແຊງການເລືອກຕັ້ງຂອງອາເມຣິການັ້ນ ບໍ່ສົມຄວນຢ່າງຍິ່ງ ແລະ ຕົນຫວັງວ່າ ຈະບໍ່ມີຊື່ຂອງຣັສເຊຍເປັນຜູ້ຕ້ອງສົງໄສອີກໃນການເລືອກຕັ້ງປະທານາທິບໍດີທີ່ຈະມີຂຶ້ນໃນປີໜ້າ.

ในภาพอาจจะมี 1 คน, กำลังนั่ง

ในภาพอาจจะมี 2 คน

ນອກຈາກນີ້ ທ່ານປູຕິນ ພ້ອມຄະນະທີ່ລວມເຖິງ ທ່ານເຊີເກ ລາຟຣິຟ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍຢູຣິ ຢູຊາຄັອຟ ທີ່ປຶກສາດ້ານກິດການຕ່າງປະເທດຂອງທຳນຽບເຄຣມລີນ ຫາລືກັບ ທ່ານປອມເປໂອ ແລະ ຄະນະທີ່ລວມເຖິງ ທ່ານຈອນ ຮັນສ໌ແມນ ເອກອັກຄະລາຖະທູດສະຫະລັດ ປະຈໍານະຄອນຫຼວງມອສໂກ ກ່ຽວກັບສະຖານະການໃນຊີເຣຍ, ອິຣານ, ອັຟການິສຖານ, ເວເນຊຸເອລາ ແລະ ເກົາຫຼີເໜືອ ໂດຍສະເພາະປະເດັນຂອງອິຣານທີ່ ປອມເປໂອ ຢືນຢັນວ່າ “ໂດຍພື້ຖານ”  ອາເມຣິກາບໍ່ຕ້ອງການເຮັດສົງຄາມກັບອີກຝ່າຍ ແຕ່ຈໍາເປັນຕ້ອງກົດດັນຕໍ່ໄປ ເພື່ອໃຫ້ລັດຖະບານເຕຫະຣານ ຍອມຢຸດຕິໂຄງການນິວເຄຣຍ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງອາເມຣິກາໃນພາກພື້ນນັ້ນ ແຕ່ເປັນທີ່ສັງເກດວ່າ ບໍ່ມີການສົນທະນາກັນເລື່ອງຂອງປະເທດຢູເຄຣນ.