ເສດຖະກິດຈີນ ຍັງໄປໄດ້ດີເຖິງຈະມີຜົນກະທົບຈາກປັດໄຈພາຍນອກ

155

ຕົວເລກທາງເສດຖະກິດຂອງຈີນ ບົ່ງຊີ້ວ່າ: ເສດຖະກິດຈີນ ຍັງຂະຫຍາຍຕົວດີເຖິງຈະມີແຮງກະທົບຈາກປັດໄຈພາຍນອກປະເທດກໍຕາມ.

ຕົວເລກທາງເສດຖະກິດຂອງຈີນ ໃຫ້ຮູ້ວ່າ: ເສດຖະກິດຈີນ ຍັງໄປໄດ້ດີເຖິງວ່າຈະມີແຮງກະທົບຈາກພາຍນອກປະເທດກໍຕາມ ໂດຍຕົວເລກຫຼ້າສຸດເມື່ອເດືອນກ່ອນປາກົດວ່າ: ເສດຖະກິດຂະຫຍາຍຕົວ 6,4% ໃນໄຕມາດທໍາອິດເຊິ່ງຫຼາຍກວ່າຄາດໝາຍ, ຂະນະທີ່ຍອດການຄ້າເພີ່ມຂຶ້ນເຖິງ 3,7% ແລະ ການໃຊ້ຈ່າຍກໍເພີ່ມຂຶ້ນ 6,8%.

ກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ລາຍງານຜົນການປະເມີນການຂະຫຍາຍຕົວທາງເສດຖະກິດຂອງຈີນ ປະຈໍາປີນີ້ຂຶ້ນອີກ 1 ໃນ 10% ເປັນ 6,3% ເຮັດໃຫ້ຈີນ ເປັນປະເທດດຽວໃນໂລກທີ່ ໄອເອັມເອັຟ ປະເມີນການຂະຫຍາຍຕົວທາງເສດຖະກິດເພີ່ມຈາກແຕ່່ກ່ອນ.

ການປະຕິຮູບການຂົນສົ່ງສິນຄ້າ, ການປັບໂຄງສ້າງທາງເສດຖະກິດ ແລະ ການປັບປຸງບັນຍາກາດທາງເສດຖະກິດ ລ້ວນເປັນປັດໄຈສໍາຄັນທີ່ເຮັດໃຫ້ການໃຊ້ຈ່າຍໃນພາກເອກະຊົນ ແລະ ເສດຖະກິດຂະຫຍາຍຕົວດີຂຶ້ນ.