ເສັງເຂົ້າມະຫາວິທະຍາໄລສົກນີ້ບໍ່ໃຫ້ເລືອກສາຍຮຽນຂ້າມກຸ່ມ

98

ການກຽມສອບເສັງເຂົ້າຮຽນຕໍ່ໃນມະຫາວິທະຍາໄລແມ່ນຄວາມປາຖະໜາ ແລະ ຄວາມຕັ້ງໃຈຂອງນ້ອງນັກຮຽນທີ່ກຳລັງຮຽນຈົບໃນຊັ້ນ ມ 7 ທີ່ຢາກໄປຮຽນຕໍ່ໃນສາຂາວິຊາທີ່ຕົນເອງມັກ ແລະ ຢາກປະກອບອາຊີບໃນຂະແໜງການນັ້ນໆ ເຊິ່ງໃນປີນີ້ ກະຊວງສຶກສາທິການ ແລະ ກີລາ ໄດ້ແບ່ງເປັນ 3 ກຸ່ມ ແລະ ສາມາດເລືອກສາຍຮຽນໄດ້ 3 ວິຊາ ແຕ່ຕ້ອງຢູ່ໃນກຸ່ມທີ່ຕົນເອງເສັງ.

ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 443/ສສກ ລົງວັນທີ 9 ເມສາ 2019 ໃຫ້ຮູ້ວ່າ: ການສອບເສັງຄັດເລືອກເອົານັກຮຽນເຂົ້າສຶກສາຕາມມະຫາວິທະຍາໄລຕ່າງໆໃນຂອບເຂດທົ່ວປະເທດ ໃນສົກປີ 2019 – 2020 ນີ້ນັກຮຽນຍັງສາມາດເລືອກສາຍຮຽນໄດ້ 3 ວິຊາທີ່ມີຢູ່ໃນກຸ່ມທີ່ຕົນເອງເລືອກເສັງເທົ່ານັ້ນ ແລະ ບໍ່ໃຫ້ເລືອກຂ້າມກຸ່ມ. ນອກນັ້ນ, ແຕ່ລະຫົວບົດສອບເສັງແມ່ນຈະກຳນົດເອົາປະລິມານ ຄວາມຮູ້ທີ່ໄດ້ຮຽນໃນຊັ້ນ ມ 5, ມ 6 ແລະ ມ 7.

ໂດຍການສອບເສັງ ປະກອບມີ 3 ກຸ່ມ ຄື: ກຸ່ມ A ແມ່ນກຸ່ມເສັງເຂົ້າຮຽນສາຍທຳມະຊາດ ປະກອບມີຫຼາຍຄະນະ ເຊັ່ນ: ຄະນະຊັບພະຍາກອນນ້ຳ, ສະຖາປັດຕະຍະກຳສາດ, ສຶກສາສາດ ໃນສາຍຄູທຳມະຊາດ ແລະ ຄິດໄລ່, ວິທະຍາສາດທຳມະຊາດ, ວິສະວະກຳສາດ ເຊິ່ງຈະໄດ້ສອບເສັງບັນດາວິຊາ   ຄື: ຄະນິດສາດ + ພາສາລາວ – ວັນນະຄະດີ ແລະ ຟີຊິກສາດ + ເຄມີສາດ + ຊີວະສາດ; ກຸ່ມ B ເສັງ ເຂົ້າໃນສາຍສັງຄົມເປັນຕົ້ນແມ່ນຄະນະອັກສອນສາດ, ສຶກສາສາດ ໃນສາຂາວິຊາສັງຄົມ, ວິທະຍາສາດສັງຄົມ ແລະ ນິຕິສາດ – ລັດຖະສາດ ແລະ ຈະເສັງໃນວິຊາຄະນິດສາດ + ພາສາລາວ – ວັນນະຄະດີ ແລະ ພູມສາດ – ປະຫວັດສາດ ແລະ ກຸ່ມ C ແມ່ນເສັງເຂົ້າໃນສາຍເຄິ່ງສັງຄົມ ແລະ ເຄິ່ງທຳມະຊາດ ເຊັ່ນ: ກະເສດສາດ, ວິທະຍາສາດປ່າໄມ້, ວິທະຍາສາດສິ່ງແວດລ້ອມ ແລະ ເສດຖະສາດ – ບໍລິຫານທຸລະກິດ ແລະ ຈະເສັງໃນວິຊາຄະນິດສາດ + ເຄມີສາດ + ຊີວະສາດ ແລະ ພູມສາດ + ປະຫວັດສາດ + ພາສາລາວ – ວັນນະຄະດີ​ ເຊິ່ງແຕ່ລະຕອນເສັງຈະປະກອບມີຄຳຖາມ 40 ຂໍ້ ແລະ ເສັງແບບປະລາໄນ.

ການສອບເສັງຄັດເລືອກເອົານັກຮຽນເຂົ້າສຶກສາຮໍ່າຮຽນຕາມບັນດາມະຫາວິທະຍາໄລໃນປີນີ້ຈະຈັດຂຶ້ນໃນເດືອນສິງຫາ ຫາ ເດືອນກັນຍາ 2019 ໂດຍກຳນົດມື້ເສັງຂອງບັນດາມະຫາວິທະຍາໄລທີ່ແຕກຕ່າງກັນ ເພື່ອໃຫ້ນັກຮຽນທັງຫຼາຍສາມາດເຂົ້າຮ່ວມເສັງໄດ້ໃນຫຼາຍມະຫາວິທະຍາໄລ ແລະ ໄດ້ມີໂອກາດໃນການເສັງຕາມວິຊາຮຽນທີ່ຕົນເອງມັກ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ ສອບເສັງໃນວັນທີ 3 ສິງຫາ 2019; ມະຫາວິທະຍາໄລຈຳປາສັກ ສອບເສັງໃນວັນທີ 8 ສິງຫາ 2019; ມະຫາວິທະຍາໄລສຸພານຸວົງ ສອບເສັງວັນທີ 17 ສິງຫາ 2019; ມະຫາວິທະຍາໄລສະຫວັນນະເຂດ ສອບເສັງໃນວັນທີ 22 ສິງຫາ 2019; ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສອບເສັງວັນທີ 29 ສິງຫາ ແລະ ສະຖາບັນທຸລະກິດ ແສງສະຫວັນ ແມ່ນເສັງໃນວັນທີ 6 ກັນຍາ 2019.

( ຂ່າວ: ກາວຊົ່ງ )