ການຜະລິດລະດູຝົນປີນີ້ລັດວາງເປົ້າສະໜອງນໍ້າ 3 ແສນກວ່າເຮັກຕາ

47

ໃນວັນທີ 15 ພຶດສະພາຂອງທຸກປີເປັນວັນເປີດຂະບວນການຜະລິດລະດູຝົນ. ສໍາລັບປີນີ້ລັດຖະບານຕັ້ງເປົ້າສະໜອງນໍ້າໃນເນື້ອທີ່ຊົນລະປະທານໃຫ້ໄດ້ 3,3 ແສນເຮັກຕາ ຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນ.

ການເປີດຂະບວນການຜະລິດລະດູຝົນມີຄວາມສໍາຄັນຕໍ່ບັນດາຄາດໝາຍ ການຜະລິດກະສິກໍາຂອງປະເທດເຮົາ ເຊິ່ງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກໍານົດເອົາວັນທີ 15 ພຶດສະພາຂອງທຸກປີເປັນວັນດັ່ງກ່າວ ເຊິ່ງໃນໄລຍະຜ່ານມາກໍມີກິດຈະກໍາຫຼາກຫຼາຍທີ່ສົ່ງເສີມການປູກຝັງ ແລະ ລ້ຽງສັດເພື່ອເປັນສິນຄ້າ.

ແຜນການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2019 ຂອງກະຊວງກະສິກຳ ແລະ ປ່າໄມ້ ປີ 2019 ສືບຕໍ່ເຮັດໃຫ້ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 2,8% ຂຶ້ນໄປ ກວມເອົາປະມານ 15,3% ຂອງໂຄງປະກອບເສດຖະກິດແຫ່ງຊາດ. ໃນນັ້ນ, ຈະສູ້ຊົນສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງໃຫ້ໄດ້ 165.000 ພັນເຮັກຕາ. ໃນນັ້ນ, ສະໜອງໃຫ້ແກ່ເນື້ອທີ່ປູກເຂົ້ານາແຊງ 1 ແສນເຮັກຕາ, ສະໜອງໃຫ້ແກ່ການປູກພືດໃນເຂດຊົນລະປະທານ 65 ພັນເຮັກຕາ ພ້ອມທັງສືບຕໍ່ຟື້ນຟູສ້ອມແປງລະບົບຊົນລະປະທານທີ່ເກົ່າແກ່ໃຫ້ທັນກັບລະດູການ, ຊຸກຍູ້ການປົກປັກຮັກສາແຫຼ່ງນ້ຳ ເພື່ອບໍ່ໃຫ້ມີສະພາບບົກແຫ້ງ, ຕື້ນເຂີນເກີດຫາດຊາຍ ແລະ ສືບຕໍ່ປັບປຸງສ້າງແຜນຍຸດທະສາດການພັດທະນາຊົນລະປະທານ ຮອດປີ 2025 ແລະ ວິໄສທັດຮອດປີ 2030.

ປີ 2019 ກະຊວງ ກປ ຕັ້ງເປົ້າຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນ. ໃນນັ້ນ,ເຂົ້ານາແຊງໃຫ້ໄດ້ 1 ແສນເຮັກຕາ ຜົນຜະລິດ 526.000 ໂຕນ, ເຂົ້ານາປີ ໃຫ້ໄດ້ 850.000 ເຮັກຕາ ຜົນຜະລິດ 3.674.000 ໂຕນ ແລະ ເຂົ້າໄຮ່ ໃຫ້ໄດ້ 1 ແສນກວ່າເຮັກຕາ ຜົນຜະລິດ 2 ແສນກວ່າໂຕນ ເຊິ່ງມາຮອດປັດຈຸບັນໃນທົ່ວປະເທດມີເນື້ອທີ່ການຜະລິດເຂົ້ານາແຊງ ຈຳນວນ 89.659 ເຮັກຕາ ເທົ່າກັບ 90% ຂອງແຜນປີ. ຄາດໝາຍສົ່ງອອກເຂົ້າ ໃຫ້ໄດ້ 1 ລ້ານໂຕນ ໃນປີ 2020, ສຳລັບປີ 2019 ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ 400 ແສນໂຕນ. ພ້ອມດຽວກັນນັ້ນ, ກໍເອົາໃຈໃສ່ຜະລິດພືດເປັນສິນຄ້າທີ່ມີທ່າແຮງທາງດ້ານການຜະລິດ ເຊັ່ນ: ກາເຟ ໃຫ້ໄດ້ 160 ພັນໂຕນ, ສາລີອາຫານສັດ ໃຫ້ໄດ້ 1 ລ້ານໂຕນ, ອ້ອຍ ໃຫ້ໄດ້ 1,94 ລ້ານໂຕນ, ຢາສູບ 65.800 ໂຕນ, ມັນຕົ້ນ 2,28 ລ້ານໂຕນ, ຖົ່ວດິນ 51.300 ໂຕນ, ຖົ່ວເຫຼືອງ 9.300 ໂຕນ, ໝາກງາ 16.800 ໂຕນ, ໝາກເດືອຍ 279.480 ໂຕນ.

( ຂ່າວ: ພຸດຕີ້ + ເອຢີບ )